ສານປະຊາຊົນສູງສຸດ ມອບລົດຕູ້ໃຫ້ສານທະຫານຂັ້ນສູງ

14/02/2025 17:54
Email Print 83
KPL - Asean 2024 ຂປລ. ສານປະຊາຊົນສູງສຸດ ມອບລົດຕູ້ ຈຳວນ 01 ຄັນ ໃຫ້ສານທະຫານຂັ້ນສູງ ໃນວັນທີ 14 ກຸມພາ 2025 ຕາງໜ້າມອບໂດຍທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ແລະ ຕາງໜ້າກ່າວຮັບໂດຍທ່ານ ພັນເອກ ສິງທອງ ຄຳປະເສີດ ປະທານສານທະຫານຂັ້ນສູງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງແລະ ພະນັກງານ ວິຊາການທັງສອງພາກສ່ວນເຂົ້າຮ່ວມ.





ຂປລ. ສານປະຊາຊົນສູງສຸດ ມອບລົດຕູ້ ຈຳວນ
01 ຄັນ ໃຫ້ສານທະຫານຂັ້ນສູງ ໃນວັນທີ 14 ກຸມພາ 2025 ຕາງໜ້າມອບໂດຍທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ແລະ ຕາງໜ້າກ່າວຮັບໂດຍທ່ານ ພັນເອກ ສິງທອງ ຄຳປະເສີດ ປະທານສານທະຫານຂັ້ນສູງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງແລະ ພະນັກງານ ວິຊາການທັງສອງພາກສ່ວນເຂົ້າຮ່ວມ.

         


ໂອກາດນີ້, ທ່ານ ພັນເອກ ສິງທອງ ຄຳປະເສີດ ໄດ້ກ່າວສະແດງຄວາມຂອບໃຈມາຍັງ ປະທານ ແລະ ຮອງປະທານສານປະຊາຊົນສູງ ກໍຄື ຄະນະນໍາສານປະຊາຊົນສູງສຸດ ທີ່ຍາມໃດກໍໄດ້ເອົາໃຈໃສ່ໃກ້ຊິດຕິດແທດ ແລະ ໃຫ້ຄວາມສໍາຄັນ ຕໍ່ກັບກອງທັບ ກໍຄື ສານທະຫານຂັ້ນສູງຕະຫລອດມາ ໂດຍສະເພາະ ການບຳລຸງກໍ່ສ້າງ ພະນັກງານ ດ້ານວິຊາສະເພາະ, ທິດສະດີ ແລະ ອຸປະກອນຮັບໃຊ້ ດ້ານວຽກງານຕ່າງໆຕະຫລອດມາ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນໍາໃຊ້ລົດຄັນດັ່ງກ່າວ ເຂົ້າໃນວຽກງານລວມຂອງກົມກອງ ໃຫ້ເກີດປະໂຫຍດສູງສຸດ ແລະ ຄຸ້ມຄອງປົກປັກຮັກສາ ໃຫ້ສາມາດນຳໃຊ້ໄດ້ຍາວນານ.

ຂ່າວ: ບິກໄຊ ສົມພູ
KPL