ສປ ຈີນ ເລີ່ມປະຕິບັດໜ້າທີ່ປະເທດປະທານໝູນວຽນສະພາຄວາມໝັ້ນຄົງອົງການ ສປຊ

04/02/2025 15:59
Email Print 83
KPL - Asean 2024 ສປ ຈີນ ໄດ້ເລີ່ມ ປະຕິບັດ​ໜ້າ​ທີ່​ ປະ​ເທ​ດ ປະທານ​ ໝູນວຽນ ​ສະພາ​ ຄວາມ​ໝັ້ນຄົງ ​ອົງການ ​ສະຫະ​ ປະຊາ​ຊາດ​​ ປະ​ຈຳ ເດືອນກຸມພານີ້​​.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ສປ ຈີນ ໄດ້ເລີ່ມ ປະຕິບັດໜ້າທີ່ ປະເທດ ປະທານ ໝູນວຽນ ສະພາ ຄວາມໝັ້ນຄົງ ອົງການ ສະຫະ ປະຊາຊາດ​​ ປະຈຳ ເດືອນກຸມພານີ້​​.ນັບແຕ່ ວັນທີ 3 ກຸມພານີ້ ເຊິ່ງເປັນມື້ ປະຈຳການ ມື້ທໍາອິດ ໃນເດືອນກຸມພານີ້ ຂອງອົງການ ສະຫະປະຊາຊາດ, ຜູ້ຕາງໜ້າຈີນ​​ ໄດ້ເປັນປະທານ ການປຶກສາຫາລື ພາຍໃນ ສະພາ ຄວາມໝັ້ນຄົງ, ຜ່ານຮັບຮອງ ແຜນການດໍາເນີນງານໃນເດືອນກຸມພານີ້ ຂອງສະພາຄວາມໝັ້ນຄົງ ພ້ອມທັງ ຈັດກອງປະຊຸມ ຖະແຫລງຂ່າວ ເພື່ອແຈ້ງສະພາບ ທີ່ກ່ຽວຂ້ອງ ໃຫ້ສື່ມວນຊົນ ປະເທດຕ່າງໆ ຮັບຮູ້. ສຳລັບ ປະເທດ ປະທານ ​​ສະພາຄວາມໝັ້ນຄົງ ອົງການ ສະຫະ ປະຊາຊາດ ແມ່ນມອບໃຫ້ 15 ປະເທດ ສະມາຊິກ ສະພາ ຄວາມໝັ້ນຄົງ ຜັດປ່ຽນກັນ ຮັບໜ້າທີ່ ເປັນປະເທດ ປະທານ ໝູນວຽນ ໂດຍມີເວລາກຳນົດ ໜຶ່ງເດືອນ. ຂະນະທີ່ ສປ ຈີນ ເຄີຍໄດ້ຮັບໜ້າທີ່ ປະເທດ ປະທານ ສະພາຄວາມໝັ້ນຄົງ ອົງການ ສະຫະ ປະຊາຊາດ ຄັ້ງຜ່ານມາ ໃນເດືອນພະຈິກປີ 2023./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL