ທົບທວນໂຄງການສ້າງຄວາມເຂັ້ມແຂງ ວຽກງານສຸຂະພາບຕາ

12/02/2025 14:07
Email Print 83
KPL - Asean 2024 ຂປລ. ກອງປະຊຸມທົບທວນການຈັດຕັ້ງປະຕິບັດ ວຽກງານໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບວຽກງານສຸຂະພາບຕາ ປະຈຳປີ 2024 ແລະ ວາງທິດທາງແຜນການ 2025 ຢູ່ ສປປ ລາວ ຈັດຂຶ້ນວັນທີ 11 ກຸມພາ 2025 ທີ່ນະຄອນຫລວງວຽງ ເປັນປະທານຮ່ວມຂອງທ່ານ ຄຳໃສ ເດດລືຊາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ແລະ ທ່ານ ນາງ ອາມັນດາ ຮວງ ຫົວໜ້າມູນນິທິເຟຣສ ໂຮໂລ ປະຈຳພາກພື້ນ, ມີຄະນະກຳມະການຄຸ້ມຄອງໂຄງການຂັ້ນສູນກາງ, ຂັ້ນ​ແຂວງ ​ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.




ຂປລ. ກອງປະຊຸມທົບທວນການຈັດຕັ້ງປະຕິບັດ ວຽກງານໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບວຽກງານສຸຂະພາບຕາ ປະຈຳປີ
2024 ແລະ ວາງທິດທາງແຜນການ 2025 ຢູ່ ສປປ ລາວ ຈັດຂຶ້ນວັນທີ 11 ກຸມພາ 2025 ທີ່ນະຄອນຫລວງວຽງ ເປັນປະທານຮ່ວມຂອງທ່ານ ຄຳໃສ ເດດລືຊາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ແລະ ທ່ານ ນາງ ອາມັນດາ ຮວງ ຫົວໜ້າມູນນິທິເຟຣສ ໂຮໂລ ປະຈຳພາກພື້ນ, ມີຄະນະກຳມະການຄຸ້ມຄອງໂຄງການຂັ້ນສູນກາງ, ຂັ້ນ​ແຂວງ ​ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳໃສ ເດດລືຊາ ​ໄດ້​ໃຫ້​ຮູ້ວ່າ: ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບວຽກງານສຸຂະພາບຕາ ໃນ ສປປ ລາວ 2021-2025 ເປັນໂຄງການທີ່ມີຄວາມສຳຄັນ ໃນການປັບປຸງຄຸນນະພາບ ແລະ ຊຸກຍູ້ສົ່ງເສີມວຽກງານ ດ້ານການບໍລິການ ຮັກສາສຸຂະພາບໃຫ້ແກ່ ປະຊາຊົນບັນດາເຜົ່າຢູ່ໃນລາວ ເຊິ່ງໂຄງການດັ່ງກ່າວ, ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2021-2025 ໂດຍໄດ້ສຸມໃສ່ວຽກງານການພັດທະນາ ບຸກຄະລາກອນພະຍາບານຕາ, ແພດຊ່ຽວຊານຮັກສາສຸຂະພາບຕາ, ພັດທະນາຄວາມຮູ້ທາງດ້ານວິຊາການ, ຄວາມຊຳນານທາງດ້ານການຜ່າຕັດຕາຂຸ້ນ, ສະໜອງຢາ, ເຄື່ອງອຸປະໂພກ, ອຸປະກອນ-ເຄື່ອງມືສຳ ລັບການຜ່າຕັດຕາຂຸ້ນ ແລະ ຊ່ວຍເຫລືອງົບປະມານ ໃນການຜ່າຕັດແກ່ນຕາຂຸ້ນຢູ່ໂຮງໝໍ, ການບໍລິການການດູແລຮັກສາສຸຂະພາບຕາ ແລະ ການຜ່າຕັດຕາຂຸ້ນເຄື່ອນທີ່ຢູ່ໃນແຂວງ, ເມືອງເປົ້າໝາຍ ແລະ ໃນຊຸມຊົນ 5 ແຂວງເປົ້າໝາຍ.

​ໃນກອງປະຊຸມດັ່ງກ່າວ, ໄດ້ທົບທວນການຈັດຕັ້ງປະຕິບັດວຽກງານໂຄງການ 2024 ແລະ ວາງແຜນການ 2025, ປຶກສາຫາລືທົບທວນ ແລະ ລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ໂຄງ ການໃນໄລຍະ 1 ປີຜ່ານມາ, ນຳສະເໜີແຜນຈັດຕັ້ງປະຕິບັດກິດຈະກຳ ແຜນງົບປະມານສຳລັບ 1 ປີ 2025 ແລະ ກຳນົດແຜນບຸລິມະສິດໄຕມາດທີ 1 ເດືອນຕົ້ນປີ 2025, ທົບທວນປັບປຸງໂຄງຮ່າງການ ຈັດຕັ້ງ ແລະ ຂອດການປະສານງານ ຂອງຄະນະກຳມະການຄຸ້ມຄອງໂຄງການ ໃນລະດັບສູນກາງ ແລະ ແຂວງ, ຮັບຟັງການນຳສະເໜີຜົນສຳເລັດ, ສິ່ງທີ່ທ້າທາຍ, ບົດຮຽນທີ່ຖອດຖອນໄດ້ ແລະ ບາງຂົງເຂດວຽກງານ ໃນການຈັດຕັ້ງ ປະຕິບັດວຽກງານ ໂຄງການໄລຍະ 1 ປີຜ່ານມາ ພ້ອມກັນວາງແຜນຈັດຕັ້ງປະຕິບັດ ວຽກງານໂຄງການການບໍລິການ ແລະ ຮັກສາສຸຂະພາບຕາ ໃນປີ 2025 ໃຫ້ມີຜົນສຳເລັດຕາມຄວາມ ຄາດໝາຍ ແລະ ແຜນການທີ່ໄດ້ວາງໄວ້.

ຂ່າວ: ວຽງຈັນໃໝ່

KPL