ກອງປະຊຸມເຈົ້າຄອງນະຄອນຫລວງ ອາຊຽນ ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

19/09/2024 15:09
Email Print 83
KPL - Asean 2024 ຂປລ. ກອງປະຊຸມເຈົ້າຄອງນະຄອນຫລວງອາຊຽນ (MGMAC), ກອງປະຊຸມເວທີເຈົ້ານະ ຄອນ ອາຊຽນ (AMF) ແລະ ກອງປະຊຸມເຄືອຂ່າຍບັນດາ ນະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງສະມາຄົມບັນດາເຈົ້າຄອງນະຄອນທີ່ນໍາໃຊ້ພາສາຝຣັ່ງ ທີ່ໄດ້ດຳເນີນມາແຕ່ວັນທີ 17-19 ກັນຍາ 2024 ໄດ້ປິດລົງດ້ວຍຜົນ ສຳເລັດຢ່າງຈົບງາມ ໃນວັນທີ 19 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ມີຄະນະແທນນະຄອນຫລວງອາຊຽນ ແລະ ນະຄອນອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.



ຂປລ.  ກອງປະຊຸມເຈົ້າຄອງນະຄອນຫລວງອາຊຽນ (
MGMAC), ກອງປະຊຸມເວທີເຈົ້ານະ ຄອນ ອາຊຽນ (AMF) ແລະ ກອງປະຊຸມເຄືອຂ່າຍບັນດາ ນະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງສະມາຄົມບັນດາເຈົ້າຄອງນະຄອນທີ່ນໍາໃຊ້ພາສາຝຣັ່ງ ທີ່ໄດ້ດຳເນີນມາແຕ່ວັນທີ 17-19 ກັນຍາ 2024 ໄດ້ປິດລົງດ້ວຍຜົນ ສຳເລັດຢ່າງຈົບງາມ ໃນວັນທີ 19 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ມີຄະນະແທນນະຄອນຫລວງອາຊຽນ ແລະ ນະຄອນອາຊຽນ  ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.



ທ່ານ ອາດສະພັງທອງ ສີພັນດອນ ​ໄດ້​ມີ​ຄຳ​ເຫັນວ່າ: ເພື່ອແບ່ງປັນບົດຮຽນໃນການປະຕິບັດຕົວຈິງ ຂອງ​ແຕ່ລະກອງປະຊຸມໃນຄັ້ງນີ້
, ໂດຍລວມແລ້ວ ການປຶກສາຫາລືການແລກປ່ຽນປະສົບການ ແລະ ການສະໜອງຂໍ້ມູນຕາມຄໍາຂວັນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງບັນດານະຄອນອາຊຽນ ແລະ  5 ຫົວຂໍ້ ຄື: ຕົວເມືອງທີ່ໜ້າຢູ່ ແລະ ຍືນຍົງ; ການທ່ອງທ່ຽວສີຂຽວ; ການພັດທະນາເສດຖະກິດແບບຍືນຍົງ; ຕົວເມືອງທີ່ມີຄວາມຍືນຍົງດ້ານສິ່ງ ແວດລ້ອມ ແລະ ຄວາມເຂັ້ມແຂງທົນທານ ຕໍ່ການປ່ຽນແປງສະພາບອາກາດ ທີ່ໄດ້ຍົກຂຶ້ນມາປຶກສາຫາລື ເຊິ່ງຫົວຂໍ້ດັ່ງກ່າວ ແມ່ນມີຄວາມ ໝາຍສໍາຄັນທີ່ສ່ອງແສງເຖິງຄວາມຈໍາເປັນ ທີ່ຕ້ອງໄດ້ມີການເພີ່ມທະວີການຕໍ່ການເຊື່ອມຈອດ   ຂອງບັນດານະຄອນອາຊຽນ ເພື່ອສ້າງຄວາມເຂັ້ມແຂງຮ່ວມກັນໃນອານາຄົດ. ພ້ອມນີ້, ກໍໄດ້ສະແດງຄວາມຂອບໃຈ ຕໍ່ແນວຄວາມຄິດ, ຂໍ້ສະເໜີຂອງຄະນະຜູ້ແທນ ເປັນຕົ້ນ​ແມ່ນຂອງບັນດາ ນະຄອນພັດທະນາແລ້ວ ທີ່ມີປະສົບ ການຫລາຍໃນການພັດທະນາຕົວເມືອງ ແລະ ຊົມເຊີຍທຸກນະຄອນ ທີ່ໄດ້ຮ່ວມກັນປະກອບຄໍາເຫັນໃນກອງປະຊຸມຄັ້ງນີ້, ຫວັງວ່າບັນດານະຄອນດັ່ງກ່າວ, ຈະຫາຊ່ອງທາງຊ່ວຍເຫລືອເຊິ່ງກັນ ແລະ ກັນ ເຮັດແນວໃດເພື່ອຮັດແຄບຄວາມແຕກໂຕນ ກັນດ້ານຄຸນນະພາບຊິວິດຂອງຊາວເມືອງ ແລະ ຊາວນະຄອນອາຊຽນ ໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ; ການເຊື່ອມຈອດອາຊຽນ ແມ່ນຄວາມຮຽກຮ້ອງຕ້ອງການ ບໍ່ພຽງແຕ່ແມ່ນພາກລັດຖະບານຂັ້ນສູນກາງ, ຫາກຍັງແມ່ນຂັ້ນທ້ອງຖິ່ນ ແລະ ປະຊາຊົນອາຊຽນ ອີກດ້ວຍ. ສະນັ້ນ, ນະຄອນຫລວງວຽງຈັນ ຈຶ່ງເຫັນແຈ້ງຄວາມຮັບຜິດຊອບ ແລະ ພັນທະໜ້າທີ່ຂອງຕົນ ໃນພາລະກິດການເຊື່ອມຈອດອາຊຽນ ເຊິ່ງພັນທະໜ້າທີ່ສຳ ຄັນ ບໍ່ພຽງແຕ່ຈະສ້າງນະຄອນ ໃຫ້ເປັນນະຄອນທີ່ມີຄວາມຍືນຍົງ, ຫາກຍັງຕ້ອງເປັນນະຄອນທີ່ໜ້າຢູ່, ທັງຮັບປະກັນຄວາມປອດໄພ ຈາກການປ່ຽນແປງສະພາບອາກາດ, ສີຂຽວ ແລະ ມີຄວາມສີວິໄລ ອີກດ້ວຍ.



ທ່ານ ອາດສະພັງທອງ ສີພັນດອນ ຍັງມີຄວາມຍິນດີຕໍ່ບັນດາຄະນະຜູ້ແທນ ຂອງນະຄອນຫລວງອາຊຽນ ແລະ ນັກວິຊາການ  ໂດຍສະເພາະ ນະຄອນຫລວງກົວລາລໍາເປີ ປະເທດມາເລເຊຍ ທີ່ຈະເປັນເຈົ້າພາບກອງປະຊຸມ ເຈົ້າຄອງນະຄອນຫລວງອາຊຽນ ແລະ ກອງປະຊຸມເວທີ ເຈົ້ານະຄອນອາຊຽນ ​ໃນ​ປີ
2025.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

KPL