ເປີດງານວາງສະແດງຜະລິດຕະພັນຍີ່ປຸ່ນ ຢູ່ ນວ

12/02/2025 14:33
Email Print 83
KPL - Asean 2024 ຂປລ. ອົງການເຈໂຕຣ ຫລື ອົງການສົ່ງເສີມການຄ້າຍີ່ປຸ່ນ ຈັດງານວາງສະແດງຜະລິດຕະພັນຍີ່ ປຸ່ນ ໃນລະຫວ່າງ ວັນທີ 11-12 ກຸມພາ 2025 ທີ່ສູນການຄ້າພາກຊັນ ນະຄອນຫລວງວຽງຈັນ ເຊິ່ງ ບັນດາບໍລິສັດ ຈາກປະເທດຍີ່ປຸ່ນ ໄດ້ນຳເອົາຜະລິດຂອງຕົນມາວາງຈຳໜ່າຍ ເຊິ່ງປະກອບມີ 4 ປະເພດຫລັກຄື: ເຄື່ອງສຳອາງ, ອາຫານ ແລະ ເຄື່ອງດື່ມ, ເຄື່ອງໃຊ້ຄົວເຮືອນ ​ແລະ ເຄື່ອງໃຊ້ອຸດສາຫະກຳ.



ຂປລ. ອົງການເຈໂຕຣ ຫລື ອົງການສົ່ງເສີມການຄ້າຍີ່ປຸ່ນ ຈັດງານວາງສະແດງຜະລິດຕະພັນຍີ່ ປຸ່ນ ໃນລະຫວ່າງ ວັນທີ
11-12 ກຸມພາ 2025 ທີ່ສູນການຄ້າພາກຊັນ ນະຄອນຫລວງວຽງຈັນ ເຊິ່ງ ບັນດາບໍລິສັດ ຈາກປະເທດຍີ່ປຸ່ນ ໄດ້ນຳເອົາຜະລິດຂອງຕົນມາວາງຈຳໜ່າຍ ເຊິ່ງປະກອບມີ 4 ປະເພດຫລັກຄື: ເຄື່ອງສຳອາງ, ອາຫານ ແລະ ເຄື່ອງດື່ມ,  ເຄື່ອງໃຊ້ຄົວເຮືອນ ​ແລະ ເຄື່ອງໃຊ້ອຸດສາຫະກຳ.



ທ່ານ ຄິຄຸຈິ ຢາຊຸຊິ ຫົວໜ້າອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈຳລາວ ໄດ້ໃຫ້ສຳພາດວ່າ: ການຈັດງານຄັ້ງນີ້
, ເປັນອີກກິດຈະກຳໜຶ່ງ ທີ່ປະກອບສ່ວນເຂົ້າໃນ ການສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ເຊິ່ງຈັດຂຶ້ນສຳລັບບັນດາຜູ້ປະກອບການ ໄດ້ມີໂອກາດພົບປະແລກ ປ່ຽນຂໍ້ມູນທາງດ້ານການຄ້າ-ການລົງທຶນ ກໍຄື ການຊື້-ຂາຍ, ການຊອກຫາຕະຫລາດ ເຊິ່ງກັນ ແລະ ກັນ ລະຫວ່າງ ຜູ້ປະກອບການຂອງລາວ ແລະ ຍີ່ປຸ່ນ ຄາດວ່າພາຍໃນງານບັນດາຜູ້ປະກອບການຝ່າຍລາວ ຫລາຍກວ່າ 50 ບໍລິສັດ ຈະມີການຕົກລົງຊື້-ຂາຍສິນຄ້າ.




ອົງການສົ່ງເສີມການຄ້າຍີ່ປຸ່ນ ແມ່ນອົງການຂອງລັດຖະບານຍີ່ປຸ່ນ ທີ່ເຮັດວຽກກ່ຽວກັບການສົ່ງ ເສີມການຄ້າ ແລະ ການລົງທຶນລະຫວ່າງຍີ່ປຸ່ນກັບຕ່າງປະເທດ, ປັດຈຸບັນ ມີຫ້ອງການພາຍໃນປະເທດຍີ່ປຸ່ນ
49 ຫ້ອງການ ແລະ ຢູ່ຕ່າງປະເທດ 76 ຫ້ອງການ ຢູ່ 55 ປະເທດໃນໂລກ. ສຳລັບຢູ່ ນະຄອນ ຫລວງວຽງຈັນ ໄດ້ສ້າງຕັ້ງຂຶ້ນໃນປີ 2014 ແລະ ມີໜ້າທີ່ໃນການຄົ້ນຄວ້າ ພື້ນຖານເສດຖະກິດ-ການ ເມືອງ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງກັບການຄ້າ-ການລົງທຶນໃນ ສປປ ລາວ, ສົ່ງເສີມບໍລິສັດຍີ່ປຸ່ນ ສົ່ງອອກສູ່ຕ່າງປະເທດ, ເຮັດວຽກຮ່ວມກັນລະຫວ່າງບໍລິສັດສາກົນ ລວມທັງບໍລິສັດຕ່າງປະເທດທີ່ມາລົງທຶນໃນປະເທດຍີ່ປຸ່ນ, ສະໜັບສະໜູນບໍລິສັດ ຍີ່ປຸ່ນທີ່ລົງທຶນໃນລາວ ລວມທັງປັບປຸງສະພາບແວດລ້ອມທາງດ້ານເສດຖະກິດ.

ຂ່າວ-ພາບ: ກິດຕາ

KPL