ອ່ານກາວີ ສົ່ງເສີມສິລະປະ-ວັດທະນະທຳ ຂອງຊາດ

12/02/2025 14:31
Email Print 83
KPL - Asean 2024 ຂປລ. ງານອ່ານກາວີ ແລະ ເທສະການ “ມາຄະບູຊາ ສະເໝຫາບຸນເຂົ້າຈີ່ ຍອດກະວີປາງຄໍາ ລຳນໍາດອກໄມ້ບານ” ຈັດຂຶ້ນໃນວັນທີ 11 ກຸມພາ 2025 ຢູ່ວັດຕົ້ນຕະກູນສີຊົມຊື່ນ ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ​ເຊິ່ງເປັນເຈົ້າການຈັດໂດຍ ພະອາຈານ ໄພວັນ ມາລາວົງ ເຈົ້າອະທິການວັດ ຕົ້ນຕະກູນສີຊົມຊື່ນ ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ), ມີພະເຖຣາ-ນຸເຖຣະ, ປະທານສະມາຄົມນັກປະພັນລາວ, ນັກຂຽນ, ນັກປະພັນ, ນັກກາວີ, ພ້ອມດ້ວຍພຸດທະສາສະນິກະຊົນລາວ ບັນດາເຜົ່າ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.



ຂປລ. ງານອ່ານກາວີ ແລະ ເທສະການ
ມາຄະບູຊາ ສະເໝຫາບຸນເຂົ້າຈີ່ ຍອດກະວີປາງຄໍາ ລຳນໍາດອກໄມ້ບານຈັດຂຶ້ນໃນວັນທີ 11 ກຸມພາ 2025 ຢູ່ວັດຕົ້ນຕະກູນສີຊົມຊື່ນ ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ​ເຊິ່ງເປັນເຈົ້າການຈັດໂດຍ ພະອາຈານ ໄພວັນ ມາລາວົງ ເຈົ້າອະທິການວັດ ຕົ້ນຕະກູນສີຊົມຊື່ນ ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ), ມີພະເຖຣາ-ນຸເຖຣະ, ປະທານສະມາຄົມນັກປະພັນລາວ, ນັກຂຽນ, ນັກປະພັນ, ນັກກາວີ, ພ້ອມດ້ວຍພຸດທະສາສະນິກະຊົນລາວ ບັນດາເຜົ່າ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.




ພະອາຈານ ໄພວັນ ມາລາວົງ ​ໄດ້ໃຫ້ຮູ້ວ່າ: ການຈັດງານໃນຄັ້ງນີ້
, ແນໃສ່ເຊີດຊູນັກປາດ ນາມວ່າປາງຄຳ ທີ່ແຕ່ງກະວີເລື່ອງສັງສິນໄຊ ອອກສູ່ສັງຄົມ ເປັນເວລາເກືອບ 400 ກວ່າປີ, ທັງເປັນການເຜີຍແຜ່ ຮີດຄອງປະເພນີ, ກະວີ ແລະ ສິລະປະການຂີດ-ຂຽນ, ເຕົ້າໂຮມນັກປະພັນ, ນັກກະວີ ທັງຮຸ່ນອາວຸໂສ ແລະ ໜຸ່ມນ້ອຍ ໄດ້ພົບປະແລກປ່ຽນບົດຮຽນ ແລະ ເຮັດກິດຈະກຳຕ່າງໆຮ່ວມກັນ ເພື່ອສະແດງສິລະປະພາສາ ຄວາມເປັນຊາດ, ທັງເປັນການເຜີຍແຜ່ພາສາວັນນະຄະດີ ໃຫ້ຄົນທົ່ວໂລກ ໄດ້ຮັບຮູ້ ແລະ ເຂົ້າໃຈ ໂດຍສະເພາະ ເຫັນພາລະບົດບາດພາສາວັນນະຄະດີຂອງຊາດລາວ ທີ່ມີພາສາວັນນະກຳເປັນຂອງຕົນເອງ, ທັງປູກຈິດສໍານຶກ ໃຫ້ລູກຫລານເຍົາວະຊົນ ຄົນຮຸ່ນໜຸ່ມ ໃຫ້ຮັກຫອມພາສາ ວັນນະຄະດີ ແລະ ຄວາມເປັນຊາດ.




ທ່ານ ວັນສີ ກົວມົວ ກໍ​ໄດ້​ມີ​ຄໍາ​ເຫັນວ່າ: ງານອ່ານກະວີ ແລະ ເທສະການ
ມາຄະບູຊາ ສະເໝຫາບຸນເຂົ້າຈີ່ ຍອດກະວີປາງຄໍາ ລຳນໍາດອກໄມ້ບານຈັດຂຶ້ນເປັນຄັ້ງທຳອິດ ເຊິ່ງປະກອບດ້ວຍ 4 ງານສໍາຄັນ ທີ່ຈັດຂຶ້ນພ້ອມກັນ ເຊັ່ນ: ບຸນມາຄະບູຊາ ແມ່ນບຸນສໍາຄັນທາງພະພຸດທະສາສະໜາ ທີ່ພະພຸດທະອົງປະທາ ໂອວາດແດ່ພະສົງ ໂດຍມີຫົວໃຈວ່າ ບໍ່ເຮັດຄວາມຊົ່ວ ເຮັດຄວາມດີ ແລະ ມີຈິດໃຈສະອາດ; ສະເໜຫາບຸນເຂົ້າຈີ່ ແມ່ນບຸນປະເພນີດັ້ງເດີມຂອງລາວ ທີ່ສືບທອດມາດົນນານ; ຍອດກະວີປາງຄໍາ ແມ່ນນັກກະວີເອກຂອງຊາດລາວ ສະໄໝລ້ານຊ້າງ ຜູ້ປະພັນເລື່ອງສັງສິນໄຊ ອັນລືຊື່ ແລະ ເຜີຍແຜ່ຢ່າງກວ້າງຂວາງ ເປັນທີ່ເອກອ້າງທະນົງໃຈ ມໍລະດົກພູມປັນຍາຂອງຊາດລາວ ທີ່ພະອາຈານ ໄດ້ປັ້ນຮູບນັກກະວີເອກ ແລະ ຮູບສັງສິນໄຊ ຂຶ້ນທີ່ວັດຕົ້ນຕະກູນສີຊົມຊື່ນ ໃຫ້ເປັນບ່ອນຮຽນຮູ້ປະຫວັດ ສາດ, ສິລະປະວັນນະຄະດີ ແລະ ລໍານໍາດອກໄມ້ບານ ຢູ່​ໃນ​ໄລຍະລະດູບານໃໝ່ທີ່​ກຳລັງຈະມາເຖິງ ເບິ່ງດອກໄມ້ແຄມທາງພວມຈະເບັ່ງບານ ດັ່ງດອກສ້ຽວ, ດອກຈານ ແລະ ອີື່ນໆ.




ທ່ານ ນາງ ຈັນເພັດ ຄຳຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ ກະຊວງ ຖວທ ໄດ້ສະແດງຄວາມຊົມເຊີຍ ຕໍ່ ພະອາຈານ ໄພວັນ ມາລາວົງ ທີ່ໄດ້ເປັນເຈົ້າການ ຈັດງານໃນຄັ້ງນີ້ຂຶ້ນ ເຊິ່ງເປັນການປະກອບສ່ວນ ຮັກສາສິລະປະດ້ານການຂີດ-ຂຽນ ແລະ ວັດທະນະທຳ ອັນດີງາມຂອງຊາດລາວເຮົາ ໃຫ້ຄົງຢູ່ຄູ່ຄົນລາວ ຕະຫລອດໄປ, ພ້ອມທັງ ​ໄດ້ຢືນຍັນວ່າ ກົມວັນນະຄະດີ ແລະ ພິມຈຳໜ່າຍ ກໍຄື ກະຊວງ ຖວທ ຈະສະໜັບສະໜູນ ງານອ່ານກາວີ ເທສະການ
ມາຄະບູຊາ ສະເໝຫາບຸນເຂົ້າຈີ່ ຍອດກະວີປາງຄໍາ ລຳນໍາດອກໄມ້ບານໃຫ້ເປັນປະເພນີ ປະຈໍາວັດຕົ້ນຕະກູນສີຊົມຊື່ນ ບ້ານໜອງບົວທອງເໜືອ ໃນທຸກໆປີ.

ຂ່າວ: ທະນູທອງ

ພາບ: ແສງຈັນ

KPL