ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ບັງກລາເທດ

04/02/2025 09:53
Email Print 83
KPL - Asean 2024 ຂປລ. ທ້າຍເດືອນມັງກອນ 2025 ຜ່ານມາ, ຢູ່ສໍານັກງານປະທານາທິບໍດີບັງກລາເທດ ທີ່ ນະຄອນຫລວງດາກາ, ທ່ານ ບຸນມີ ວັນມະນີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ໂມຮໍາເມັດ ຊາຮາບຸດດິນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກລາເທດ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສາທາລະນະລັດ ປະຊາຊົນ ບັງກລາເທດ ເຊິ່ງມີສໍານັກງານຕັ້ງ ຢູ່ ນະຄອນຫລວງນິວແດນລີ, ປະເທດ ອິນເດຍ.



ຂປລ. ທ້າຍເດືອນມັງກອນ
2025 ຜ່ານມາ, ຢູ່ສໍານັກງານປະທານາທິບໍດີບັງກລາເທດ ທີ່ ນະຄອນຫລວງດາກາ, ທ່ານ ບຸນມີ ວັນມະນີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ໂມຮໍາເມັດ ຊາຮາບຸດດິນ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກລາເທດ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສາທາລະນະລັດ ປະຊາຊົນ ບັງກລາເທດ ເຊິ່ງມີສໍານັກງານຕັ້ງ ຢູ່ ນະຄອນຫລວງນິວແດນລີ, ປະເທດ ອິນເດຍ.

ໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດລາວ ໄດ້ສະແດງຄວາມຂອບໃຈ ແລະ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄໍາອວຍພອນໄຊອັນປະເສີດ ເພື່ອສັນຕິພາບ, ມິດຕະພາບ ແລະ ການພົວພັນຮ່ວມມືທີ່ດີ ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງ ທ່ານ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກລາເທດ ໂດຍຜ່ານທ່ານໄປຍັງ ລັດຖະບານ ແລະ ປະຊາຊົນບັງກລາເທດ ທຸກທົ່ວໜ້າ.




ທ່ານ ໂມຮໍາເມັດ ຊາຮາບຸດດິນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍ ຕໍ່ທ່ານເອກອັກຄະລັກຖະທູດລາວຄົນໃໝ່ ແລະ ໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ຄໍາອວຍພອນໄຊ ອັນປະເສີດ
, ມິດຕະພາບ ແລະ ການພົວພັນທີ່ດີ ມາຍັງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ແລະ ປະຊາຊາຊົນລາວທຸກທົ່ວໜ້າ ເຊັ່ນດຽວກັນ.

ພ້ອມນີ້, ທ່ານປະທານາທິບໍດີ ແລະ ທ່ານເອກອັກຄະລັດຖະທູດ ໄດ້ພ້ອມກັນຕີລາຄາສູງ ເຖິງການພົວພັນ ອັນດີງາມ ລະຫວ່າງ ສປປ ລາວ ແລະ ບັງກລາເທດ, ເຫັນດີໃຫ້ ສອງປະເທດ ລາວ ແລະ ບັງກລາເທດ ຊຸກຍູ້ໃຫ້ມີການຮ່ວມມືກັນ ໃຫ້ຫລາຍໃນອະນາຄົດ ເຊິ່ງລວມທັງການແລກປ່ຽນ ການຢ້ຽມຢາມຂອງການນຳຂັ້ນຕ່າງໆ. ໃນຂະນະດຽວກັນ, ທ່ານເອກອັກຄະລັດຖະທູດ ໄດ້ອວຍພອນໄຊໃຫ້ ທ່ານປະທາ ນາທິບໍດີ ໂມຮໍາເມັດ ຊາຮາບຸດດິນ ພ້ອມດ້ວຍຄອບຄົວ ມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ ວຽກງານອັນສູງສົ່ງ ຂອງ ທ່ານ.

ພ້ອມກັນນີ້, ທ່ານເອກອັກຄະລັດຖະທູດລາວ ໄດ້ຖືໂອກາດນີ້ ໂອ້ລົມກັບ ທ່ານ ຈັດຊິມ ອູດດິນ ລັດຖະມົນຕີຕ່າງປະເທດ ຂອງ ບັງກລາເທດ ແລະ ເຂົ້າພົບຫົວໜ້າກົມອາຊີ ຕາເວັນອອກສ່ຽງໃຕ້, ກະຊວງ ການຕ່າງປະເທດ ບັງກລາເທດ ເຊິ່ງທັງສອງທ່ານຕ່າງກໍສະເໜີໃຫ້ສອງປະເທດ ລາວ ແລະ ບັງກລາເທດ ພ້ອມກັນຊອກທ່າແຮງບົ່ມຊ້ອນ ເພື່ອຮ່ວມມືກັນໃຫ້ເປັນຮູບປະທຳໃນອະນາຄົດ ທັງການຮ່ວມມື ສອງຝ່າຍ ແລະ ຜ່ານກົນໄກຂອງອາຊຽນ. ພ້ອມດຽວກັນ, ທ່ານເອກອັກຄະລັດຖະທູດ ຍັງໄດ້ໄປຢ້ຽມຢາມຫ້ອງການ ກົງສຸນກິຕິມະສັກລາວ ທີ່ນະຄອນຫລວງດາກາ, ປຶກສາຫາລື ແລະ ແນະນຳໃຫ້ ທ່ານກົງສຸນ ກິຕິມະສັກລາວ ຊ່ວຍໃນການໂຄສະນາ ປະຊາສຳພັນກ່ຽວກັບ ສປປ ລາວ ເພື່ອດຶງດູດນັກທ່ອງທ່ຽວ, ທັງເປັນການສົ່ງເສີມການພົວພັນສອງຝ່າຍ ແລະ ຊ່ວຍຊຸກຍູ້ໃນການສ້າງກົນໄກ ທີ່ຈະສາມາດສົ່ງເສີມ ການຄ້າ-ການລົງທຶນ ສອງຝ່າຍ ຕື່ມອີກ.


ຂ່າວ-ພາບ: ກຕທ

KPL