ການນໍາພັກ-ລັດ ແລະ ມວນຊົນຮ່ວມ ໃສ່ບາດ ຢູ່ຜາສາດຫີນ ວັດພູຈໍາປາສັກ

12/02/2025 14:17
Email Print 83
KPL - Asean 2024 ຂປລ. ຕອນເຊົ້າວັນທີ 12 ກຸມພາ 2025 ກົງກັບວັນພຸດ, ເພັງ 15 ຄໍ່າເດືອນສາມ (ວັນບຸນມາຄະບູຊາ) ພສ 2566, ທ່ານ ພົນ​ເອກ​ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍການນໍາພັກ-ລັດທັງສູນກາງ ແລະ ທ້ອງຖິ່ນ ໄດ້ຮ່ວມກັບຊາວພຸດພາຍໃນແຂວງຈໍາປາສັກ, ຕ່າງແຂວງ ແລະ ຕ່າງປະເທດ ຮ່ວມກັນທຳບຸນຕັກບາດຖວາຍເຄື່ອງໄຊຍະທານຕ່າງໆ ທີ່ສະຖານບູຮານວັດພູຈຳປາສັກ ມໍລະລົກໂລກ ແຫ່ງທີ 2 ຂອງລາວ.



ຂປລ. ຕອນເຊົ້າວັນທີ
12 ກຸມພາ 2025 ກົງກັບວັນພຸດ,  ເພັງ 15 ຄໍ່າເດືອນສາມ  (ວັນບຸນມາຄະບູຊາ) ພສ 2566, ທ່ານ ພົນ​ເອກ​ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍການນໍາພັກ-ລັດທັງສູນກາງ ແລະ ທ້ອງຖິ່ນ ໄດ້ຮ່ວມກັບຊາວພຸດພາຍໃນແຂວງຈໍາປາສັກ, ຕ່າງແຂວງ ແລະ ຕ່າງປະເທດ ຮ່ວມກັນທຳບຸນຕັກບາດຖວາຍເຄື່ອງໄຊຍະທານຕ່າງໆ ທີ່ສະຖານບູຮານວັດພູຈຳປາສັກ ມໍລະລົກໂລກ ແຫ່ງທີ 2 ຂອງລາວ.




ໃນ​ພິທີ, ທ່ານ ພົນ​ເອກ​ ວິໄລ ຫລ້າຄຳຟອງ ໄດ້​ໄຕ້ທຽນໄຊ ໄຫວ້ພະລັດຕະນະໄຕ ​ແລະ
ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ກໍ​ໄດ້ລັ່ນຄ້ອງ 9 ບາດ, ພະອາຈານໄດ້ນຳພາຄະນະສົງຈຳນວນ 390 ກວ່າອົງ ແລະ ອອກຕົນຍາດໂຍມທັງຫລາຍ ດຳເນີນພິທີທາງສາສະໜາ ໄຫວ້ພະຣັດຕະນະໄຕ, ກ່າວຄຳຖວາຍປັດໄຈ, ລາດທະນາສິນ, ຢາດນໍ້າໃຫ້ພອນແກ່ອອກຕົນຍາດຍົມ. ຈາກນັ້ນ, ອອກຕົນຍາດໂຍມ ກໍໄດ້ໃສ່ບາດຖວາຍປັດໄຈທານ  ແດ່ພະສົງ, ຂຶ້ນກາບໄຫວ້ຂໍພອນ ທີ່ສະຖານບູຮານວັດພູ ​ແລະ ບາສີສູ່ຂວັນຕາມຄວາມເຊື່ອ ຕາມຈິດໃຈໃສສັດທາຂອງຕົນ.




ການໃສ່ບາດຢູ່ສະຖານບູຮານວັດພູຈຳປາສັກ ນອກຈາກເປັນການສືບທອດ ຮີດຄອງປະເພນີວັດ ທະນະທຳອັນດີງາມຂອງຊາດ ທີ່ຊາວເມືອງ ກໍຄື ແຂວງ ຈຳປາສັກ ສືບທອດມາແຕ່ບູຮານນະການ ໃຫ້ຄຽງຄູ ຢູ່ກັບຄົນລາວຕະຫລອດໄປແລ້ວ, ຍັງເປັນການສະເຫລີມສະຫລອງ ເປີດປີທ່ອງທ່ຽວລາວ ​ແລະ ເປັນການອຸທິດສ່ວນບຸນ ສ່ວນກຸສົນ ແລະ ເປັນສີລິມົງຄຸນໃຫ້ແກ່ຕົນເອງ ແລະ ຄອບຄົວໃຫ້ຢູ່ດີມີສຸກ, ທັງເປັນການເຜີຍແຜ່ວັດທະນະທຳ ແລະ ດຶງດູດນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວຊົມວັດພູຈໍ​ປາ​ສັກ ມໍລະດົກໂລກແຫ່ງທີ
2 ຂອງລາວໃຫ້ນັບມື້ຫລາຍຂຶ້ນ.

KPL