ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ແຫ່ຜາສາດເຜິ້ງ ບຸນພະທາດສີໂຄດຕະບອງ
![](images/demo-img8.jpg)
ຂປລ. ພິທີແຫ່ຜາສາດເຜິ້ງ ໃນບຸນນະມັດສະການພຣະທາດ ສີໂຄດຕະບອງ ປະຈຳປີ 2025 ໄດ້ຈັດຂຶ້ນໃນ ວັນທີ 11 ກຸມພາ ກົງກັບມື້ຂື້ນ 14 ຄໍ່າ ເດືອນ 3 ລາວ ພສ 2567 ໂດຍມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍການນໍາຂັ້ນແຂວງ, ເມືອງ, ພະແນກການ ແລະ ມວນຊົນແຂວງຄໍາມ່ວນ ເຂົ້າຮ່ວມຢ່າງເປັນຂະບວນ.
ພິທີແຫ່ຜາສາດເຜິ້ງ ແມ່ນພິທີກໍາອັນສໍາຄັນ ທາງພຸດທະສາສະໜາ ແລະ ແມ່ນໜຶ່ງໃນກິດຈະກຳສໍາຄັນ ໃນບຸນນະມັດສະການ ພຣະທາດສີໂຄດຕະບອງ ເຊິ່ງເປັນຮີດຄອງປະເພນີອັນດີງາມທາງດ້ານວັດ ທະນະທຳ ຂອງຊາວພຸດ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ ເພື່ອເປັນການບູຊາພະຣັດຕະນະໄຕ ແລະ ເປັນການບູຊາພະທາດສີ ໂຄດຕະບອງ ເຊິ່ງຂະບວນແຫ່ຜາສາດເຜິ້ງ ແມ່ນໄດ້ເລີ່ມເຕົ້້າໂຮມ ຢູ່ເດີ່ນຫ້ອງວ່າການເມືອງທ່າແຂກ ແລ້ວເຄື່ອນຂະບວນເຂົ້າສູ່ພະທາດສີໂຄດຕະບອງ ເພື່ອທຳພິທີແຫ່ອ້ອມຮອບພະທາດ ຈໍານວນ 3 ຮອບ. ຈາກນັ້ນ, ກໍນໍາເອົາຜາສາດເຜິ້ງ ພ້ອມທັງຕົ້ນກະລະພຶກ ແລະ ວັດຖຸທານອື່ນໆ ຕາມສັດທາຂອງຜູ້ເຂົ້າຮ່ວມ ຖວາຍແດ່ ພະສົງຕາມພິທີກໍາທາງສາສະໜາ. ທັງນີ້, ກໍເພື່ອເປັນການອະນຸລັກຮັກສາຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງ ຊາດລາວເຮົາ ກໍຄືປະຊາ ຊົນແຂວງຄຳມ່ວນ ໄວ້ຄົງຢູ່ຕະຫລອດໄປ.
ໂອກາດດຽວກັນ, ບັນດາທ່ານການນໍາ, ບໍລິສັດ, ຫົວໜ່ວຍທຸລະກິດຕ່າງໆ ຍັງໄດ້ປະກອບສ່ວນ ຖວາຍວັດຖຸ ແລະ ປັດໄຈ ເພື່ອເຮັດໃຫ້ງານດັ່ງກ່າວ ສຳເລັດໄປດ້ວຍດີ ແລະ ເປັນການຕໍ່ຍອດໃນການບູລະນະ ປະຕິສັງຂອນ ແລະ ພັດທະນາ ພະທາດສີໂຄດຕະບອງ ໃຫ້ມີຄວາມຮຸ່ງເຮືອງເຫລືອງເຫລື້ອມ ຄົງຢູ່ຄູ່ບ້ານຄູ່ເມືອງ, ເປັນສັນຍາລັກ, ເປັນສູນລວມທາງດ້ານຈິດໃຈ ແລະ ເປັນມິ່ງຂວັນຂອງຊາວພຸດທະສາສະນິກະຊົນ, ປະຊາຊົນລາວບັນດາເຜົ່າ ພາຍໃນແຂວງຄໍາມ່ວນຕະຫລອດໄປ.
ພ້ອມກັນນີ້, ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະ ຍັງໄດ້ຕິດຕາມກິດຈະກຳຕ່າງໆພາຍໃນງານ ໂດຍສະເພາະການແຂ່ງຂັນ ກອງແຕ້-ກອງຈິງ ເຊິ່ງເປັນກິລາທີ່ເປັນເອກະລັກຂອງ ແຂວງຄໍາມ່ວນ ແລະ ຊົມຮ້ານວາງສະແດງ ແລະ ຈໍາໜ່າຍສິນຄ້າພາຍໃນງານ ຕື່ມອີກ.
ຂ່າວ-ພາບ: ແຂວງຄໍາມ່ວນ