ສ.ອາເມລິກາ ປັບຫລຸດອັດຕາດອກເບ້ຍເປັນຄັ້ງທຳອິດໃນຮອບ 4 ປີ

19/09/2024 19:04
Email Print 83
KPL - Asean 2024 ທະນາຄານກາງ ອາເມລິກາ ປະກາດ ຈະປັບຫລຸດ ອັດຕາ ດອກເບ້ຍ ຂອງກອງທຶນ ສະຫະລັດ ໃຫ້ຕ່ຳລົງ 0.5%, ລົງເປັນ ລະຫວ່າງ 4,75% - 5.00%

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 18 ກັນຍານີ້, ທະນາຄານກາງ ອາເມລິກາ ປະກາດ ຈະປັບຫລຸດ ອັດຕາ ດອກເບ້ຍ ຂອງກອງທຶນ ສະຫະລັດ ໃຫ້ຕ່ຳລົງ 0.5%, ລົງເປັນ ລະຫວ່າງ 4,75% - 5.00%. ນີ້ແມ່ນ ທະນາຄານກາງ ອາເມລິກາ ປັບຫລຸດ ອັດຕາ ດອກເບ້ຍ ເປັນຄັ້ງທຳອິດ ນັບແຕ່ ເດືອນມີນາປີ 2020 ເປັນຕົ້ນມາ, ເປັນຂີດໝາຍສະແດງ ໃຫ້ເຫັນວ່າ ອາເມລິກາ ໄດ້ຫັນຈາກໄລຍະ ນະໂຍບາຍ ເງິນຕາຮັດກຸມ ໄປສູ່ ໄລຍະ ນະໂຍບາຍ ເງິນຕາ ແບບຜ່ອນຄາຍ.ໃນກອງປະຊຸມ ຖະແຫລງຂ່າວ ທີ່ຈັດຂຶ້ນ ພາຍຫລັງ, ທ່ານ ເຈໂຣມ ພາວເວວ ປະທານ ທະນາຄານກາງ ອາເມລິກາ ກ່າວວ່າ: ການປັບຫລຸດ ອັດຕາດອກເບ້ຍ ໃຫ້ຕ່ຳລົງ 0.5% ເປັນ ມາດຕະການ ທີ່ເຂັ້ມແຂງ”.  ຄະນະ ກຳມະການ ຕະຫລາດເປີດເຜີຍ ຂອງ ສ.ສະຫະລັດ ບໍ່ເຫັນວ່າ ການປັບຫລຸດ ອັດຕາ ດອກເບ້ຍ ຄັ້ງນີ້ ໄດ້ຊ້າກວ່າ ກຳນົດ, ແຕ່ແມ່ນມາດຕະການ ທີ່ທັນກັບ ສະພາບການ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL