ສສ ຫວຽດນາມ-ສິງກະໂປ ເປີດກວ້າງການຮ່ວມມືໃນຂົງເຂດພະລັງງານສະອາດ

19/09/2024 19:04
Email Print 83
KPL - Asean 2024 ກອງປະຊຸມ ລັດຖະມົນຕີ ຄັ້ງທີ 18 ກ່ຽວກັບ ການເຊື່ອມຕໍ່ ເສດຖະກິດ ຫວຽດນາມ - ສິງກະໂປ ຈັດຂຶ້ນຢູ່ ສິງກະໂປ ເມື່ອບໍ່ດົນມານີ້ ພາຍໃຕ້ ການເປັນປະທານຂອງ ທ່ານ ຫງວຽນຈີ໊ຢຸງ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລະ ທ່ານ ທັນ ສີ ເລັງ(Tan See Leng), ລັດຖະມົນຕີ ຜູ້ທີ 2 ກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນ ລັດຖະມົນຕີ ຊັບພະຍາກອນ ມະນຸດ ສິງກະໂປ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງປະຊຸມ ລັດຖະມົນຕີ ຄັ້ງທີ 18 ກ່ຽວກັບ ການເຊື່ອມຕໍ່ ເສດຖະກິດ ຫວຽດນາມ - ສິງກະໂປ ຈັດຂຶ້ນຢູ່ ສິງກະໂປ ເມື່ອບໍ່ດົນມານີ້ ພາຍໃຕ້ ການເປັນປະທານຂອງ ທ່ານ ຫງວຽນຈີ໊ຢຸງ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລະ ທ່ານ ທັນ ສີ ເລັງ(Tan See Leng), ລັດຖະມົນຕີ ຜູ້ທີ 2 ກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນ ລັດຖະມົນຕີ ຊັບພະຍາກອນ ມະນຸດ ສິງກະໂປ ໂດຍທັງສອງຝ່າຍ ໄດ້ແຈ້ງໃຫ້ຊາບ ແລະ ແລກປ່ຽນ ກ່ຽວກັບ ບາງຜົນງານ ທີ່ບັນລຸໄດ້ ນັບແຕ່ ກອງປະຊຸມ ລັດຖະມົນຕີ ຄັ້ງທີ 17 ຢູ່ ຮ່າໂນ້ຍຂອງ ສສ  ຫວຽດນາມ ໃນເດືອນ ສິງຫາ 2023 ມາຮອດປັດຈຸບັນ. ທັງສອງຝ່າຍ ໄດ້ປຶກສາ ຫາລື ກ່ຽວກັບ ທິດທາງເປີດກວ້າງ ການຮ່ວມມື ໃນຂົງເຂດ ພະລັງງານສະອາດ, ຄວາມສຳຄັນ ຂອງບັນດາ ໂຄງການ ພັດທະນາ ໄຟຟ້າແຮງລົມ, ສ້າງຕາໜ່າງໄຟຟ້າ ອາຊຽນ, ບັນດາ ມາດຕະການ ແລະ ສິ່ງທ້າທາຍ ເຊິ່ງ ສິງກະໂປ ຕ້ອງຜະເຊີນໜ້າ ໃນວິວັດທະນາການ ຫັນປ່ຽນ ພະລັງງານ, ມຸ່ງໄປເຖິງ ພື້ນຖານ ເສດຖະກິດ hydrogen.ເນື່ອງໃນໂອກາດນີ້, ການນຳສອງຝ່າຍ ໄດ້ເປັນສັກຂີພິຍານ ການສ້າງຕັ້ງ ໂຄງການແລກປ່ຽນ ຜູ້ມີຄວາມເກັ່ງກ້າ ສາມາດ ນະວັດຕະກຳ, ລົງນາມ ໃນບົດບັນທຶກ ຊ່ວຍຈຳ ລະຫວ່າງ ສະມາຄົມ ວິສາຫະກິດ ສິງກະໂປ ແລະ ກົມລົງທຶນ ຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ສ້າງຕັ້ງ ສິງກະໂປ  Desk ເພື່ອແນໃສ່ ຊຸກຍູ້ ການລົງທຶນຂອງ ສິງກະໂປ ເຂົ້າມາ ສສ ຫວຽດນາມ./.

 (ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL