ເປີດນຳໃຊ້ທາງດ່ວນສາຍຫລັກ ວາຣເຈໂວແຊັກບີ ທີ່ສ້າງໂດຍວິສາຫະກິດຈີນ
Email
Print
83
KPL - Asean 2024
ເມື່ອບໍ່ດົນມານີ້ ໄດ້ຈັດພິທີ ເປີດນໍາໃຊ້ ໂຄງການ ທາງດ່ວນ ວາຣເຈໂວ ແຊັກບີ ທີ່ສ້າງໂດຍ ວິສາຫະກິດຈີນ ໂດຍປະກາດວ່າ: ສາຍຫລັກ ຂອງໂຄງການ ດັ່ງກ່າວ ເປີດບໍລິການ ຢ່າງເປັນທາງການ.
ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້ ໄດ້ຈັດພິທີ ເປີດນໍາໃຊ້ ໂຄງການ ທາງດ່ວນ ວາຣເຈໂວ ແຊັກບີ ທີ່ສ້າງໂດຍ ວິສາຫະກິດຈີນ ໂດຍປະກາດວ່າ: ສາຍຫລັກ ຂອງໂຄງການ ດັ່ງກ່າວ ເປີດບໍລິການ ຢ່າງເປັນທາງການ. ໂຄງການທາງດ່ວນ ວາຣເຈໂວ ມີຄວາມຍາວ ທັງໝົດ 18,3 ກິໂລແມັດ, ເປັນເສັ້ນທາງ 4 ຊ່ອງຈະລາຈອນ (ໄປ2-ກັບ2), ອອກແບບຄວາມໄວ 100 ກິໂລແມັດຕໍ່ຊົ່ວໂມງ, ເຊື່ອມຕໍ່ ນະຄອນວາຣເຈໂວ ກັບ ນະຄອນລາໂກວັກ ທາງພາກກາງ ແລະ ພາກຕາເວັນຕົກແຊັກບີ. ພາຍຫລັງ ສ້າງສຳເລັດແລ້ວ, ໂຄງການດັ່ງກ່າວ ບໍ່ພຽງແຕ່ ຈະສາມາດແກ້ໄຂ ຄວາມແອອັດດ້ານ ການຈະລາຈອນ ເທົ່ານັ້ນ, ແຕ່ຍັງຈະປັບປຸງ ການສ້າງເຄືອຂ່າຍ ຄົມມະນາຄົມ ແຊັກບີ ໃຫ້ສົມບູນຂຶ້ນ, ທັງປັບປຸງ ແລະ ຍົກລະດັບເງື່ອນໄຂ ແກ່ການເດີນທາງ ຂອງປະຊາຊົນ ທ້ອງຖິ່ນ ແລະ ຊຸກຍູ້ການພັດທະນາ ເສດຖະກິດ ຂອງເຂດແຄ້ວນ ທີ່ຢູ່ອ້ອມຂ້າງ ອີກດ້ວຍ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ