ຜູ້ອົບພະຍົບຢູ່ຊູດັງ ເພີ່ມຂຶ້ນຫລາຍກວ່າ 10,87 ລ້ານຄົນ

19/09/2024 19:04
Email Print 83
KPL - Asean 2024 ອົງການ ສາກົນ ເພື່ອຊາວອົບພະຍົບ ໄດ້ເຜີຍແຜ່ ບົດລາຍງານ ສະບັບ ຫລ້າສຸດ ກ່ຽວກັບ ສະຖານະການ ຢູ່ຊູດັງ ໂດຍລະບຸວ່າ, ປັດຈຸບັນ ຢູ່ດິນແດນ ຊູດັງ ມີຜູ້ອົບພະຍົບ ຫລາຍກວ່າ 10,87 ລ້ານຄົນ

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ອົງການ ສາກົນ ເພື່ອຊາວອົບພະຍົບ ໄດ້ເຜີຍແຜ່ ບົດລາຍງານ ສະບັບ ຫລ້າສຸດ ກ່ຽວກັບ ສະຖານະການ ຢູ່ຊູດັງ ໂດຍລະບຸວ່າ, ປັດຈຸບັນ ຢູ່ດິນແດນ ຊູດັງ ມີຜູ້ອົບພະຍົບ ຫລາຍກວ່າ  10,87 ລ້ານຄົນ. ໃນນັ້ນ ມີປະມານ 8,11 ລ້ານຄົນ ແມ່ນໜີອອກຈາກ ບ້ານເຮືອນ ຫລັງຈາກ ເກີດການປະທະກັນ ດ້ວຍກຳລັງ ອາວຸດຢູ່ຊູດັງ. ນອກນີ້, ການປະທະກັນ ດ້ວຍກຳລັງ ອາວຸດ ຢູ່ຊູດັງ ຍັງເຮັດໃຫ້ມີ ປະມານ 2,34 ລ້ານຄົນ ຂ້າມຊາຍແດນ ໄປລີ້ໄພ ຢູ່ປະເທດ ໃກ້ຄຽງ ຊູດັງ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL