ບັນດາເຈົ້ານະຄອງອາຊຽນ ຫາລື ແລກປ່ຽນບົດຮຽນຫລາຍບັນຫາສຳຄັນ

19/09/2024 14:32
Email Print 83
KPL - Asean 2024 ຂປລ. ກອງປະຊຸມເວທີ ເຈົ້ານະຄອງອາຊຽນ ຈັດຂຶ້ນໃນຕອນເຊົ້າວັນທີ 19 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ເພື່ອພ້ອມກັນປະຕິບັດ ນະໂຍບາຍການເຊື້ອມໂຍງອາຊຽນ ໃນພາກທ້ອງຖິ່ນຂອງອາຊຽນ, ປຶກສາຫາລື, ແລກປ່ຽນບົດຮຽນ ລະຫວ່າງນະຄອນນຳກັນ. ທັງນີ້, ກໍເພື່ອນຳເອົາຜົນປະໂຫຍດ ໂດຍກົງໃຫ້ບັນດາ ນະຄອນອາຊຽນ



ຂປລ. ກອງປະຊຸມເວທີ ເຈົ້ານະຄອງອາຊຽນ ຈັດຂຶ້ນໃນຕອນເຊົ້າວັນທີ
19 ກັນຍາ 2024  ທີ່ນະຄອນຫລວງວຽງຈັນ ເພື່ອພ້ອມກັນປະຕິບັດ ນະໂຍບາຍການເຊື້ອມໂຍງອາຊຽນ ໃນພາກທ້ອງຖິ່ນຂອງອາຊຽນ, ປຶກສາຫາລື, ແລກປ່ຽນບົດຮຽນ ລະຫວ່າງນະຄອນນຳກັນ. ທັງນີ້, ກໍເພື່ອນຳເອົາຜົນປະໂຫຍດ ໂດຍກົງໃຫ້ບັນດາ ນະຄອນອາຊຽນ ​ເຊິ່ງກອງປະຊຸມດັ່ງກ່າວ ຈັດ​ຂຶ້ນເປັນປະທານໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ມີທ່ານ ນາງ ເບີນາເດຍ ອີຣາວາຕີ ຈັນດຣາເດວີ ເລຂາທິການອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນອາຊີ-ປາຊີຟິກ, ພ້ອມດ້ວຍບັນດາເຈົ້າຄອງ-ຮອງເຈົ້າ ຄອງນະຄອນຫລວງອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.



ທ່ານ ອາດສະພັງທອງ ສີພັນດອນ ໄດ້​ໃຫ້​ຮູ້ວ່າ: ກອງປະຊຸມເວທີເຈົ້ານະຄອນອາຊຽນ ຄັ້ງຜ່ານມາແມ່ນມີຜົນສຳເລັດຫລາຍດ້ານ ເຮັດໃຫ້ບັນດານະຄອນມີຄວາມ​ໃກ້ຊິດກັນຫລາຍຂຶ້ນ
, ໄດ້ມີການແລກປ່ຽນບົດຮຽນນຳກັນໃນດ້ານຕ່າງໆ ທີ່ພົວພັນເຖິງນະໂຍບາຍ 3 ເສົາຄໍ້າ ຂອງການເຊື້ອມໂຍງອາຊຽນ ເຊັ່ນ: ການພັດທະນາ ຕົວເມືອງຕາມທິດຢືນຢົງ, ການແກ້ໄຂບັນກາລົດຕິດ, ການສ້າງຕົວເມືອງສີຂຽວ, ການທ່ອງທ່ຽວ ແລະ ອຸດສາຫະກຳທ່ອງທ່ຽວ ແລະ ການແລກປ່ຽນວັດທະນະທໍາອື່ນໆ. ສໍາລັບກອງປະຊຸມເວທີເຈົ້ານະຄອນອາຊຽນ ຄັ້ງນີ້, ຈັດ​ຂຶ້ນພາຍໃຕ້ຄໍາຂວັນ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາ ແບບຍືນຍົງຂອງບັນດານະຄອນອາຊຽນປະກອບມີ 5 ຫົວຂໍ້: ຫົວຂໍ້ທີ 1 “ ຕົວເມືອງທີ່ໜ້າຢູ່ ແລະ ຍືນຍົງ, ຫົວຂໍ້ທີ 2  ການທ່ອງທ່ຽວສີຂຽວ,  ຫົວຂໍ້ທີ 3 “ການພັດທະນາເສດ ຖະກິດແບບຍືນຍົງ, ຫົວຂໍ້ທີ 4 “ຕົວເມືອງທີ່ມີຄວາມຍືນຍົງດ້ານສິ່ງແວດລ້ອມ ​ແລະ ຫົວຂໍ້ທີ 5 “ຄວາມເຂັ້ມແຂງທົນທານ ຕໍ່ການປ່ຽນແປງ ສະພາບອາກາດ, ເນື້ອໃນຄຳຂວັນ ແລະ ຫົວຂໍ້ດັ່ງກ່າວ, ບັນດາຄະນະຜູ້ແທນ ໄດ້ມີການແລກປ່ຽນບົດຮຽນຮ່ວມກັນມາແລ້ວ ທີ່ກອງປະຊຸມຄົບຄະນະ ແລະ ກອງປະຊຸມຄູ່ຂະໜານ  ​ເຊິ່ງເຫັນວ່າສອດຄ່ອງກັບນະໂຍບາຍ 3 ເສົາຄໍ້າຂອງອາຊຽນ ທີ່ກໍານົດເອົາແລ້ວ.



ໂອກາດນີ້
, ທ່ານ ອາດສະພັງທອງ ສີພັນດອນ ໄດ້ຕາງໜ້າໃຫ້ປະຊາຊົນ​ ໃນນະຄອນຫລວງວຽງຈັນ ສະແດງຄວາມຂອບໃຈ, ຊົມເຊີຍ ແລະ ຂໍຕ້ອນຮັບບັນດາຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ, ອວຍພອນໃຫ້ບັນດາຄະນະຜູ້ແທນ ຢູ່ນະຄອນຫລວງວຽງຈັນ ດ້ວຍຄວາມສຸກສະບາຍດີ.

ຂ່າວ: ກິດຕາ

KPL