ນາຍົກລັດຖະມົນຕີ ເນັ້ນໃຫ້ ກຊສ ເອົາໃຈໃສ່ຄຸ້ມຄອງສິ່ງເສດເຫລືອຢ່າງຈິງຈັງ
ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມສະຫລຸບການຈັດຕັ້ງ ປະຕິບັດວຽກງານຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ປະຈຳປີ 2024 ເມື່ອບໍ່ດົນມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ(ກຊສ) ເອົາໃຈໃສ່ປັບປຸງລະບົບ ແລະ ສ້າງກົນໄກ ເພື່ອປ້ອງກັນ, ຫລຸດຜ່ອນ ແລະ ແກ້ໄຂບັນຫາມົນລະພິດຕ່າງໆ ໂດຍສ້າງໃຫ້ມີການ ຫັນປ່ຽນແທ້ ແລະ ມີຕົວຊີ້ວັດທີ່ຊັດເຈນ; ໃຫ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດວຽກງານການຄຸ້ມຄອງ ສິ່ງເສດເຫລືອຢ່າງເອົາຈິງເອົາຈັງ ໂດຍສະເພາະ ສິ່ງເສດເຫລືອ ປລາສຕິກ ໂດຍຫລຸດຜ່ອນການນໍາໃຊ້ ປລາສຕິກຄັ້ງດຽວຖິ້ມ ແລະ ຫັນມານໍາໃຊ້ຜະລິດຕະພັນທົດແທນ; ປະສານສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການປົກຄອງທ້ອງຖິ່ນ ແກ້ໄຂບັນຫາມົນລະພິດ ໝອກຄວັນ ແລະ ໄຟໄໝ້ປ່າຢ່າງຈິງຈັງ ແລະ ມີຮູບປະທໍາ, ເພີ່ມທະວີການໂຄສະນາ ແລະ ສ້າງຈິດສໍານຶກ ໃຫ້ແກ່ປະຊາຊົນດ້ວຍຫລາຍຮູບແບບ ເພື່ອສ້າງໃຫ້ສັງຄົມມີສ່ວນຮ່ວມ ໃນການຄຸ້ມຄອງ ຊັບພະຍາກອນ ທໍາມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ.
ສຳລັບວຽກທີ່ດິນ ແມ່ນໃຫ້ສືບຕໍ່ຈັດຕັ້ງຜັນຂະຫຍາຍ ມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 026/ຄບສພ ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່ ໃຫ້ມີຜົນສໍາເລັດ; ສູ້ຊົນຈັດຕັ້ງປະຕິບັດວຽກງານ ຂຶ້ນທະບຽນອອກໃບຕາດິນ ໃຫ້ບັນລຸຕົວເລກຄາດໝາຍ 300.000 ຕອນ ໃນປີ 2025; ຮີບຮ້ອນຈັດຕັ້ງປະຕິບັດ ມະຕິສະບັບເລກທີ 57/ຄປຈ ວ່າດ້ວຍການພິຈາລະນາ ຮັບຮອງການຮັບຮູ້ສິດນໍາໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ໃຫ້ ມີປະສິດທິຜົນ; ເອົາໃຈໃສ່ຈັດຕັ້ງປະຕິບັດແຜນແມ່ບົດ ຈັດສັນທີ່ດິນແຫ່ງຊາດຮອດປີ 2030 ໂດຍຈັດສັນທີ່ດິນໃຫ້ໄດ້ ຕາມເປົ້າໝາຍ (ເນື້ອທີ່ດິນທີ່ຈະສະຫງວນ ແລະ ອະນຸລັກໃຫ້ໄດ້ 70% ແລະ ເນື້ອທີ່ດິນທີ່ຈະນໍາໃຊ້ ແລະ ພັດທະນາ 30%), ເພີ່ມທະວີການປະສານສົມທົບກັບບັນດາຂະແໜງການ ແລະ ອົງການປົກຄອງ ທ້ອງຖິ່ນ ສ້າງແຜນຈັດສັນທີ່ດິນຂັ້ນເມືອງ ແລະ ບ້ານໃຫ້ສໍາເລັດໃນຂອບເຂດທົ່ວປະເທດ ເພື່ອໃຫ້ມີຂໍ້ມູນທີ່ດິນແຕ່ລະປະເພດຢ່າງລະອຽດ ແລະ ເປັນບ່ອນອີງໃນການຂຶ້ນ ທະບຽນອອກ ໃບຕາດິນ, ເກັບອາກອນທີ່ດິນປະຈໍາປີ; ຊຸກຍູ້ບັນດາຂະແໜງການຂຶ້ນບັນຊີທີ່ດິນລັດ, ສ້າງຍຸດທະສາດ ແລະ ແຜນການນໍາໃຊ້ທີ່ດິນທີ່ຕົນເອງຄຸ້ມຄອງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ; ໃຫ້ກວດຄືນ ແລະ ດັດປັບເຂດ ປະເມີນລາຄາທີ່ດິນ ແລະ ແຜນທີ່ປະເມີນລາຄາໃຫ້ແທດເໝາະຕົວຈິງ, ສຸມໃສ່ການຫັນເປັນທັນສະໄໝ ໃນວຽກງານການຄຸ້ມຄອງທີ່ດິນ ແລະ ພັດທະນາລະບົບຖານຂໍ້ມູນທີ່ດິນ ໃຫ້ສໍາເລັດ ໂດຍໄວ ເພື່ອເຊື່ອມຕໍ່ລະບົບຖານຂໍ້ມູນທີ່ດິນ ໃນການຈັດເກັບລາຍຮັບກ່ຽວກັບທີ່ດິນ; ເລັ່ງຫັນເອົາທຸລະກິດການຊື້-ຂາຍທີ່ດິນ (ການໂອນກໍາມະສິດທີ່ດິນ), ການປ່ຽນປະເພດທີ່ດິນ ໃຫ້ເຂົ້າສູ່ລະບຽບ ການ ແລະ ເຂົ້າໃນລະບົບຄຸ້ມຄອງທີ່ທັນສະໄໝ ແລະ ກໍານົດການຊໍາລະຜ່ານ ລະບົບທະນາຄານ; ໃຫ້ກວດກາ ແລະ ປະເມີນຄືນບັນດາໂຄງການໃຫ້ເຊົ່າ-ສໍາປະທານທີ່ດິນຂອງລັດ ໂດຍໃຫ້ກວດກາ ເນື້ອທີ່ດິນຄືນ, ໂຄງການໃດບໍ່ປະຕິບັດພັນທະທາງດ້ານພາສີອາກອນທີ່ດິນ ຫລື ບໍ່ພັດທະນາ ກໍໃຫ້ມີມາດຕະການດ້ານວິໄນຕ່າງໆ ລວມທັງການກ້າວໄປເຖິງ ການຖອດຖອນ ສິດນໍາໃຊ້ທີ່ດິນຂອງໂຄງການ ແລະ ໃຫ້ສືບຕໍ່ແກ້ໄຂ ບັນຫາປະກົດການຫຍໍ້ ແລະ ຫາງສຽງປະຊາຊົນກ່ຽວກັບວຽກງານທີ່ດິນ.
ພ້ອມນີ້, ກໍຕ້ອງເອົາໃຈໃສ່ປະຕິບັດ ບັນດາພັນທະຂອງສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍການປ່ຽນ ແປງດິນຟ້າອາກາດ (UNF CCC), ສົນທິສັນຍາ ແລະ ສັນຍາທີ່ກ່ຽວຂ້ອງທີ່ ສປປ ລາວ ເຂົ້າເປັນພາຄີ ລວມທັງປະຕິບັດຄາດໝາຍໝັ້ນ ທີ່ລັດຖະບານ ໄດ້ສະເໜີຕໍ່ບັນດາກອງປະຊຸມຂອງປະເທດສະມາຊິກ ໂດຍສະເພາະ COP29 ໂດຍຫັນເປັນແຜນງານ, ແຜນການ, ໂຄງການ ແລະ ນິຕິກໍາລະອຽດ, ເພີ່ມທະວີການປະສານສົມທົບກັບບັນດາກະຊວງຂະແໜງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກເອກະຊົນ ເພື່ອຮ່ວມກັນປະຕິບັດຍຸດທະສາດ ແລະ ແຜນງານທີ່ມີແລ້ວໃຫ້ປະກົດຜົນເປັນຈິງ; ເອົາໃຈໃສ່ສ້າງຄວາມເຂັ້ມແຂງ ໃນການສ້າງຄວາມທົນທານ ແລະ ປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໂດຍໃຫ້ມີການສຶກສາຄວາມສ່ຽງ, ວາງແຜນປ້ອງກັນ, ແກ້ໄຂ ແລະ ຟື້ນຟູໄພພິບັດໃຫ້ທັນ ກັບສະພາບການ; ສິ່ງສໍາຄັນຕ້ອງໄດ້ຍົກລະດັບຄວາມເຂົ້າໃຈ ແລະ ສ້າງຈິດສໍານຶກວຽກງານດັ່ງກ່າວໃຫ້ກວ້າງຂວາງ, ເລິກເຊິ່ງ ແລະ ຫລາຍຂຶ້ນກວ່າເກົ່າ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ; ວຽກງານ ການປ່ຽນແປງ ດິນຟ້າອາກາດເປັນວຽກງານ ທີ່ສາກົນໃຫ້ຄວາມສໍາຄັນ ແລະ ມີທຶນສະໜັບສະໜູນຢ່າງຫລວງຫລາຍ. ສະນັ້ນ, ຕ້ອງໄດ້ສ້າງຄວາມເຂັ້ມແຂງ ເພື່ອເຂົ້າຫາແຫລ່ງທຶນ ພ້ອມທັງຮັບປະກັນ ການນໍາໃຊ້ທຶນໃຫ້ມີ ປະສິດທິຜົນສູງ; ໃຫ້ສືບຕໍ່ສົ່ງເສີມການຊື້-ຂາຍສິນເຊື່ອກາກບອນ ໂດຍສະເພາະຈາກປ່າໄມ້, ພະລັງງານສະອາດ ແລະ ອື່ນໆ ດ້ວຍການຈັດຕັ້ງຜັນຂະຫຍາຍດໍາລັດ ວ່າດ້ວຍສິນເຊື່ອ ກາກບອນ ໃຫ້ເປັນຮູບປະທໍາ ເພື່ອຮັບປະກັນການສ້າງຜົນປະໂຫຍດໃຫ້ແກ່ປະເທດຊາດຢ່າງແທ້ຈິງ.
ສ່ວນວຽກຊັບພະຍາກອນນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ ແມ່ນເນັ້ນໃຫ້ຄົ້ນຄວ້າກົນໄກການຄຸ້ມຄອງ ນໍ້າໃຫ້ຊັດເຈນ ລະຫວ່າງຂະແໜງການທີ່ນໍາໃຊ້ນໍ້າ ເພື່ອຄວາມເອກະພາບ ແລະ ມີການຈັດສັນນໍ້າ ຢ່າງເໝາະສົມເຊັ່ນ: ນໍາໃຊ້ນໍ້າເຂົ້າໃນການອຸປະໂພກ ແລະ ບໍລິໂພກ, ການຜະລິດກະສິກໍາປູກຝັງ, ລ້ຽງສັດ, ຊົນລະປະທານ, ການປະມົງ, ອຸດສາຫະກໍາ, ຜະລິດໄຟຟ້າ, ການທ່ອງທ່ຽວ ແລະ ອື່ນໆ; ສົມທົບກະຊວງກະສິກໍາ ແລະ ປ່າໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງເພື່ອປົກປັກຮັກສາແຫລ່ງນໍ້າ ໂດຍສະເພາະປ່າຍອດນໍ້າ, ພ້ອມທັງຄົ້ນຄວ້ານໍາໃຊ້ທ່າແຮງຈາກນໍ້າ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຢ່າງມີປະສິດທິຜົນ ແລະ ຍືນຍົງ; ສຸມໃສ່ການຈັດຕັ້ງປະຕິບັດບັນດາແຜນຄຸ້ມຄອງອ່າງຮັບນໍ້າຂະໜາດໃຫຍ່ທີ່ໄດ້ຮັບຮອງແລ້ວ ໃຫ້ມີປະສິດຜົນ, ພ້ອມທັງສືບຕໍ່ສ້າງແຜນ ຄຸ້ມຄອງອ່າງນໍ້າ ຂະໜາດກາງໃຫ້ສໍາເລັດ ຕາມຄາດໝາຍ; ຄຸ້ມຄອງໂຄງການ ແລະ ກິດຈະການຕ່າງໆບໍ່ໃຫ້ມີການປ່ອຍນໍ້າເປື້ອນລົງສູ່ແຫລ່ງນໍ້າສາທາລະນະ, ປະສານສົມທົບກັບພາກສ່ວນກ່ຽວຂ້ອງສ້າງລະບົບບໍາບັດນໍ້າເປື້ອນຈາກຄົວເຮືອນ.
ສໍາລັບວຽກງານອຸຕຸນິຍົມ, ອຸທົກກະສາດ ແລະ ກອງເລຂາຄະນະກໍາມະການແມ່ນໍ້າຂອງແຫ່ງຊາດ ກໍໃຫ້ສືບຕໍ່ຈັດຕັ້ງປະຕິບັດ ຕາມພາລະບົດບາດ ໂດຍສະເພາະ ການຈັດຕັ້ງປະຕິບັດສັນຍາ ແມ່ນໍ້າຂອງ 1995, ການປະຕິບັດຂະບວນ ກາານປຶກສາຫາລືກ່ຽວກັບການແຈ້ງໃຫ້ຮູ້ລ່ວງໜ້າ ເພື່ອຮັບປະກັນໃຫ້ການພັດທະນາ ໂຄງການພະລັງນໍ້າຕາມລໍາແມ່ນໍ້າຂອງ ໄດ້ຖືກຈັດຕັ້ງປະຕິບັດຕາມແຜນການ, ສືບຕໍ່ຂະຫຍາຍ ແລະ ສ້າງຕາໜ່າງອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ກວມເອົາທຸກເຂດໃນທົ່ວປະເທດ ແລະ ຮັບປະກັນການບໍາລຸງຮັກສາ ໃຫ້ມີຄວາມຍືນຍົງ ແລະ ຫັນເປັນທັນສະໄໝ ເພື່ອຕອບສະໜອງໃນ ການລາຍງານ ສະພາບພະຍາກອນ ແລະ ແຈ້ງເຕືອນສະພາບອາກາດ, ລະດັບນໍ້າ ແລະ ແຜ່ນດິນໄຫວໃຫ້ສັງຄົມຮັບຊາບຢ່າງເປັນປົກກະຕິ, ມີຄວາມຊັດເຈນ ແລະ ທັນເຫດການຍິ່ງຂຶ້ນພ້ອມທັງ ຈັດຕັ້ງຜັນຂະຫຍາຍ ແຜນແມ່ບົດໃຫ້ມີປະສິດທິຜົນ.
ຂ່າວ: ກິດຕາ
ຂໍ້ມູນ: ກຊສ