ສຳມະນາວິທະຍາສາດ 70 ປີພາຍໃຕ້ ການນຳພາຂອງພັກ ທີ່ມີກຽດສະຫງ່າ
![](images/demo-img8.jpg)
ຂປລ. ສຳມະນາວິທະຍາສາດ ສະຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບ ຮອບ 70 ປີ ພາຍໃຕ້ຫົວຂໍ້" 70 ປີ ພາຍໃຕ້ການນຳພາຂອງພັກ ທີ່ມີກຽດສະຫງ່າ" ຈັດຂຶ້ນໃນວັນທີ 12 ກຸມພາ 2025 ໃຫ້ກຽດເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຫົວໜ້າອະນຸກຳມະການເນື້ອໃນ 3 ວັນປະຫວັດສາດ, ມີບັນດາກະຊວງອົງການອ້ອມຂ້າງ ເຂົ້າຮ່ວມ.
ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ໃຫ້ຮູ້ວ່າ: ການສຳມະນາຄັ້ງນີ້, ມີຄວາມໝາຍທາງດ້ານທິດສະດີ ແລະ ພຶດຕິກຳ, ເປັນການຫວນຄືນມູນເຊື້ອອັນສະຫງ່າງາມ ແລະ ຜົນງານອັນຍິ່ງໃຫຍ່ແຫ່ງ ການນຳ ພາຂອງ ພັກປະຊາຊົນປະຕິວັດລາວ ຕະຫລອດ 70 ປີ ແຫ່ງການກໍ່່ຕັ້ງ ແລະ ນຳພາພາລະກິດປະຕິວັດຢູ່ປະເທດເຮົາ. ການສ້າງຕັ້ງພັກປະຊາຊົນລາວ ເປັນເຫດການການເມືອງອັນຍິ່ງໃຫຍ່ ໃນປະຫວັດສາດຂອງຊາດລາວ, ມັນບົ່ງບອກວ່າແຕ່ນີ້ຕໍ່ໄປ ພັກປະຕິວັດລາວ ເປັນຜູ້ຮັບເອົາພາລະກຳປະຫວັດສາດ ອັນສະກະລະບູຊາ ແຫ່ງການນຳພາການປະຕິວັດລາວກ້າວຂຶ້ນ. ການກຳເນີດຂອງ ພັກປະຊາຊົນລາວ ເປັນການສົບທົບລະຫວ່າງ ຂະບວນການຕໍ່ສູ້ຮັກຊາດ ຂອງປະຊາຊົນລາວບັນດາເຜົ່າ ແລະ ລັດທິມາກ-ເລນິນ ທີ່ປະທານໂຮ່ຈີ່ມິງ ນຳມາເຜີຍແຜ່ເຂົ້າສູ່ອິນດູຈີນ, ເປັນການສືບທອດພາລະກິດ ທີ່ມີກຽດສະຫງ່າ ຂອງພັກກອມມູນິດອິນດູຈີນ, ຮັບເອົາພາລະກຳປະຫວັດສາດ ອັນແສນຫຍຸ້ງຍາກ ແຕ່ສະຫງ່າລາສີແຫ່ງການ ນຳພາການຕໍ່ສູ້ຂອງປະຊາຊົນລາວ ເປັນຂີດໝາຍແຫ່ງການຂະຫຍາຍຕົວໃໝ່ ແລະ ເປັນບາດລ້ຽວທີ່ສໍາຄັນຍິ່ງໃນປະຫວັດສາດຂອງການປະຕິວັດລາວ.
ນັບແຕ່ປີ 1975 ເປັນຕົ້ນມາ, ພັກໄດ້ກາຍເປັນພັກກຳອຳນາດ ແລະ ສ້າງຕັ້ງອໍານາດການປົກ ຄອງໃໝ່ຂຶ້ນ, ພັກເຮົາໄດ້ເອົາໃຈໃສ່ນໍາພາແກ້ໄຂ ແລະ ຟື້ນຟູເສດຖະກິດ-ສັງຄົມ ໂດຍສຸມໃສ່ແກ້ໄຂຜົນຮ້າຍຂອງສົງຄາມ ແລະ ຂອງສັງຄົມທີ່ລະບອບເກົ່າປະໄວ້, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາ ຊົນ ຄ່ອຍໆ ກ້າວເຂົ້າສູ່ສະພາບປົກກະຕິ, ທັງໄດ້ເອົາໃຈໃສ່ຂະຫຍາຍການສຶກສາ, ລົບລ້າງຄວາມບໍ່ຮູ້ໜັງສື, ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳອັນດີງາມຂອງຊາດ, ຂອງເຜົ່າ ມີຜົນສຳເລັດເປັນກ້າວໆ; ສືບຕໍ່ນຳພາຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 1 (1981-1985) ສຳເລັດໂດຍພື້ນຖານ ອັນໄດ້ປະກອບສ່ວນສ້າງປະຖົມປັດໄຈ ແລະ ເງື່ອນໄຂສະດວກໃຫ້ແກ່ການສືບຕໍ່ກ້າວຂຶ້ນຂອງປະເທດຊາດ. ໃນໄລຍະຕົ້ນແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ ພັກເຮົາໄດ້ຖືສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານກໍ່ສ້າງພັກ ແລະ ໄດ້ວາງໜ້າທີ່ ແລະ ທິດນຳຂອງການກໍ່ສ້າງພັກໃນໄລຍະໃໝ່ອອກ, ພັກໄດ້ເອົາໃຈໃສ່ປັບປຸງຕົນເອງ ໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ ການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນວິທີນຳພາ, ການກວດກາ, ການຄຸ້ມຄອງ-ປ້ອງກັນພັກ ແລະ ໄດ້ສ້າງການຫັນປ່ຽນຢ່າງແຂງ ແຮງ, ເລິກເຊິ່ງ, ຮອບດ້ານກ່ຽວກັບວຽກງານພະນັກງານໃນໄລຍະໃໝ່.
ໂອກາດຽວກັນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງ ການນຳສະເໜີ ຫົວຂໍ້ກ່ຽວກັບການກຳເນີດ ຂອງພັກປະຊາຊົນລາວ ເປັນບາດລ້ຽວປະຫວັດສາດ ຕັດສິນໄຊຊະນະຂອງການປະຕິວັດລາວ, ພັກປະຊາຊົນປະຕິວັດລາວ ນໍາພາພາລະກິດປົດປ່ອຍຊາດ ຢ່າງສົມບູນ, ພັກກໍ່ສ້າງ-ປັບປຸງຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອຮັບປະກັນໄຊຊະນະ , ພັກນຳພາສ້າງລັດຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ, ພັກນໍາພາພັດທະນາເສດຖະກິດຕະຫລາດ ຕາມທິດສັງຄົມນິຍົມ, ພັກນໍາພາພັດທະນາວັດທະນະທຳ-ສັງຄົມ ເພື່ອຄວາມຢູ່ດີກິນດີຂອງປະຊາຊົນບັນດາເຜົ່າ, ພັກນຳພາເຕົ້າໂຮມຄວາມສາມັກ ຄີ ເປັນປຶກແຜ່ນທົ່ວປວງຊົນລາວທັງຊາດ, ພັກນຳພາວຽກງານປ້ອງກັນຊາດ ບົນເສັ້ນທາງກ້າວສູ່ຈຸດໝາຍສັງຄົມນິຍົມ, ພັກນຳພາກໍ່ສ້າງກຳລັງປ້ອງກັນຄວາມສະຫງົບເຂັ້ມແຂງ, ມີແບບແຜນທັນສະໄໝ ແລະ ພັກນໍາພາເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ.
ຂ່າວ: ກິດຕາ
ພາບ: ອ່າຍຄຳ