ຊາວໜຸ່ມກະຊວງ ຮສສ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VII

12/02/2025 14:57
Email Print 83
KPL - Asean 2024 ຂປລ. ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງແຮງງານ ແລະ ສະຫວັດດີການສົງຄົມ(ຮສສ) ຄັ້ງທີ VII ຈັດ​ຂຶ້ນ​ໃນ​ວັນ​ທີ 11 ກຸມພາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາໄຊ ເຊ່ຍ ຢິ້ງຢ່າງ ກໍາມະການຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິ ວັດລາວ, ເລຂາຄະນະບໍລິຫານງານ ຊາວໜຸ່ມກະຊວງ ຮສສ



ຂປລ. ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງແຮງງານ ແລະ ສະຫວັດດີການສົງຄົມ(ຮສສ) ຄັ້ງທີ
VII ຈັດ​ຂຶ້ນ​ໃນ​ວັນ​ທີ 11 ກຸມພາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາໄຊ ເຊ່ຍ ຢິ້ງຢ່າງ ກໍາມະການຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິ ວັດລາວ, ເລຂາຄະນະບໍລິຫານງານ ຊາວໜຸ່ມກະຊວງ ຮສສ ​ໂດຍ​ການເຂົ້າຮ່ວມຂອງ ສະຫາຍ ນາງ ໃບຄໍາ ຂັດທິຍະ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ຮສສ, ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີຜູ້ແທນ ແລະ ແຂກຖືກເຊີນ ຈາກຄະນະບໍລິຫານງານຊາວໜຸ່ມບັນດາກະຊວງ-ອົງການ ​ແລະ ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

ກອງປະຊຸມໃຫຍ່ ໄດ້ລົງປະຊາມະຕິ ເປັນເອກະສັນຮັບຮອງເອົາ ບັນດາເນື້ອໃນທີ່ສໍາຄັນ ດັ່ງນີ້: ກອງປະຊຸມ ໄດ້ພ້ອມກັນຄົ້ນຄ້ວາ ແລະ ປະກອບຄຳຄິດຄໍາເຫັນຕໍ່ຮ່າງລາຍງານການເມືອງ, ທິດທາງຄາດໝາຍສູ້ຊົນ ແຕ່ລະດ້ານກ່ຽວກັບວຽກງານພັດທະນາຊາວໜຸ່ມ ແລະ ບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານ ງານຊາວໜຸ່ມກະຊວງຊຸດເກົ່າ. ໃນນັ້ນ, ໄດ້ຕີລາຄາຈຸດດີ, ຈຸດອ່ອນ-ຂໍ້ຄົງຄ້າງ, ສາ ເຫດ ແລະ ບົດຮຽນທີ່ຖອດຖອນໄດ້ຈາກ ການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ໃນໄລຍະ 5 ປີຜ່ານມາ(2020-2024); ເປັນເອກະສັນຮັບຮອງເອົາທິດທາງ, ແຜນການ ແລະ ຄາດໝາຍສູ້ຊົນ ເຊິ່ງໄດ້ກໍານົດ 8 ແຜນວຽກຈຸດສຸມໃນ 5 ປີຕໍ່ໜ້າ (2025-2029) ເປັນຕົ້ນ ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ວຽກງານປັບປຸງການຈັດຕັ້ງ, ການກໍ່ສ້າງພະນັກງານ ແລະ ຂະຫຍາຍສະມາຊິກຊາວໜຸ່ມ, ວຽກງານສ້າງຂະບວນການ, ວຽກງານປົກປ້ອງສິດຜົນປະໂຫຍດຂອງຊາວໜຸ່ມ, ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ວຽກງານກໍ່ສ້າງຮາກຖານ, ວຽກງານພົວພັນ-ຮ່ວມມືພາຍໃນ ແລະ ຕ່າງປະເທດ ແລະ ວຽກງານກວດກາຂອງຄະນະຊາວໜຸ່ມ; ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ການປະກອບຄໍາເຫັນ ຈາກຜູ້ຕາງໜ້າໜ່ວຍຊາວໜຸ່ມອ້ອມຂ້າງ.




ບັນດາຜູ້ແທນກອງ​ປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານ ຊາວໜຸ່ມກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຊຸດໃໝ່ ບົນພື້ນຖານຫລັກ ການລວມສູນປະຊາທິປະໄຕ ທັງຖືກຕ້ອງ ແລະ ສອດຄ່ອງກັບມາດຖານ
, ເງື່ອນໄຂທີ່ໄດ້ກໍານົດໄວ້, ເຊິ່ງມີຜູ້ສະໝັກເລືອກຕັ້ງ 15 ສະຫາຍ, ຍິງ 5 ສະຫາຍ ແລະ ເລືອກຕັ້ງ ໄດ້ 13 ສະຫາຍ, ຍິງ 3 ສະຫາຍ ເພື່ອນໍາພາວຽກງານຊາວໜຸ່ມພາຍໃນກະຊວງ 5 ປີ ຕໍ່ໜ້າ, ກອງ​ປະຊຸມ​ຄັ້ງ​ປະຖົມ​ມະ​ລືກ​ໄດ້​ຕົກລົງ​ແຕ່ງ​ຕັ້ງ ສະຫາຍ ຄອນສີ ມະຫາວົງ ເປັນເລຂາ, ສະຫາຍ ສຸລິວົງ ຫລ້າໜໍ່ສະຫວັນ ເປັນຮອງ ເລຂາ, ທັງ​ເປັນ​ປະທານ​ກວດກາ ​ແລະ ສະຫາຍ ນາງ ແອງນີ ໄຊຍາສຸບັດ ເປັນຮອງເລຂາ, ພ້ອມ​ທັງ​​ແຕ່ງ​ຕັ້ງ​ຮອງ​ປະທານ​ກວດກາ 1 ສະຫາຍ ​ແລະ ກຳມະການ​ຄະນະ​ກວດກາ 1 ສະຫາຍ. ຈາກ​ນັ້ນ,ກອງ​ປະຊຸມ​ຍັງ​ໄດ້ຄັດ ເລືອກຜູ້ແທນສົມບູນ 3 ສະຫາຍ, ຍິງ 1 ສະຫາຍ ແລະ ສຳຮອງ 2 ສະຫາຍ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຕື່ມ​ອີກ.

ໂອກາດ​ນີ້, ສະຫາຍ ມອນໄຊ ລາວມົວຊົ່ງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດການ ນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານຊາວໜຸ່ມ ກະຊວງ ຮສສ ຊຸດເກົ່າ ໃນການນໍາພາຈັດຕັ້ງປະຕິບັດ ໜ້າທີ່ການເມືອງ ທີ່ມະຕິກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມກະຊວງແຮງງານ ແລະ ສະຫວັດດີການສັງ ຄົມຄັ້ງທີ VI ວາງໄວ້ດ້ວຍຜົນສໍາເລັດຫລາຍດ້ານ. ພ້ອມນັ້ນ, ສະຫາຍຍັງໄດ້ສະແດງຄວາມ ເປັນຫ່ວງເປັນໄຍຕໍ່ດ້ານອ່ອນ-ຂໍ້ຄົງຄ້າງ ​ໂດຍໄດ້ຮຽກຮ້ອງໃຫ້ຄະນະບໍລິຫານງານ ຊາວໜຸ່ມກະຊວງຊຸດໃໝ່ຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂ ​ແລ​ະ ໄດ້ໃຫ້ທິດຊີ້ນຳອັນສຳຄັນ ແລະ ລໍ້າຄ່າໃນທາງທີ່ສ້າງສັນ ໃຫ້ແກ່ການຫັນເອົາເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມກະຊວງແຮງງານ ແລະ ສະຫວັດດີສັງຄົມ ຄັ້ງທີ VII ເຂົ້າສູ່ການນໍາພາ-ຊີ້ນຳຈັດຕັ້ງປະຕິບັດໃນຂົງເຂດວຽກງານຂອງ ຊາວໜຸ່ມທົ່ວ ຮສສ ໃນຕໍ່ໜ້າໃຫ້ມີຜົນສໍາເລັດໃຫ່ຍຫລວງກວ່າເກົ່າ.

ຂໍ້​ມູນ-ພາບ: ຂ່າວສານ ຮສສ

KPL