ວຽກງານ ຖວທ ຕ້ອງສືບຕໍ່ປັບປຸງບາງດ້ານ
![](images/demo-img8.jpg)
*ທ່ານ ແພງສີ ສີລາວີ ຮອງປະທານສະພາປະຊາຊົນແຂວງເຊກອງ ໄດ້ມີຄຳເຫັນຕໍ່ກອງປະຊຸມສະຫລຸບວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວທົ່ວປະເທດ ປີ 2024 ແລະ ທິດທາງປີ 2025 ມໍ່ໆນີ້ວ່າ: ການຈັດຕັ້ງປະຕິບັດກິດຈະກໍາເປີດປີທ່ອງທ່ຽວລາວ ປີ 2024 ໂດຍລວມແລ້ວແມ່ນໄດ້ຮັບຜົນສໍາເລັດຫລາຍ ໂດຍສະເພາະຢູ່ແຂວງເຊກອງ ການຈັດກິດຈະກໍາປີທ່ອງທ່ຽວຢູ່ໃນຂັ້ນແຂວງ ແລະ ຂັ້ນເມືອງເປັນສີສັນໜຶ່ງ ສົ່ງເສີມການທ່ອງທ່ຽວໃຫ້ມີຄວາມຄືກຄັກ, ຜ່ານມາທີ່ຍັງງຽບເຫງົາ ອັນເນື່ອງມາຈາກສະພາບການລະບາດຂອງໂຄວິດ ແລະ ເສດຖະກິດຫຍຸ້ງຍາກ. ພາຍຫລັງມີນະໂຍບາຍຂອງລັດຖະບານ ກໍຄືການຖະແຫລງການຂອງກະຊວງ ຖວທ ວ່າດ້ວຍເປີດໄຟຂຽວ ຊຸກຍູ້-ສົ່ງເສີມ ປະຕິບັດກິດຈະກໍາການທ່ອງທ່ຽວໃນທົ່ວປະເທດ ເຫັນວ່າບັນຍາກາດການທ່ອງທ່ຽວ ກັບມາມີສີສັນອີກຄັ້ງ. ສະເພາະແຂວງເຊກອງ ມີແຂກພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວເພີ່ມຂຶ້ນຫລາຍເທົ່າຕົວ. ການຈັດຕັ້ງປະຕິບັດງານເປີດປີທ່ອງທ່ຽວລາວປີ 2024 ມີ ຜົນໄດ້ຮັບຫລາຍ, ເຖິງວ່າລັດຖະບານໄດ້ທຸ້ມເງິນເຂົ້າໃນກິດຈະກໍາ ການທ່ອງທ່ຽວໃນປີ 2024 ຫລາຍພໍສົມຄວນ. ຂະນະທີ່ຜົນຕອບແທນກໍ່ໄດ້ດີເກີນຄາດ. ໝາຍຄວາມວ່ານອກຈາກຕົວເລກນັກທ່ອງທ່ຽວເພີ່ມສູງຂຶ້ນແລ້ວ ຍັງເຮັດໃຫ້ຕະຫລາດນັກທ່ອງທ່ຽວຈາກພາກພື້ນ ແລະ ໂລກເປັນທີ່ຮູ້ຈັກ ສປປ ລາວ ຫລາຍຂຶ້ນກວ່າເກົ່າ. ອັນນັ້ນຄືຜົນໄດ້ຮັບທີ່ເປັນຮູບປະທໍາ.
ຄືດັ່ງທີ່ຮູ້ແລ້ວວ່າ ການພັດທະນາເຕັກໂນໂລຊີ ມີຄວາມທັນສະໄໝ ໂລກຂອງເຮົາໄດ້ແຄບເຂົ້າດ້ວຍປາຍນີ້ວມືກົດນັ້ນ ກົດນີ້ ຢູ່ໃນໂຊຊຽວມີເດຍ ຫລື ໂທລະສັບມືຖື; ເຮັດໃຫ້ການພົວພັນລະຫວ່າງຄົນກັບ ຄົນ-ການໄດ້ຮັບຂໍ້ມູນ-ຂ່າວສານກວ້າງຂວາງ ບໍ່ມີພົມແດນ; ການປະຕິບັດໜ້າທີ່ວຽກງານມີຄວາມວ່ອງໄວ, ປະຢັດແຮງງານ, ປະຢັດເວລາ ແລະ ອື່ນໆ. ແນ່ນອນຜົນຕາມມານັ້ນ ຄ່າໃຊ້ຈ່າຍອຸປະກອນເຕັກໂນໂລຊີ ທີ່ທັນສະໄໝແມ່ນມີລາຄາສູງ; ຄຽງຄູ່ກັບບັນຫາດັ່ງກ່າວເຮັດໃຫ້ຄົນຫວ່າງງານ, ຂໍ້ມູນ-ຂ່າວ ສານມີຄວາມຫລາກຫລາຍບໍ່ຮູ້ອັນໃດຈິງ, ອັນໃດປອມ; ເປັນຊ່ອງທາງໃຫ້ພວກອິດທິກໍາລັງປໍລະປັກໂຄ່ນລົ້ມໂຈມຕີຕໍ່ແນວທາງຂອງພັກ-ລັດ ແລະ ອື່ນໆ. ທ່ານ ແພງສີ ສີລາວີ ກ່າວ.
ສຳລັບວິທີແກ້ໄຂນ້ັນ, ທ່າວ ແພງສີ ສີລາວີ ກ່າວວ່າ: ຕ້ອງມີກົນໄກໃນການຄຸ້ມຄອງທີ່ດີ, ຄົນກໍຕ້ອງມີທັດສະນະຄຸນທາດການເມືອງໝັກແໜ້ນ ແລະ ທັນສະໄໝ, ຫັນປ່ຽນ ແລະ ພັດທະນາລະບົບອຸປະກອນເຕັກນິກຂອງອົງການສື່ມວນຊົນຂອງລັດໃຫ້ທັນສະໄໝ, ຫັນປ່ຽນວິທີການຄຸ້ມຄອງ-ບໍລິຫານ, ຫັນປ່ຽນຮູບແບບການໂຄສະນາແນວທາງຂອງພັກ-ລັດ ຂອງອົງການສື່ມວນຊົນໄປຕາມການປ່ຽນແປງ ແລະ ຄວາມຕ້ອງການຂອງສັງຄົມໃນແຕ່ລະໄລຍະ. ໃນຍຸກເຕັກໂນໂລຊີທີ່ທັນສະໄໝ, ອົງການສື່ມວນຊົນ ຕ້ອງໄດ້ຫັນປ່ຽນເນື້ອໃນ-ຮູບການ, ຊ່ອງທາງ ໃນການໂຄສະນາຂໍ້ມູນ-ຂ່າວສານຂອງຕົນເຊັ່ນ: ເນື້ອໃນສັ້ນ, ສ້າງສິ່ງດຶງດູດຄວາມສົນໃຈ, ເຜີຍແຜ່ຜ່ານຫລາຍຊ່ອງທາງທີ່ເຂົ້າເຖິງໄດ້ງ່າຍເປັນຕົ້ນແມ່ນໂທລະສັບມືຖື ແລະ ອຸປະກອນອື່ນໆທີ່ມີຄວາມສະດວກ, ລາຄາບໍ່ແພງ, ຫາຊື້ໄດ້ງ່າຍ.
ສຳລັບວຽກງານວັດທະນະທໍາ ພວກເຮົາມີກົດໝາຍເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ; ສະເພາະຢູ່ແຂວງເຊກອງການນໍາແຂວງ ໄດ້ໃຫ້ຄວາມສໍາຄັນຕໍ່ວຽກງານນີ້ ແລະ ໄດ້ມີຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 37/ຈຂ.ຊກ, ລົງວັນທີ 10/3/2012 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຄຸ້ມຄອງ, ຂຶ້ນທະບຽນມໍລະດົກ ແລະ ປຸກລະດົມວັດຖຸບູຮານ, ວັດຖຸພັນ ແລະ ຜົນງານຂອງບັນດາເຜົ່າຂັ້ນແຂວງ, ຄະນະກໍາມະການໄດ້ເຄື່ອນໄຫວຈັດຕັ້ງປະຕິບັດພາລະບົດບາດຂອງຕົນເປັນປົກກະຕິ ເຮັດໃຫ້ການລະດົມວັດຖຸພັນ, ຜົນງານບັນດາເຜົ່າມາເກັບຮັກສາ ແລະ ວາງສະແດງຢູ່ຫໍພິພິຕະພັນຂອງແຂວງ ເພີ່ມຂຶ້ນ, ປັດຈຸບັນຢູ່ຫໍພິພິທະພັນມູນເຊື້ອຂອງແຂວງມີວັດຖຸພັນ 1.225 ຊະນິດ, ໃນນັ້ນ ໄດ້ຂຶ້ນທະບຽນແລ້ວ 1.139 ຊະນິດເທົ່າກັບ 93,82%; ໄດ້ຈັດວາງສະແດງສໍາເລັດ 1.093 ຊະນິດ ເທົ່າກັບ 89,12%. ທັງເປັນບ່ອນຮຽນຮູ້ຂອງນັກຮຽນ-ນັກສຶກສາ ແລະ ນັກທ່ອງທ່ຽວ. ຄຽງຄູ່ກັບບັນຫາດັ່ງກ່າວ ກໍມີຂໍ້ຫຍຸ້ງຍາກອັນທີໜຶ່ງ ບຸກຄະລາກອນບໍ່ທັນເຂັ້ມແຂງ. ສະນັ້ນ, ວັດຖຸພັນທີ່ມີຢູ່ບໍ່ສາມາດຢືນຢັນໄດ້ວ່່າເກີດຂຶ້ນໃນສະໄໝໃດ, ມີອາຍຸຈັກປີ; ອັນທີສອງງົບປະມານເພື່ອພັດທະນາ, ຄົ້ນຄວ້າ ແລະ ບູລະນະປົກປັກຮັກສາມີຈຳກັດ, ແຕ່ຄວາມຕ້ອງການປັດຈຸບັນຊໍ້າພັດຫລາຍ ເພື່ອປັບປຸງໃຫ້ມີຄວາມທັນສະໄໝຕົບແຕ່ງ ໃຫ້ມີສີສັນສວຍງາມ ເພື່ອດຶງດູດຜູ້ຄົນເຂົ້າມາເບິ່ງມາຊົມ.
ຕໍ່ກັບວຽກງານທ່ອງທ່ຽວ ສໍາລັບແຂວງເຊກອງ ເຫັນວ່ານິຕິກໍາກ່ຽວການຄຸ້ມຄອງການທ່ອງທ່ຽວຄົບຖ້ວນພໍສົມຄວນ, ສາມາດຈັດຕັ້ງປະຕິບັດໃນການຄຸ້ມຄອງວຽກງານຕ່າງໆ ໃນຂະແໜງການທ່ອງທ່ຽວໄດ້. ພຽງແຕ່ການຈັດຕັ້ງປະຕິບັດຍັງປະສານສົມທົບກັນ ບໍ່ທັນເລິກເຊິ່ງລະຫວ່າງຂະແໜງ ການກ່ຽວຂ້ອງເປັນຕົ້ນແມ່ນຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຂະແໜງແຜນການ ແລະ ການລົງທຶນ, ຂະແໜງອຸດສາຫະກໍາ ແລະ ການຄ້າ, ອົງການປົກຄອງແຕ່ລະຂັ້ນ ແລະ ຫົວໜ່ວຍຜູ້ປະກອບການຕາມການແບ່ງຂັ້ນຄຸ້ມຄອງພວກເຮົາກໍສາມາດຈັດຕັ້ງປະຕິບັດໄດ້. ຖ້າຫາກພວກເຮົາປະຕິບັດຕາມຂັ້ນຕອນ, ລະບຽບການ ແລະ ການຄຸ້ມຄອງມັນກໍຈະງ່າຍຂຶ້ນ.