ເກີດອຸບັດເຫດລົດໂດຍສານພິກຂວໍ້າຢູ່ ນິເຊຣີ ເສຍຊີວິດຢ່າງໜ້ອຍ 25 ຄົນ

18/09/2024 18:04
Email Print 83
KPL - Asean 2024 ມີຜູ້ເສຍຊີວິດຢ່າງໜ້ອຍ 25 ຄົນ ແລະ ບາດເຈັບ 48 ຄົນ, ຈາກອຸບັດເຫດ ລົດໂດຍສານ ພິກຂວໍ້າຢູ່ລັດ ກາດູນາ (Kaduna) ທາງພາກເໜືອ ຂອງປະເທດນີ້.

ຂປລ.ຕາມຂ່າວສານ ຫວຽດນາມ, ວັນທີ 17 ກັນຍາ, ເຈົ້າໜ້າທີ່ຕຳຫລວດ ນິເຊຣີ ໃຫ້ຮູ້ວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 25 ຄົນ ແລະ ບາດເຈັບ 48 ຄົນ, ຈາກອຸບັດເຫດ ລົດໂດຍສານ ພິກຂວໍ້າຢູ່ລັດ ກາດູນາ (Kaduna)  ທາງພາກເໜືອ ຂອງປະເທດນີ້.

ໂດຍທ່ານ ກາບີຣູ ນາດາໂບ ຫົວໜ້າສຳນັກງານທ້ອງຖິ່ນ ຂອງໜ່ວຍງານ ຄວາມປອດໄພ ທາງຖະໜົນ ຂອງນິເຊຣີ ໃຫ້ຮູ້ວ່າ: ອຸບັດເຫດເກີດຂຶ້ນ ໃນຂະນະທີ່ ລົດໂດຍສານ ບັນທຸກຫລາຍເກີນໄປ ແລະ ແລ່ນດ້ວຍຄວາມໄວ ໄດ້ເຮັດໃຫ້ເສຍການຄວບຄຸມ ຕໍາໃສ່ກັບລົດບັນທຸກສິນຄ້າ ໃນເມືອງ ເລເຣ. ໃນຂະນະທີ່ ລົດໂດຍສານໄດ້ບັນທຸກເດັກນ້ອຍ ຈຳນວນ 63 ຄົນ ເດີນທາງອອກຈາກໝູ່ບ້ານ ກາວັນດາເຣ (Kwandare) ມຸ້ງໜ້າໄປຍັງເມືອງ  ສາມິດນາກາ (Saminaka) ທີ່ຢູ່ໃກ້ຄຽງ ເພື່ອຮ່ວມງານ ສະເຫລີມສະຫລອງ ລຳລຶກເຖິງວັນເກີດຂອງສາດສະດາ ໂມຮຳເຫມັດ. ຂະນະທີ່ ເຈົ້າໜ້າທີ່ກ່ຽວຂ້ອງ ພວມເລັ່ງສືບສວນສອບສວນ ຫາສາເຫດຕົ້ນຕໍ ທີ່ເກີດຂຶ້ນໃນຄ້ັງນີ້.

KPL