ສສ ຫວຽດນາມ ໃຫ້ການຊ່ວຍເຫລືອຄອບຄົວ ທຸກຍາກ ເກືອບ 1,5 ລ້ານຄອບຄົວ

04/02/2025 16:45
Email Print 83
KPL - Asean 2024 ເນື່ອງໃນໂອກາດ ບຸນປີໃໝ່ ປະຈຳຊາດ ປີມະເສັງ 2025 ປະຊາຊົນ ຫວຽດນາມ ເກືອບ 1,5 ລ້ານຄອບຄົວທຸກຍາກ ໄດ້ຮັບການຊ່ວຍເຫລືອ ແລະ ຂອງຂວັນປີໃໝ່ ດ້ວຍມູນຄ່າ ທັງໝົດກວ່າ 786 ຕື້ດົ່ງ (ຫລາຍກວ່າ 31 ລ້ານໂດລາສະຫະລັດ) ກ່ຽວກັບ ສະພາບການຮັບປະກັນຊີວິດສັງຄົມ ໃນໂອກາດບຸນປີໃໝ່ປະຈຳຊາດປີມະເສັງ 2025 ນີ້

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເນື່ອງໃນໂອກາດ ບຸນປີໃໝ່ ປະຈຳຊາດ ປີມະເສັງ 2025 ປະຊາຊົນ ຫວຽດນາມ ເກືອບ 1,5 ລ້ານຄອບຄົວທຸກຍາກ ໄດ້ຮັບການຊ່ວຍເຫລືອ ແລະ ຂອງຂວັນປີໃໝ່ ດ້ວຍມູນຄ່າ ທັງໝົດກວ່າ 786 ຕື້ດົ່ງ (ຫລາຍກວ່າ 31 ລ້ານໂດລາສະຫະລັດ) ກ່ຽວກັບ ສະພາບການຮັບປະກັນຊີວິດສັງຄົມ ໃນໂອກາດບຸນປີໃໝ່ປະຈຳຊາດປີມະເສັງ 2025 ນີ້, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ຊີ້ນຳທ້ອງຖິ່ນຕ່າງໆ ເພີ່ມທະວີ ວຽກງານຮັບປະກັນຊີວິດສັງຄົມ, ຈັດຫລາຍກິດຈະກຳ ຢື້ຢາມຖາມຂ່າວ, ມອບຂອງຂວັນປີໃໝ່ ໃຫ້ບັນດາເປົ້າໝາຍນະໂຍບາຍ, ຄົນທຸກຍາກ, ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ, ແຮງງານ ໃນທົ່ວປະເທດ.ນອກຈາກນັ້ນແລ້ວ, ບັນດາທ້ອງຖິ່ນ ກໍຕັ້ງໜ້າຕອບສະໜອງ ຂະບວນການແຂ່ງຂັນຮ່ວມແຮງຮ່ວມໃຈລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ ໃນຂອບເຂດ ທົ່ວປະເທດໃນປີ 2025”. ມີເຮືອນ ຫລາຍກວ່າ 22.000 ຫລັງ ໄດ້ຮັບການເປີດ ເຂົ້ານຳໃຊ້ ແລະ ເກືອບ 20.500 ຫລັງໄດ້ຮັບ ການເລີ່ມລົງມືກໍ່ສ້າງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL