ສສ ຫວຽດນາມ- ໂຮນລັງ ຊຸກຍູ້ການຮ່ວມມືໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ

18/09/2024 21:08
Email Print 83
KPL - Asean 2024 ສສ ຫວຽດນາມ ແລະ ໂຮນລັງ ຊຸກ​ຍູ້​ການ​ຮ່ວມ​ມື ​ໃນ​ຂົງ​ເຂດ​ ການປ່ຽນແປງ ຂອງດິນຟ້າອາກາດ, ພະຍາກອນ, ສະກັດກັ້ນ ນ້ຳໄຫລຊຸ, ເຊາະເຈື່ອນ, ຄຸ້ມຄອງ ແຫລ່ງຊັບພະຍາກອນນ້ຳ ແບບຍືນຍົງ, ພັດທະນາ ກະສິກຳສີຂຽວ, ອັດສະລິຍະ, ປ່ຽນແປງ ພະລັງງານ, ຫັນເປັນສີຂຽວ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ສສ ຫວຽດນາມ ແລະ ໂຮນລັງ ຊຸກ​ຍູ້​ການ​ຮ່ວມ​ມື ​ໃນ​ຂົງ​ເຂດ​ ການປ່ຽນແປງ ຂອງດິນຟ້າອາກາດ, ພະຍາກອນ, ສະກັດກັ້ນ ນ້ຳໄຫລຊຸ, ເຊາະເຈື່ອນ, ຄຸ້ມຄອງ ແຫລ່ງຊັບພະຍາກອນນ້ຳ ແບບຍືນຍົງ, ພັດທະນາ ກະສິກຳສີຂຽວ, ອັດສະລິຍະ, ປ່ຽນແປງ ພະລັງງານ, ຫັນເປັນສີຂຽວ ພາຍຫລັງ ທ່ານ ນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ຫວຽດນາມ ໄດ້ເຮັດວຽກກັບ ສະເດັດເຈົ້າ Jaime De Bourbon de Parme, ເອກອັກຄະລັດຖະທູດ ໂຮນລັງ ກ່ຽວກັບ ການປ່ຽນແປງຂອງດິນຟ້າອາກາດ, ຜູ້ຊ່ວຍວຽກລັດຖະມົນຕີ ກະຊວງການຕ່າງປະເທດ ຮັບຜິດຊອບ ເວທີປາໄສ ຄູ່ຮ່ວມມື ເພື່ອການເຕີບໂຕສີຂຽວ ແລະ ບັນດາເປົ້າໝາຍ ພັດທະນາ ແບບຍືນຍົງ SDGs (ເວທີປາໄສ P4G) ແລະ ເອກອັກຄະລັດຖະທູດ ໂຮນລັງກ່ຽວກັບບັນຫາແຫລ່ງຊັບພະຍາກອນນ້ຳ ເມື່ອບໍ່ດົນມານີ້ ຢູ່ໂຮນລັງ.ຈາກນັ້ນ ສະເດັດເຈົ້າ Jaime De Bourbon de Parme ໄດ້ຝາກຄຳຢື້ຢາມຖາມຂ່າວ ແລະ ຂໍສະແດງຄວາມແບ່ງເບົາ ຢ່າງສຸດຊື້ງ ກັບປະເທດ ແລະ ປະຊາຊົນ ຫວຽດນາມ ທີ່ຖືກເສຍຫາຍ ຢ່າງໃຫຍ່ຫລວງ ຍ້ອນພາຍຸ ຢາກິ(Yagi) ກໍ່ຂຶ້ນໃນໄລຍະຜ່ານມາ. ບັນດາຄູ່ຮ່ວມມືຂອງ ໂຮນລັງ ເຫັນດີ ຍູ້ແຮງການຮ່ວມມືກັບ ສສ ຫວຽດນາມ ໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ./.

 (ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL