ສູນວັດທະນະທໍາຈີນ ປະຈຳລາວ ປິດຊຸດອົບຮົມມວຍໄທເກັກ ຕະກູນລຸ

19/09/2024 15:04
Email Print 83
KPL - Asean 2024 ຂປລ. ໃນວັນທີ 19 ກັນຍາ 2024 ນີ້, ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈັດພິທີປິດຊຸດຝຶກອົບຮົມມວຍໄທເກັກຕະກູນລຸ ແລະ ມອບໃບຢັ້ງຢືນ ໃຫ້ນັກຮຽນຈາກໂຮງຮຽນລຽວໂຕວ໌ ທີ່ເຂົ້າຮ່ວມຝຶກອົບຮົມ ທັງໝົດ 16 ຄົນ ພາຍຫລັງ ດຳເນີນມາແຕ່ວັນທີ 14-19 ກັນຍາ 2024 ​ໂດຍມີທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ທ່ານ ຊ້ານຟູລ້ຽງ ເລຂາທິການສະມາຄົມມວຍໄທເກັກຕະກູນລຸ, ທ່ານ ລຸຊ່າງຊິ ຜູ້ສືບທອດຮຸ່ນທີ 5 ມວຍໄທເກັກຕະກູນລຸ, ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນຈາກໂຮງຮຽນລຽວໂຕວ໌ ເຂົ້າຮ່ວມ.



ຂປລ. ໃນວັນທີ
19 ກັນຍາ 2024 ນີ້, ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈັດພິທີປິດຊຸດຝຶກອົບຮົມມວຍໄທເກັກຕະກູນລຸ ແລະ ມອບໃບຢັ້ງຢືນ ໃຫ້ນັກຮຽນຈາກໂຮງຮຽນລຽວໂຕວ໌ ທີ່ເຂົ້າຮ່ວມຝຶກອົບຮົມ ທັງໝົດ 16 ຄົນ ພາຍຫລັງ ດຳເນີນມາແຕ່ວັນທີ 14-19 ກັນຍາ 2024 ​ໂດຍມີທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ທ່ານ ຊ້ານຟູລ້ຽງ ເລຂາທິການສະມາຄົມມວຍໄທເກັກຕະກູນລຸ, ທ່ານ ລຸຊ່າງຊິ ຜູ້ສືບທອດຮຸ່ນທີ 5 ມວຍໄທເກັກຕະກູນລຸ, ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນຈາກໂຮງຮຽນລຽວໂຕວ໌ ເຂົ້າຮ່ວມ.



ການຝຶກອົບຮົບ ໃນຄັ້ງນີ້
, ໄດ້ສິດສອນ ມວຍໄທເກັກຕະກູນລຸ ຮູບແບບຫຍໍ້ 8 ກະບວນທ່າ, ມີຕົ້ນກໍາເນີດຢູ່ເຂດກວາງຜິງ ເມືອງຫານຕ່ານ ແຂວງເຫີເປີຍ ເຊິ່ງຖືກບັນທຶກເຂົ້າໃນລາຍຊື່ ມໍລະດົກວັດທະນະທໍາ ນາມມະທໍາ ແຂວງເຫີເປີຍ ເຊິ່ງສູນວັດທະນະທໍາຈີນ ໄດ້ເຊື້ອເຊີນ ອາຈານ ຊ້ານຟູລ້ຽງ ເລຂາທິການສະມາຄົມ ມວຍໄທເກັກຕະກູນລຸ ແລະ ອາຈານ ລຸຊ່າງຊິ ຜູ້ສືບທອດລຸ້ນທີ 5 ມວຍໄທເກັກຕະກູນລຸ ມາສິດສອນ ໃນຄັ້ງນີ້ ຈົນໄດ້ຮັບຜົນສຳເລັດ ແລະ ມອບໃບຢັ້ງຢືນ ໃຫ້ນັກຮຽນດັ່ງກ່າວ.



ໂອກາດນີ້
, ທ່ານຫົວໜ້າສູນວັດທະນະທໍາຈີນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດຂອງການຝຶກອົບຮົມ ໃນຄັ້ງນີ້, ເຊິ່ງການຝຶກອົບຮົມແມ່ນ 1 ໃນ 7 ວຽກງານຫລັກ ແລະ ວຽກງານສຳຄັນ ຂອງສູນວັດທະນະທໍາຈີນ. ສູນວັດທະນະທໍາຈີນ ຈະສືບຕໍ່ຕັ້ງໜ້າເປັນເວທີທີ່ສໍາຄັນ ສໍາລັບການຮ່ວມມືແລກປ່ຽນວັດທະນະທໍາ ແລະ ທ່ອງທ່ຽວ ລະຫວ່າງ ລາວ-ຈີນ.

KPL