ມຽນມາ ປັບປຸງຄະນະກຳມະການບໍລິຫານປະເທດ

04/02/2025 15:59
Email Print 83
KPL - Asean 2024 ຄະນະ ກຳມະການ ບໍລິຫານ ປະເທດ ມຽນມາ ໄດ້ອອກຄຳສັ່ງ ຫລາຍຢ່າງ ເພື່ອປັບປຸງ, ສັບຊ້ອນ ຄະນະ ກຳມະການ ບໍລິຫານ ປະເທດ ແລະ ແຕ່ງຕັ້ງ ຄະນະກຳມະການ 16 ທ່ານ

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ຄະນະ ກຳມະການ ບໍລິຫານ ປະເທດ ມຽນມາ ໄດ້ອອກຄຳສັ່ງ ຫລາຍຢ່າງ ເພື່ອປັບປຸງ, ສັບຊ້ອນ ຄະນະ ກຳມະການ ບໍລິຫານ ປະເທດ ແລະ ແຕ່ງຕັ້ງ ຄະນະກຳມະການ 16 ທ່ານ, ໃນນັ້ນ, ທ່ານ ມິນ ອອງລາຍ ສືບຕໍ່ ດຳລົງຕຳແໜ່ງ ເປັນປະທານ ຄະນະກຳມະການ ບໍລິຫານປະເທດ. ພ້ອມດຽວກັນນັ້ນ, ຄະນະກຳມະການ ບໍລິຫານປະເທດ ມຽນມາ ຍັງໄດ້ປັບປຸງ ຄະນະລັດຖະບານ ສະຫະພາບ ມຽນມາ,ທ່ານ ມິນອອງລາຍ ສືບຕໍ່ ດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ມຽນມາ. ຕາມຂ່າວແຈ້ງວ່າ: ການປັບປຸງຄະນະລັດຖະບານຄັ້ງນີ້ ມີລັດຖະມົນຕີຫລາຍທ່ານ ຖືກສັບຊ້ອນ ແລະ ແຕ່ງຕັ້ງໃໝ່./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL