ອາຊຽນ-ອີຢູ ແລກປ່ຽນທັດສະນະ ການ ພັດທະນາເສດຖະກິດໃນພາກພື້ນ-ສາກົນ

19/09/2024 14:25
Email Print 83
KPL - Asean 2024 ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຄະນະກໍາມາທິການການຄ້າ ແຫ່ງສະຫະພາບເອີຣົບ (EU) ຄັ້ງທີ 20 ຈັດຂຶ້ນໃນວັນທີ 19 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ນາງ ມາເລຍ ມາຕິນ ພຣັດ (Maria Martin-Prat) ຮອງປະທານຜູ້ບໍລິຫານ ຂອງຄະນະກໍາມາທິການການຄ້າ ແຫ່ງສະຫະພາບເອີຣົບ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍ​ແລັດສະເຕ ແລະ ຫົວໜ້າຄະນະຜູ້ແທນປະເທດສະມາຊິກອາຊຽນ ເຂົ້າຮ່ວມ.



ຂປລ. ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຄະນະກໍາມາທິການການຄ້າ ແຫ່ງສະຫະພາບເອີຣົບ (
EU) ຄັ້ງທີ 20 ຈັດຂຶ້ນໃນວັນທີ 19 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ນາງ ມາເລຍ ມາຕິນ ພຣັດ (Maria Martin-Prat) ຮອງປະທານຜູ້ບໍລິຫານ ຂອງຄະນະກໍາມາທິການການຄ້າ ແຫ່ງສະຫະພາບເອີຣົບ, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍ​ແລັດສະເຕ ແລະ ຫົວໜ້າຄະນະຜູ້ແທນປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

ທ່ານ ມະໄລທອງ ກົມມະສິດ ໄດ້ມີ​ຄຳ​ເຫັນວ່າ: ປີນີ້, ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ພາຍໃຕ້ຫົວຂໍ້ “ການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ສໍາລັບປະຊາຄົມເສດຖະກິດອາຊຽນ ພວກເຮົາ ໄດ້ເນັ້ນໃສ່ 3 ກຸ່ມຍຸດທະສາດຄື: ການເຊື່ອມໂຍງ ແລະ ການເຊື່ອມຈອດທາງເສດຖະກິດ; ການພັດທະນາແບບມີສ່ວນຮ່ວມ ແລະ ຍືນຍົງ ແລະ ການນໍາໃຊ້ເຕັກໂນໂລຊີດີຈິຕອນ ເຂົ້າໃນການເຊື່ອມໂຍງທາງເສດຖະກິດ ແລະ ການຄ້າໃນພາກພື້ນ. ສໍາລັບ ອາຊຽນ ແລະ ອີຢູ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານ ແລະ ມີການເຊື່ອມໂຍງທາງການຄ້າ ແລະ ການລົງທຶນທີ່ເຂັ້ມແຂງ, ໃນປີ 2023, ການຄ້າດ້ານສິນຄ້າ ລະຫວ່າງ ອາຊຽນ ແລະ ອີຢູ ມີມູນຄ່າ 279,8 ຕື້ໂດລາສະຫະລັດ, ກວມເອົາ 7,9% ຂອງມູນຄ່າການຄ້າທັງໝົດຂອງອາຊຽນ, ເຮັດໃຫ້ ອີຢູ ເປັນຄູ່ຄ້າອັນດັບທີ 3 ຂອງອາຊຽນ. ພ້ອມກັນນັ້ນ, ມູນຄ່າການລົງທຶນໂດຍກົງ (FDI) ຂອງນັກລົງທຶນ  ຈາກອີຢູ ຢູ່ບັນດາປະເທດສະມາຊິກອາຊຽນ ມີປະມານ 24,9 ຕື້ໂດລາສະຫະລັດ, ກວມເອົາ 10,8% ຂອງມູນຄ່າການລົງທຶນໂດຍກົງຈາກຕ່າງປະເທດ ຢູ່ໃນອາຊຽນ ໃນປີ 2023, ເຮັດໃຫ້ ອີຢູ ເປັນອັນດັບທີ 2 ຂອງບັນດາປະເທດທີ່ມີ ມູນຄ່າການລົງທຶນຫລາຍຢູ່ໃນອາຊຽນ. ພ້ອມນີ້, ທ່ານ​ຍັງ​ສະ​ແດງ​ຄວາມຫວັງຢ່າງຍິ່ງວ່າ ການເຊື່ອມໂຍງດ້ານການຄ້າ ແລະ ການລົງທຶນ ຂອງພວກເຮົາ ຈະຍິ່ງແໜ້ນແຟ້ນຂຶ້ນຕື່ມ ພາຍຫລັງທີ່ພວກເຮົາສໍາເລັດ ການຈັດຕັ້ງປະຕິບັດ ບັນດາແຜນການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງສອງພາກພື້ນ.




ທ່ານ ມະໄລທອງ ກົມມະສິດ ຍັງ​ໃຫ້​ຮູ້ອີກວ່າ: ປີຜ່ານມາ ພວກເຮົາໄດ້ມີການປຶກສາຫາລື ໃນຫລາຍບັນຫາທີ່ຕິດພັນກັບການຮ່ວມມື ລະຫວ່າງ ອາຊຽນ ແລະ ອີຢູ, ໃນນັ້ນ ພວກເຮົາໄດ້ມອບໝາຍໃຫ້ ຄະນະວິຊາການຄົ້ນຄວ້າແຜນງານ ການຮ່ວມມືລະຫວ່າງສອງພາກພື້ນ ເພື່ອຫລຸດຜ່ອນຜົນກະທົບ ຂອງບັນດາສິ່ງທ້າທາຍ ຈາກສາກົນ ແລະ ສົ່ງເສີມການພັດທະນາເສດຖະກິດ ໃຫ້ມີຄວາມຍືນຍົງ
, ການນໍາໃຊ້ເຕັກໂນໂລຊີເຂົ້າໃນວຽກງານການຄ້າ ແລະ ການລົງທຶນ ພ້ອມທັງສ້າງຄວາມເຂັ້ມແຂງ ແກ່ຕ່ອງໂສ້ການສະໜອງ. ພວກເຮົາ ຍັງໄດ້ຢືນຢັນຄຳໝັ້ນສັນຍາ ທີ່ຈະເພີ່ມທະວີການຮ່ວມມືທາງເສດຖະກິດ ໃນຫລາຍຂົງເຂດວຽກງານ ພາຍໃຕ້ຖະແຫລງການຮ່ວມ ຂອງຜູ້ນໍາໃນກອງປະຊຸມສຸດຍອດອາຊຽນ ແລະ ອີຢູ ເຊັ່ນ: ສົ່ງເສີມການຄ້າ ແລະ ການລົງທຶນແບບມີສ່ວນຮ່ວມ ແລະ ຍືນຍົງ ໂດຍເນັ້ນໃສ່ການປ່ຽນແປງສະພາບອາກາດ, ເສດຖະກິດໝູນວຽນ ແລະ ສີຂຽວ, ພະລັງງານທົດແທນ ແລະ ການຫັນເປັນດີຈິຕອນ.

ກອງປະຊຸມໃນຄັ້ງນີ້, ໄດ້ເນັ້ນໃສ່ແລກປ່ຽນທັດສະນະ ກ່ຽວກັບການພັດທະນາເສດຖະກິດໃນພາກພື້ນ ແລະ ສາກົນ, ທົບທວນຄືນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ ແຜນການຮ່ວມມືທາງເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງພາກພື້ນ, ພ້ອມທັງພິຈາລະນາຮັບຮອງເອົາ ຖະແຫລງການຮ່ວມ ຂອງກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຄະນະກໍາມາທິການການຄ້າ ແຫ່ງສະຫະພາບເອີລົບ ຄັ້ງທີ 20.

ຂ່າວ: ສົມຫວັງ

ພາບ: ເກດສະໜາ

KPL