ສະເຫລີມສະຫລອງ 236 ປີແຫ່ງໄຊຊະນະ ງອັກໂຮ່ຍ-ດົງດາ

04/02/2025 16:07
Email Print 83
KPL - Asean 2024 ສວນສາທາລະນະ ວັດທະນະທຳ ດົງດາ, ນະຄອນ ຮ່າໂນ້ຍຂອງ ສສ ຫວຽດນາມ ໄດ້ຈັດພິທີ ສະເຫລີມ ສະຫລອງ 236 ປີແຫ່ງວັນໄຊຊະນະ ງອັກໂຮ່ຍ - ດົງດາ (1789 – 2025), ຈາລຶກຄຸນງາມຄວາມດີອັນໃຫຍ່ຫຼວງຂອງນັກວິລະຊົນທີ່ມາຈາກປະຊາຊົນ ກວາງຈູງ - ຫງວຽນເຫ້ວ

              ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ,  ສວນສາທາລະນະ ວັດທະນະທຳ ດົງດາ, ນະຄອນ ຮ່າໂນ້ຍຂອງ ສສ ຫວຽດນາມ  ໄດ້ຈັດພິທີ ສະເຫລີມ ສະຫລອງ 236 ປີແຫ່ງວັນໄຊຊະນະ ງອັກໂຮ່ຍ - ດົງດາ (1789 – 2025), ຈາລຶກຄຸນງາມຄວາມດີອັນໃຫຍ່ຫຼວງຂອງນັກວິລະຊົນທີ່ມາຈາກປະຊາຊົນ ກວາງຈູງ - ຫງວຽນເຫ້ວ, ພ້ອມກັບນາຍ ແລະ ທະຫານ ໄຕເຊີນ ແລະ ປະຊາຊົນຍຸກນັ້ນທີ່ໄດ້ຕໍ່ສູ້ຕ້ານສັດຕູຈາກທາງທິດເໜືອ ເຂົ້າມາຮຸກຮານ ຢ່າງພິລະອາດຫານ, ປົກປັກຮັກສາພື້ນຖານ ເອກະລາດຂອງຊາດ.ປີນີ້, ງານບຸນໄດ້ຈັດຂຶ້ນເປັນເວລາ 3 ວັນ, ແຕ່ວັນທີ 2–4 ກຸມພາ, ດ້ວຍການເຄື່ອນໄຫວຫລາຍຢ່າງ, ຄື: ພິທີຈູດທູບໄຕ້ທຽນ, ພິທີແຫ່ວໍ; ສະແດງການຟ້ອນສິງໂຕ, ມັງກອນ; ແນະນຳສິລະປະພື້ນເມືອງ.ງານບຸນສະເຫລີມສະຫລອງນີ້ ໄດ້ທົບທວນຄືນ ປະຫວັດສາດ  ເພື່ອໃຫ້ລູກຫລານຮ່ຳຮຽນຕາມ ແລະ ຈົດຈຳຮູບພາບ ຂອງເຈົ້າຊີວິດ ກວາງຈູງ ແລະ ໄຊຊະນະ ງອັກໂຮ່ຍ - ດົງດາ”.ໄຊຊະນະ ງອັກໂຮ່ຍ - ດົງດາ ແມ່ນໄຊຊະນະເລີດລ້ຳ ຂອງຊາດ ຫວຽດນາມ. ໂດຍເປັນນັກຮຽນຜູ້ໜຶ່ງ, ນ້ອງຄິດວ່າ ລຸ້ນໜຸ່ມຕ້ອງຮ່ຳຮຽນຫລາຍກວ່າ ກ່ຽວກັບ ປະຫວັດສາດ ເພື່ອຈົດຈຳບຸນຄຸນ ຂອງບັນດານັກຮົບວິລະຊົນຂອງຊາດ”./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL