ປະກາດການແຕ່ງຕັ້ງ, ຍົກຍ້າຍ ພະນັກງານນໍາພາຄຸ້ມຄອງ ອອປສ ແລະ ອຍກ

14/02/2025 17:35
Email Print 83
KPL - Asean 2024 ຂປລ. ພິທີປະກາດການແຕ່ງຕັ້ງ, ຍົກຍ້າຍພະນັກງານຂັ້ນກົມ ແລະ ຂັ້ນພະແນກ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແລະ ອົງການໄອຍະການປະຊາຊົນ ພາກກາງ (ອຍກ) ຈັດຂຶ້ນໃນວັນທີ 13 ກຸມພາ 2025 ໂດຍການເປັນປະທານ ທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.




ຂປລ.
 ພິທີປະກາດການແຕ່ງຕັ້ງ, ຍົກຍ້າຍພະນັກງານຂັ້ນກົມ ແລະ ຂັ້ນພະແນກ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແລະ ອົງການໄອຍະການປະຊາຊົນ ພາກກາງ (ອຍກ) ຈັດຂຶ້ນໃນວັນທີ 13 ກຸມພາ 2025 ໂດຍການເປັນປະທານ ທ່ານ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.




ທ່ານ ນາງ ຫວານໃຈ ພະສີວໍລະວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ອົງການໄອຍະການປະຊາຊົນສູງສຸດ ໄດ້ຜ່ານຂໍ້ຕົກລົງ ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ
81/ອອປສ, ລົງວັນທີ 06 ກຸມພາ 2025 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ຈັນທະບູນ ເພັງຄໍາໃສ ຫົວໜ້າກົມຕິດຕາມກວດກວດ ການດໍາເນີນຄະດີແພ່ງ ໄປເປັນຮອງຫົວໜ້າອົງການໄອຍະການປະຊາຊົນ ພາກກາງ; ຂໍ້ຕົກລົງ ສະບັບເລກທີ 79/ອອປສ, ລົງວັນທີ 06 ກຸມພາ 2025 ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ຄໍາໄພ ກຸມຄົນພັກດີ ຮອງຫົວໜ້າອົງການໄອຍະການປະຊາຊົນ ພາກໃຕ້ ເປັນຮອງຫົວໜ້າອົງການໄອຍະການປະຊາຊົນ ພາກກາງ; ຂໍ້ຕົກລົງ ສະບັບເລກທີ 100/ອອປສ, ລົງວັນທີ 06 ກຸມພາ 2025 ແຕ່ງຕັ້ງ ທ່ານ ຄຳມ່ວນ ສີວິໄລ ຮອງຫົວໜ້າກົມຕິດຕາມກວດກາ ການດໍາເນີນຄະດີແພ່ງ ອົງການໄອຍະການປະຊາຊົນສູງສຸດ ເປັນຮັກສາການ ຫົວໜ້າກົມຕິດຕາມກວດກາ ການດໍາເນີນຄະດີແພ່ງ ອົງການໄອຍະການປະຊາຊົນສູງສຸດ ແລະ ຂໍ້ຕົກລົງແຕ່ງຕັ້ງ, ສັບຊ້ອນ ຂັ້ນຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກ ຈໍານວນໜຶ່ງ.




ໃນໂອກາດດຽວກັນ
, ທ່ານ ບຸນທັນ ບຸນທະວິໄລ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ໃຫ້ເອົາໃຈໃສ່ເພີ່ມທະວີ ວຽກງານສຶກສາອົບຮົມ ການເມືອງນໍາພາແນວຄິດ, ການປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ ກັບສະພາບຕົວຈິງ ຕາມຫລັກການລວມສູນປະຊາທິປະໄຕ, ນໍາພາເປັນ ໝູ່ຄະນະບຸກຄົນຮັບຜິດຊອບ, ເພີ່ມທະວີຄວາມສາມັກຄີພາຍໃນ ໃຫ້ເປັນປຶກແຜນ ຝຶກຝົນຫລໍ່ຫລອມຕົນເອງ ໃຫ້ມີຄວາມຮູ້ຄວາມສາມາດສູງຂຶ້ນ ແລະ ປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍໃຫ້ສໍາເລັດ ຕາມຄາດໝາຍທີ່ວາງໄວ້.




ພາບ: ຂັນໄຊ

KPL