ເລີ່ມສົ່ງຕໍ່ທວນໄຟງານກິລາ ເອຊຽນເກມ ລະດູໜາວ ຄັ້ງທີ 9

04/02/2025 15:59
Email Print 83
KPL - Asean 2024 ພິທີສົ່ງຕໍ່ທວນໄຟ ງານກິລາ ເອຊຽນເກມ ລະດູໜາວ ຄັ້ງທີ 9 ໄດ້ ຈັດຂຶ້ນຢູ່ ນະຄອນຮາບິນ ແຂວງເຮີຍຫລົງຈ່ຽງຈີນ.ສຳລັບ ການສົ່ງຕໍ່ ທວນໄຟຄັ້ງນີ້ ຈະດໍາເນີນເປັນເວລາໜຶ່ງວັນ, ມີໄລຍະທາງທັງໝົດປະມານ 11 ກິໂມແມັດ ໂດຍມີນັກສົ່ງຕໍ່ທວນໄຟ 120 ຄົນເຂົ້າຮ່ວມ

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 3 ກຸມພານີ້, ພິທີສົ່ງຕໍ່ທວນໄຟ ງານກິລາ ເອຊຽນເກມ ລະດູໜາວ ຄັ້ງທີ 9 ໄດ້ ຈັດຂຶ້ນຢູ່ ນະຄອນຮາບິນ ແຂວງເຮີຍຫລົງຈ່ຽງຈີນ.ສຳລັບ ການສົ່ງຕໍ່ ທວນໄຟຄັ້ງນີ້ ຈະດໍາເນີນເປັນເວລາໜຶ່ງວັນ, ມີໄລຍະທາງທັງໝົດປະມານ 11 ກິໂມແມັດ ໂດຍມີນັກສົ່ງຕໍ່ທວນໄຟ 120 ຄົນເຂົ້າຮ່ວມ, ​ໃນນັ້ນ,​ ຜູ້ມີອາຍຸຕໍ່າສຸດແມ່ນ 16 ປີ ແລະ ຜູ້ມີອາຍຸສູງສຸດແມ່ນ 83 ປີ.ໃນວັນທີ 7 ກຸມພານີ້, ຈະມີການຈູດໄຟສັກສິດ ຢູ່ສະຖານທີ່ ຈັດພິທີເປີດງານກິລາເອຊຽນເກມ ລະດູໜາວຄັ້ງນີ້ ເຊິ່ງໄຟສັກສິດດັ່ງກ່າວ ຈະຢູ່ຈົນຮອດມື້ປິດງານ. ຄໍາຂວັນຂອງງານກິລາເອຊຽນເກມລະດູໜາວຄັ້ງນີ້ ແມ່ນ ຮ່ວມໃຝ່ຝັນແຫ່ງລະດູໜາວ, ຮ່ວມໃຈກັນລະຫວ່າງອາຊີ.ພາຍຫລັງ ເປີດການແຂ່ງຂັນຮັອກກີ້ນໍ້າກ້ອນ ເຊິ່ງເປັນລາຍການແຂ່ງຂັນທໍາອິດ ຂອງງານກິລາເອຊຽນເກມລະດູໜາວຄັ້ງນີ້. ສໍາລັບ ພິທີເປີດງານກິລາເອຊຽນເກມ ລະດູໜາວ ຄັ້ງທີ 9 ຈະຈັດຂຶ້ນ ຢ່າງເປັນທາງການ ໃນວັນທີ 7 ກຸມພານີ້ ແລະ ຈະປິດງານໃນວັນທີ 14 ກຸມພານີ້ ເຊິ່ງຈະດຳເນີນເປັນເວລາ 8 ວັນ, ຂະນະທີ່ ການແຂ່ງຂັນເພື່ອຊີງເອົາຫລຽນຄໍາທໍາອິດ ຂອງງານຄັ້ງນີ້ ຈະຈັດຂຶ້ນ ໃນວັນທີ 8 ກຸມພານີ້./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL