ສ.ອາເມລິກາ ເລີ່ມປະຕິບັດນະໂຍບາຍຈັດວາງອັດຕາພາສີສຳລັບບາງປະເທດ
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ທຳນຽບຂາວຢັ້ງຢືນວ່າ: ສ.ອາເມລິກາ ຈະຈັດວາງອັດຕາພາສີນຳເຂົ້າ 25% ສຳລັບ ການາດາ ແລະ ເມັກຊີໂກ ແລະ 10% ສຳລັບ ສປ ຈີນ ນັບແຕ່ຕົ້ນເດືອນກຸມພານີ້. ທ່ານ ຄາໂຣລາຍ ລິວິດ(Karoline Leavitt) ເລຂາການຂ່າວຂອງທຳນຽບຂາວ ໃຫ້ຮູ້ວ່າ: ແຜນການຈັດວາງອັດຕາພາສີ ສຳລັບ ການາດາ, ເມັກຊີໂກ ແລະ ສປ ຈີນ ດຳເນີນໄປ ຖືກຕ້ອງ ຕາມແຜນການທີ່ ທ່ານ ໂດນັນ ທຣຳ (Donald Trump),ປະທານາທິບໍດີ ສ.ອາເມລິກາ ໄດ້ແຈ້ງກ່ອນໜ້ານັ້ນ.ນັບທັງ ເມັກຊີໂກ ແລະ ການາດາ ລ້ວນແຕ່ຖະແຫລງວ່າ: ໄດ້ກະກຽມບັນດາມາດຕະການຈັດວາງອັດຕາພາສີ ເພື່ອໂຕ້ຕອບຖ້າມີຄວາມຈຳເປັນ ແລະ ສິ່ງດັ່ງກ່າວອາດຈະພາໄປເຖິງການເກີດການປະທະກັນດ້ານການຄ້າ ຢ່າງກວ້າງຂວາງກວ່າ ເຊິ່ງບັນດານັກເສດຖະກິດຖືວ່າ ອາດສາມາດ ສົ່ງຜົນສະທ້ອນເຖິງ ການເຕີບໂຕ ແລະ ເຮັດໃຫ້ອັດຕາເງິນເຟີ້ ເພີ່ມຂຶ້ນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ