ລັດຖະມົນຕີ ກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ຫວຽດນາມ

14/02/2025 17:44
Email Print 83
KPL - Asean 2024 ຂປລ. ໃນໂອກາດການເດີນທາງໄປຢ້ຽມຢາມ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ ໃນວັນທີ 13 ກຸມພາ 2025 ທີ່ນະຄອນຫລວງ ຮ່າໂນ້ຍ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ເລື່ອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ແລະ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຕາມລຳດັບ.





ຂປລ. ໃນໂອກາດການເດີນທາງໄປຢ້ຽມຢາມ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ ໃນວັນທີ 13 ກຸມພາ 2025 ທີ່ນະຄອນຫລວງ ຮ່າໂນ້ຍ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ເລື່ອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ແລະ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຕາມລຳດັບ.








ໃນໂອກາດນີ້
, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ມີໂອກາດນຳພາຄະນະ ເຂົ້າຢ້ຽມຂ່ຳນັບ ບັນດາສະຫາຍການນຳຂັ້ນສູງ ພັກ-ລັດຖະບານ ແຫ່ງ ສສ ຫວຽດນາມ ໃນຄັ້ງນີ້, ເຊິ່ງຖືເປັນການຢ້ຽມຢາມຄັ້ງທຳອິດ ພາຍຫລັງທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຖືໂອກາດນີ້ ນຳເອົາຄຳຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະໜິດສະໜົມທີ່ສຸດ ຈາກສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແລະ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມາຍັງສະຫາຍ ຄູ່ຮ່ວມຕຳແໜ່ງຝ່າຍ ຫວຽດນາມ. ພ້ອມທັງ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດ ອັນໃຫຍ່ຫລວງ ທີ່ພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ ພາຍໃຕ້ການນຳພາ-ຊີ້ນຳອັນສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ແລະ ການບໍລິຫານ ອັນເດັດດ່ຽວຂອງລັດຖະບານ ເຮັດໃຫ້ປະເທດຫວຽດນາມ ສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໃນລະດັບສູງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ບົດບາດ ແລະ ອິດທິພົນຂອງ ສສ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນຢູ່ເວທີພາກພື້ນ ແລະ ສາກົນ. ສະຫາຍ ລັດຖະມົນຕີກະຊວງການຕ່າງປະເທດລາວ ຍັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການຢ້ຽມຢາມຄັ້ງນີ້, ເຊິ່ງຈະໄດ້ພົບປະປຶກສາຫາລືສອງຝ່າຍ ກັບສະຫາຍ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໃນການຊຸກຍູ້ເສີມຂະຫຍາຍການພົວພັນຮ່ວມມືສອງປະເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ໂດຍສະເພາະ ການຊອກຫາມາດຕະການຕ່າງໆ ໃນການຊຸກຍູ້ບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນຂອງສອງປະເທດ ໃນການຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມຂອງ ຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານ ຄັ້ງທີ 47 ໃຫ້ມີປະສິດທິຜົນ ແລະ ປະສິດທິພາບສູງສຸດ, ປຶກສາຫາລືກ່ຽວກັບ ການພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ໃນການເປັນເສນາທິການ ໃຫ້ແກ່ສອງພັກ, ສອງລັດ ແລະ ແລກປ່ຽນທັດສະນະຢ່າງກົງໄປກົງມາ ຖານສະຫາຍອ້າຍນ້ອງ ກ່ຽວກັບບາງສະພາບການທີ່ພົ້ນເດັ່ນ ໃນພາກພື້ນ ແລະ ສາກົນ. ພິເສດ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມື ລະຫວ່າງສອງປະເທດ ທີ່ມີລັກສະນະຍຸດທະສາດ ໃຫ້ມີຄວາມຄືບໜ້າ, ໄດ້ຮັບຜົນສຳເລັດ ແລະ ເປັນຮູບປະທຳ ເຊິ່ງພັກ-ລັດຖະບານ ແລະ ປະຊາຊົນລາວ ໄດ້ຕີລາຄາສູງຕໍ່ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອ ຈາກພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນ ການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ.






ໃນຂະນະດຽວກັນ
, ບັນດາສະຫາຍການນຳຂັ້ນສູງ ພັກ-ລັດຖະບານ ຫວຽດນາມ ຕ່າງກໍໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ທອງສະຫວັນ ພົມວິຫານ ທີ່ນຳພາຄະນະ ມາຢ້ຽມຢາມໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດຖະບານ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວອ້າຍນ້ອງ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ ພ້ອມທັງສະແດງຄວາມຂອບໃຈ ຕໍ່ການນຳເອົາຄວາມຢື້ຢາມຖາມຂ່າວອັນປະເສີດ ຈາກສະຫາຍການນຳຂັ້ນສູງ ພັກ-ລັດຖະບານລາວ. ພ້ອມນັ້ນ, ກໍໄດ້ສະເໜີໃຫ້ສອງ ກະຊວງການຕ່າງປະເທດ ຫວຽດນາມ-ລາວ ຈົ່ງສືບຕໍ່ຮັດແໜ້ນການຮ່ວມມືກັນຢ່າງໃກ້ຊິດ ໂດຍສະເພາະ ການເປັນເສນາທິການ ໃຫ້ການນຳຂັ້ນສູງຂອງສອງປະເທດ ຫວຽດນາມ-ລາວ ໃຫ້ດີຂຶ້ນກວ່າເກົ່າ, ສືບຕໍ່ເອົາໃຈໃສ່ຊຸກຍູ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ໃນການຈັດຕັ້ງຜັນຂະຫຍາຍ ບັນດາຂໍ້ຕົກລົງ ແລະ ເອກະສານຕ່າງໆ ທີ່ໄດ້ລົງນາມຮ່ວມກັນແລ້ວນັ້ນ ໃຫ້ເປັນຮູບປະທຳ ແລະ ມີຜົນສຳເລັດສູງກວ່າເກົ່າ, ສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືໃນຂະແໜງ ການອື່ນໆ ທີ່ມີທ່າແຮງຮ່ວມກັນໃຫ້ຫລາຍຍິ່ງໆຂຶ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ທັງນີ້ກໍເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນ ທັງສອງປະເທດ ຫວຽດນາມ-ລາວ,  ລາວ-ຫວຽດນາມ, ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນຕະຫລອດກາລະນານ.

ຂ່າວ-ພາບ: ກຕທ
KPL