ສານເຄມີປົນເປື້ອນ ອາຫານໃນຮ່າງກາຍມະນຸດ ຫລາຍກວ່າ 3.600 ຊະນິດ

18/09/2024 21:33
Email Print 83
KPL - Asean 2024 ການສຶກສາ ກ່ຽວກັບ ສານເຄມີ ໃນການນຳໃຊ້ ການບັນຈຸ ຫລື ຫຸ້ມຫໍ່ ປະເພດ ອາຫານ ຜະລິດຈາກ ເຄື່ອງ ຢາງ ພົບສານເຄມີ ປົ້ນເປືອນ ຫລາຍກວ່າ 3.6000 ຊະນິດ ໃນຮ່າງກາຍ ຂອງມະນຸດ ຊຶ່ງບາງຊະນິດ ເປັນອັນຕະລາຍ ແລະ ສ້າງຄວາມກັງວົນຕໍ່ ສຸຂະພາບ ຂອງຜູ້ບໍລິໂພກ

ຂປລ.ສຳນັກຂ່າວ ເອເອຟພີ,ວັນທີ18ກັນຍານີ້, ການສຶກສາ ກ່ຽວກັບ ສານເຄມີ ໃນການນຳໃຊ້ ການບັນຈຸ ຫລື ຫຸ້ມຫໍ່ ປະເພດ ອາຫານ ຜະລິດຈາກ ເຄື່ອງຢາງ ພົບສານເຄມີ ປົ້ນເປືອນ ຫລາຍກວ່າ 3.6000 ຊະນິດ ໃນຮ່າງກາຍ ຂອງມະນຸດ ຊຶ່ງບາງຊະນິດ ເປັນອັນຕະລາຍ ແລະ ສ້າງຄວາມກັງວົນຕໍ່ ສຸຂະພາບ ຂອງຜູ້ບໍລິໂພກ ຫລັງຈາກ  ທ່ານ ປອ ເບີກິດ ເກີເກ,ຫົວໜ້າ ຄະນະຄົ້ນຄວ້າຈາກ ມູນນິທິບັນຈຸອາຫານ ຊຶ່ງເປັນອົງການ ບໍ່ສະແຫວງຫາ ຜົນກຳໄລຈາກ ເມືອງຊູຣິກ ໃນປະເທດ ສະວິດ ກ່າວວ່າ ສານເຄມີ ທີ່ພົບໃນບັນຈຸ ອາຫານ ປະມານ 100 ຊະນິດ ຖືເປັນສິ່ງ ວິກຕົກກັງວົນ ທີ່ຮ້າຍແຮງ ເຖິງວ່າ ຈະມີຜົນການຄົ້ນຄວ້າ ເປັນຢ່າງດີ ແລະ ມີປະມານ 14.000 ລາຍການ ຊຶ່ງສາມາດ ແຊກຊຶມເຂົ້າໄປໃນ ອາຫານໄດ້ ຈາກການບັນຈຸໃນກັບຢາງ ຫລື ພາສະນະໃນເຮືອນຄົວ ປະເພດຢາງ ລວມທັງ ເຄື່ອງຫຸ້ມຫໍ່ ທີ່ບໍ່ໄດ້ມາດຕະຖານ ອາດສ່ຽງ ມີສານເຄມີ ປົນເປື້ອນ ໃນອາຫານ ຫລາຍຂຶ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL