ຕວັກກີ-ຊູແອັດ ຈັດກອງປະຊຸມຄັ້ງທຳອິດແກ້ໄຂສົນທິສັນຍາຄວາມໝັ້ນຄົງ

18/09/2024 21:06
Email Print 83
KPL - Asean 2024 ຕວັກກີ ແລະ ຊູແອັດ ໄດ້ຈັດກອງປະຊຸມ ຄັ້ງທຳອິດ ເພື່ອແກ້ໄຂ ສົນທິສັນຍາ ຄວາມໝັ້ນຄົງ ຊຶ່ງ 2 ຝ່າຍ ໄດ້ເຫັນດີ ກ່ອນໜ້ານັ້ນ ເພື່ອຮັບປະກັນໃຫ້ ອາກາຣາ ເຫັນດີໃບຄຳຮ້ອງຂອງ Stockholm ຂໍເຂົ້າເປັນສະມາຊິກ ອົງການສົນທິສັນຍາ ອັດລັງຕິກເໜືອ (ນາໂຕ).

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 18 ກັນຍາ, ຕວັກກີ ແລະ ຊູແອັດ ໄດ້ຈັດກອງປະຊຸມ ຄັ້ງທຳອິດ ເພື່ອແກ້ໄຂ ສົນທິສັນຍາ ຄວາມໝັ້ນຄົງ ຊຶ່ງ 2 ຝ່າຍ ໄດ້ເຫັນດີ ກ່ອນໜ້ານັ້ນ ເພື່ອຮັບປະກັນໃຫ້ ອາກາຣາ ເຫັນດີໃບຄຳຮ້ອງຂອງ Stockholm ຂໍເຂົ້າເປັນສະມາຊິກ ອົງການສົນທິສັນຍາ ອັດລັງຕິກເໜືອ (ນາໂຕ). ຈາກນັ້ນ ທ່ານນາງ ມາເຣຍ ມໍລເມີ ສະຕິເນີກາດ( Maria Malmer Stenergard), ລັດຖະມົນຕີ ກະຊວງການຕ່າງປະເທດ ຊູແອັດ ເປີດຜີຍວ່າ ເດືອນ ມັງກອນ 2024, ຕວັກກີ ໄດ້ເຫັນດີ ຕໍ່ຂໍ້ສະເໜີ ຂອງ ຊູແອັດ ກ່ຽວກັບ ເລື່ອງຂໍເຂົ້າເປັນ ສະມາຊິກ ນາໂຕ ພາຍຫລັງ ຖືກໂຈະ ໄວ້ເປັນເວລາ 1 ປີ ຍ້ອນມີຄວາມວິຕົກກັງວົນ ກ່ຽວກັບ ຫລັກໝັ້ນຂອງ ຊູແອັດ ສຳລັບ ບັນດາໝູ່ຄະນະ ແລະ ສ່ວນບຸກຄົນເຊິ່ງ ຕວັກກີ ຖືວ່າ ແມ່ນກໍ່ການຮ້າຍ, ກໍ່ຄືຄຳສັ່ງຫ້າມອາວຸດ ຫລັງຈາກນັ້ນ Stockholm ໄດ້ຍົກເລີກ. ປ່ຽນແທນ, ອານກາຣາ ຮຽກຮ້ອງໃຫ້ Stockholm ປັບປຸງກົດໝາຍວ່າດ້ວຍຕ້ານການກໍ່ການຮ້າຍ ແລະ ປາບປາມບັນດາສະມາຊິກຂອງກຸ່ມພັກກຳມະກອນຊາວ Kurd (PKK) ກໍ່ຖືກ ສ.ອາເມລິກາ ແລະ ສະຫະພາບ ເອີຣົບ (ອີຢູ) ຖືວ່າ ແມ່ນກໍ່ການຮ້າຍ. ຊູແອັດ ໄດ້ເຂົ້າເປັນສະມາຊິກຂອງ ນາໂຕ ໃນວັນທີ 7 ມີນາ 2024./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL