ລາວ-ຣັດເຊຍ ທົບທວນຄືນຜົນການຮ່ວມມືດ້ານເສດຖະກິດ

19/09/2024 14:47
Email Print 83
KPL - Asean 2024 ຂປລ. ໃນວັນທີ 19 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພ້ອມຄະນະ ໄດ້ພົບປະກັບ ທ່ານ ວາດີເມຍ ຣີເຊບ ຮອງລັດຖະມົນຕີ ກະຊວງພັດທະນາເສດຖະກິດ, ສະຫະພັນຣັດເຊຍ ພ້ອມຄະນະ ໃນໂອກາດເດີນທາງ ມາຮ່ວມກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ-ສ ຣັດເຊຍ ຄັ້ງທີ 13 ກໍຄື ກອງປະຊຸມປິ່ນອ້ອມຂອງ ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 56 ທີ່ ສປປ ລາວ ເປັນເຈົ້າພາບ.



ຂປລ. ໃນວັນທີ
19 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພ້ອມຄະນະ ໄດ້ພົບປະກັບ ທ່ານ ວາດີເມຍ ຣີເຊບ ຮອງລັດຖະມົນຕີ ກະຊວງພັດທະນາເສດຖະກິດ, ສະຫະພັນຣັດເຊຍ ພ້ອມຄະນະ ໃນໂອກາດເດີນທາງ ມາຮ່ວມກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ-ສ ຣັດເຊຍ ຄັ້ງທີ 13 ກໍຄື ກອງປະຊຸມປິ່ນອ້ອມຂອງ ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 56 ທີ່ ສປປ ລາວ ເປັນເຈົ້າພາບ.



ການ​ພົບ​ປະ​ຄັ້ງ​ນີ້, ທັງສອງຝ່າຍໄດ້ມີການທົບທວນຄືນ ຜົນຂອງການຮ່ວມມື ທາງດ້ານເສດຖະກິດຂອງສອງປະເທດ ໃນໄລຍະຜ່ານມາ ແລະ ມີການປຶກສາຫາລືກັນບາງບັນຫາ ໃນການສືບຕໍ່ຮ່ວມມືກັນໃນຕໍ່ໜ້າ
, ການພົວພັນດ້ານການຄ້າ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ໃນໄລຍະຜ່ານມາ ແມ່ນຈັດຕັ້ງປະຕິບັດ ຕາມສິທິພິເສດ ດ້ານການຄ້າແບບທົ່ວໄປ GSP (Generalized System of Preferences), ໃນປີ 2023 ມູນຄ່າການຄ້າລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ສາມາດປະ ຕິບັດໄດ້ 3,9 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການນໍາເຂົ້້າ ປະຕິບັດໄດ້ 3,7 ລ້ານໂດລາສະຫະລັດ ແລະ ສ່ວນມູນຄ່າການສົ່ງອອກ ປະຕິບັດໄດ້ 0,2 ລ້ານໂດລາສະຫະລັດ, ສິນຄ້າຫລັກທີ່ ສປປ ລາວ ນໍາເຂົ້້າຈາກ ສ ຣັດເຊຍ ໃນປີ 2024 ມີພາຫະນະທາງບົກ, ສາຍໄຟ, ນ້ຳມຶກພິມພັນທະບັດ, ອຸປະກອນກົນຈັກ, ອາໄຫລ່ລົດ, ເຄື່ອງໄຟຟ້າ-ອຸປະກອນໄຟຟ້າ ແລະ ອື່ນໆ. ສ່ວນສິນຄ້າຫລັກທີ່ ສປປ ລາວ ສົ່ງອອກໄປ ສ ຣັດເຊຍ ໃນປີ 2024 ມີ ກາເຟສໍາເລັດຮູບ, ໄມ້ແປຮູບ, ເກີບ, ໄມ້ອັດ ແລະ ອື່ນໆ.



ໃນໂອກາດນີ້
, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ຍັງສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານ ວາດີເມຍ ຣິເຊບ ພ້ອມດ້ວຍຄະນະ ໃນການພົບປະສອງຝ່າຍ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ-ສ ຣັດເຊຍ ຄັ້ງທີ 13 ທີ່ ນະຄອນຫລວງວຽງຈັນ ສປປ ລາວ. ​ໃນຂະນະ​ດຽວ​ກັນ, ທ່ານຮອງລັດຖະມົນຕີ ກະຊວງພັດທະນາເສດຖະກິດ ສະຫະພັນຣັດເຊຍ ກໍໄດ້ສະແດງຄວາມຊົມເຊີຍ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024.

ຂ່າວ: ສົມຫວັງ

ພາບ: ເກດສະໜາ

KPL