ຂະແໜງສື່ມວນຊົນ ສໍາເລັດຍົກລະດັບ ທິດສະດີການເມືອງ-ການປົກຄອງ ສະເພາະດ້ານ

14/02/2025 18:01
Email Print 83
KPL - Asean 2024 ຂປລ. ພິທີປິດຝຶກອົບຮົມ ການຍົກລະດັບຄວາມຮູ້ ທິດສະດີການເມືອງ ແລະ ການປົກຄອງສະເພາະດ້ານ ຊຸດທີ II ໃຫ້ຂະແໜງສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ ສຳນັກສື່ມວນຊົນອ້ອມຂ້າງສູນກາງ ຈັດຂຶ້ນໃນວັນທີ 14 ກຸມພາ 2025 ໂດຍການເປັນປະທານຂອງທ່ານ ພູວົງ ອຸ່ນຄໍາແສນ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະພັກ, ຄະນະນໍາກະຊວງ ຖວທ ແລະ ສໍາມະນາກອນ 40 ກວ່າທ່ານເຂົ້າຮ່ວມ.




ຂປລ. ພິທີປິດຝຶກອົບຮົມ ການຍົກລະດັບຄວາມຮູ້ ທິດສະດີການເມືອງ ແລະ ການປົກຄອງສະເພາະດ້ານ ຊຸດທີ
II ໃຫ້ຂະແໜງສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ ສຳນັກສື່ມວນຊົນອ້ອມຂ້າງສູນກາງ ຈັດຂຶ້ນໃນວັນທີ 14 ກຸມພາ 2025 ໂດຍການເປັນປະທານຂອງທ່ານ ພູວົງ ອຸ່ນຄໍາແສນ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະພັກ, ຄະນະນໍາກະຊວງ ຖວທ ແລະ ສໍາມະນາກອນ 40 ກວ່າທ່ານເຂົ້າຮ່ວມ.




ຊຸດຝຶກອົບຮົມຄັ້ງນີ້
, ບັນດານັກສຳມະນາກອນ ໄດ້ຮຽນຮູ້ກ່ຽວກັບ ຫລັກມູນພື້ນຖານ ຂອງລັດທິມາກ-ເລນິນ, ສະພາບສາກົນ ແລະ ທ່າອ່ຽງເສດຖະກິດສາກົນ, ບັນຫາພື້ນຖານ ຂອງແນວທາງກ້າວຂຶ້ນສັງຄົມນິຍົມ ແລະ ການພັດທະນາເສດຖະກິດ ຕາມທິດສັງຄົມນິຍົມຂອງປະເທດລາວ; ຄຸນສົມບັດສິນທຳປະຕິວັດ ແລະ ຈັນຍາບັນຂອງພະນັກງານນຳພາ-ຄຸ້ມຄອງ ໃນໄລຍະໃໝ່; ການກໍ່ສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນ; ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ; ການຄຸ້ມຄອງຊັບພະຍາກອນມະນຸດໃນກົງຈັກລັດ; ຍົກສູງຂີດຄວາມສາມາດ ໃນການຫັນມາກຸ້ມຕົນເອງ ທາງດ້ານງົບປະມານວິຊາການ. ຜ່ານຝຶກອົບຮົມ ບັນດານັັກສໍາມະນາກອນ ຈະໄດ້ຮັບຄວາມຮູ້ໃໝ່ ທາງດ້ານທິດສະດີການເມືອງ ແລະ ການປົກຄອງ ຕາມຫລັກສູດສະເພາະດ້ານ ທີ່ມີມາດຕະຖານດີ; ໄດ້ເຂົ້າໃຈແຈ້ງ ເຊື່ອມຊຶມ ທັດສະນະຂອງພັກ ຕໍ່ວຽກງານສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມທັງໄດ້ຍົກລະດັບວິຊາການດ້ານສື່ມວນຊົນ ໃນໄລຍະໃໝ່.





ໃນໂອກາດນີ້
, ທ່ານ ອຳຄາ ວົງໝື່ນກ້າ ຫົວໜ້າສະຖາບັນສື່ມວນຊົນ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວວ່າ:  ການຈັດຝຶກອົບຮົມຄັ້ງນີ້, ແນໃສ່ເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ດ້ານທິດສະດີການເມືອງ-ການປົກຄອງ, ແນວທາງນະໂຍບາຍຂອງພັກ, ການຄຸ້ມຄອງຂອງລັດ-ຄຸ້ມຄອງສັງຄົມ ເຮັດໃຫ້ເປົ້າໝາຍຜູ້ເຂົ້າຮຽນ ມີແນວຄິດທັດສະນະຫລັກໝັ້ນ ຊົນຊັ້ນກໍາມະກອນ, ມີແນວຄິດເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຊື່ອໝັ້ນຕໍ່ອຸດົມການ ກໍຄືພາລະກິດປ່ຽນແປງໃໝ່ ຢ່າງມີຫລັກການຂອງພັກ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ ຕໍ່ປະຊາຊົນ ພ້ອມທັງມີຄວາມຫ້າວຫັນ ເປັນແບບຢ່າງທີ່ດີ ເຮັດໃຫ້ການປະຕິບັດໜ້າທີ່ ວຽກງານສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ນັບມື້ນັບມີຄຸນນະພາບສູງຂຶ້ນ. ນອກຈາກນີ້, ຍັງເປັນການສ້າງບຸກຄະລາກອນ ໃນຂະແໜງສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ມີຄຸນທາດການເມືອງຢ່າງໜັກແໜ້ນ ແລະ ສາມາດໂຄສະນາເຜີຍແຜ່ ແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ໃຫ້ກວ້າງຂວາງ ຖືກຕ້ອງ ຊັດເຈນດີ ທັງເປັນການໄດ້ເພີ່ມທັກສະຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບທັດສະນະຂອງພັກ ຕໍ່ວຽກງານສື່ມວນຊົນ.





ຂ່າວ-ພາບ: ກິດຕາ
KPL