ລັດຖະມົນຕີຕ່າງປະເທດ ລາວ-ອົດສະຕຣາລີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

12/02/2025 14:10
Email Print 83
KPL - Asean 2024 ຂປລ. ໃນວັນທີ 10 ກຸມພາ 2025 ຜ່ານ​ມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະຜ່ານລະບົບທາງໄກກັບ ທ່ານ ນາງ ເພັນນີ ວອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ໃນການເສີມ ຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ.


ຂປລ. ໃນວັນທີ 10 ກຸມພາ 2025 ຜ່ານ​ມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະຜ່ານລະບົບທາງໄກກັບ ທ່ານ ນາງ ເພັນນີ ວອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ໃນການເສີມ ຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ.

ໂອກາດນີ້, ສອງລັດຖະມົນຕີ ໄດ້ສະແດງຄວາມຍິນດີ ທີ່ໄດ້ມີໂອກາດສົນທະນາ ເພື່ອຮັດແໜ້ນການຮ່ວມມືສອງຝ່າຍ ລາວ-ອົດສະຕຣາລີ ໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ຕະຫລອດໄລຍະ 73 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ອົດສະຕຣາລີ ເຊິ່ງໄດ້ຮັບການເສີມຂະຫຍາຍ ແລະ ມີຜົນສໍາເລັດເປັນກ້າວໆມາ ໂດຍສະເພາະ ແມ່ນຜົນສໍາເລັດຂອງ ການຢ້ຽມຢາມອົດສະຕຣາລີ ຢ່າງເປັນທາງການ ແລະ ການເປັນປະທານຮ່ວມໃນກອງປະຊຸມສຸດຍອດສະໄໝພິເສດ ອາຊຽນ-ອົດສະຕຣາລີ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອສະເຫລີມສະຫລອງການພົວພັນຮ່ວມມື ອາຊຽນ-ອົດສະ ຕຣາລີ ຄົບຮອບ 50 ປີ, ພ້ອມທັງໄດ້ຮ່ວມກັນຍົກລະດັບການພົວພັນຮ່ວມມືສອງຝ່າຍ ລາວ-ອົດສະ ຕຣາລີ ຂຶ້ນເປັນຄູ່ຮ່ວມມືຮອບດ້ານໃນປີ 2024 ທີ່ຜ່ານມາ. ຂະນະດຽວກັນ, ທ່ານລັດຖະມົນຕີກະຊວງ​ການ​ຕ່າງປະເທດລາວ ຍັງໄດ້ອວຍພອນວັນຊາດ ອົດສະຕຣາລີ ຄົບຮອບ 237 ປີ.




ນອກຈາກນີ້
, ສອງຝ່າຍໄດ້ເຫັນດີຮ່ວມກັນ ຈະສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາຂະແໜງ ການຕ່າງໆ ທີ່ກຳນົດຢູ່ໃນແຜນປະຕິບັດງານ ຂອງການເປັນຄູ່ຮ່ວມມືຮອບດ້ານ ເປັນຕົ້ນ ການພັດທະນາດ້ານຊັບພະຍາກອນມະນຸດ, ການຄ້າ-ການລົງທຶນ, ການແກ້ໄຂບັນຫາສະພາບ ການປ່ຽນແປງຂອງດິນຟ້າອາກາດ, ພະລັງງານແບບຍືນຍົງ, ວຽກງານຄວາມໝັ້ນຄົງ ແລະ ການບັງຄັບໃຊ້ກົດໝາຍ. ພ້ອມກັນນີ້, ສອງຝ່າຍ ໄດ້ຖືໂອກາດແລກປ່ຽນຄໍາຄິດເຫັນກ່ຽວກັບ ຄວາມຄືບໜ້າການສືບສວນ-ສອບສວນ ຕໍ່ເຫດການນັກທ່ອງທ່ຽວ ອົດສະຕຣາລີ 2 ຄົນ ທີ່ເຈັບປ່ວຍກະທັນຫັນ ແລະ ໄດ້ຮັບຂ່າວເສຍຊີວິດ ໃນໄລຍະຕໍ່ມາ ໃນເດືອນ ພະຈິກ ປີ 2024; ສອງຝ່າຍໄດ້ສະແດງຄວາມເສຍໃຈ ຕໍ່ເຫດການທີ່ບໍ່ເພິ່ງປາຖະໜາດັ່ງກ່າວ ແລະ ກໍຫວັງວ່າຈະບໍ່ກະທົບຕໍ່ ສາຍພົວພັນຂອງສອງປະເທດ.

ຂ່າວ-ພາບ: ກຕທ

KPL