ເມືອງມໍລະດົກໂລກຫລວງພະບາງແຫລ່ງທ່ອງທ່ຽວທີ່ໜ້າຄົ້ນຫາ

17/09/2024 00:40
Email Print 83
KPL - Asean 2024 ອີງຕາມພະແນກ ຖວທ ແຂວງຫລວງພະບາງລາຍງານວ່າພຽງແຕ່ 8 ເດືອນຂອງປີ 2024 ມີນັກທ່ອງ ທ່ຽວເຂົ້າທ່ຽວຫລວງພະບາງບໍ່ຕໍ່າ 7 ແສນຄົນແລ້ວ ແລະ ຄາດວ່າຫມົດປີ 2024 ນັກທ່ອງທ່ຽວຈະເພີ່ມຂຶ້ນເຖິງ 1 ລ້ານກວ່າຄົນ.

*ອີງຕາມພະແນກ ຖວທ ແຂວງຫລວງພະບາງລາຍງານວ່າພຽງແຕ່ 8 ເດືອນຂອງປີ 2024 ມີນັກທ່ອງທ່ຽວເຂົ້າທ່ຽວຫລວງພະບາງບໍ່ຕໍ່າ 7 ແສນຄົນແລ້ວ ແລະ ຄາດວ່າຫມົດປີ 2024 ນັກທ່ອງທ່ຽວຈະເພີ່ມຂຶ້ນເຖິງ 1 ລ້ານກວ່າຄົນ.

ດັ່ງທີ່ຮູ້ນໍາກັນມົນສະເໜ່ຂອງເມືອງມໍລະດົກໂລກຫລວງພະບາງໄດ້ຜ່ານສາຍຕາຊາວໂລກ ເຊິ່ງເມືອງດັ່ງກ່າວບໍ່ພຽງແຕ່ເຮັດໃຫ້ແຂກຕ່າງດ້າວທ້າວຕ່າງເມືອງຫລົງໄຫລໄຝຝັນຢາກມາສໍາຜັດກ່ອນກະສຽນບໍານານ ຫລື ສິ້ນລົມ ຫາຍເທົ່ານັ້ນແຕ່ຫາກຍັງຢາກເກັບຄວາມຊົງຈໍາແລະ ພາບທີ່ໜ້າປະທັບໃຈທີ່ສຸດໄວ້ຕະຫລອດໄປ. ຕະຫລອດ 20 ກວ່າປີຜ່່ານມາ,ພາຍຫລັງນະຄອນຫລວງພະບາງໄດ້ຮັບຮອງເປັນມໍລະດົກໂລກໃນປີ 1995 ຈາກອົງການອຸຍແນັສໂກນັ້ນທ່ານຮູ້ບໍ່ວ່າມີຫຍັງເຮັດໃຫ້ເມືອງດັ່ງກ່າວພົ້ນເດັ່ນ ແລະ ເປັນສື່ກາງເຮັດໃຫ້ຊາວໂລກຮັບລາວຫລາຍຂຶ້ນ?.

ມື້ນີ້ຜູ້ຂຽນໄດ້ຄັດເອົາບາງຂໍ້ມູນສຶກສາມາເລົ່າສູ່ຟັງດັ່ງນີ້: ດັ່ງທີ່ຮູ້ນໍາກັນ ແຂວງຫລວງພະບາງເປັນແຂວງບໍ່ໃຫຍ່, ຕັ້ງຢູ່ພາກເໜືອງຂອງ ສປປ ລາວ ມີປະຊາກອນປະມານ 4 ແສນກວ່າຄົນ, ມີຊາຍແດນຕິດກັບແຂວງອ້ອມຂ້າງ ຄື: ທິດເໜືອຕິດກັບ ແຂວງຜົ້ງສາລີ, ທິດໃຕ້ຕິດກັບ ແຂວງວຽງຈັນ, ທິດຕາເວັນອອກຕິດກັບ ແຂວງຫົວພັນ, ແຂວງຊຽງຂວາງ ແລະ ສສ ຫວຽດນາມ ແລະ ທິດຕາເວັນຕົກຕິດກັບແຂວງອຸດົມໄຊ ແລະ ແຂວງໄຊຍະບູລີ; ການເຕີບໂຕທາງດ້ານເສດຖະກິດໃນແຕ່ລະປີບັນລຸ 4,83%, ຂະແໜງ ກະສິກໍາກວມເອົາ 13,77%ເພີ່ມຂຶ້ນ 3,91%,ຂະແໜງອຸດສາຫະກໍາກວມເອົາ 49,05%, ຂະແໜງການບໍລິການເພີ່ມຂຶ້ນ 2,52% ກວມເອົາປະມານ 36,36% ແຕ່ສິ່ງທີ່ໜ້າສົນໃຈນັ້ນ ຂະແໜງທ່ອງທ່ຽວພວມເຕີບໃຫຍ່ຂະຫຍາຍຕົວ ໄປພ້ອມກັບແຜນພັດທະນາເສດຖະກິດ-ສັງຄົມ ຢ່າງໜັກ  ແໜ້ນ ໂດຍຈາກຂໍ້ມູນຂອງພະແນກ ຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວຫລວງພະບາງ ໄດ້ລາຍງານວ່າ:ຂະແໜງທ່ອງທ່ຽວ ບໍ່ພຽງແຕ່ເປັນເສດຖະກິດປາຍແຫລມເທົ່ານັ້ນຫາກຍັງສ້າງວຽກເຮັດງານທໍາ, ສ້າງອາຊີບ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຢ່າງກວ້າງຂວາງ ເຊິ່ງສາມາດເຫັນໄດ້ແຕ່ປີ ໂດຍສະເລ່ຍມີນັກທ່ອງທ່ຽວເຂົ້າມາ ຫລວງພະບາງ ປະມານ 3 ແສນຫາ 4 ແສນຄົນ ສາມາດສ້າງລາຍຮັບແຕ່ລະປີຈາກການທ່ອງທ່ຽວ ໄດ້ປະມານ 72 ລ້ານໂດລາສະຫະລັດ.

ຕະຫລອດຫລາຍຊຸມປີຜ່ານມານັ້ນ ເມືອງມໍລະດົກໂລກ ໄດ້ຮັບລາງວັນຈໍານວນຫລາຍ ຈາກພາກພື້ນອາຊຽນ ແລະ ສາກົນ ຫລ້າສຸດວັນທີ 16 ມີນາ 2023 ວາລະສານທາມສ໌ຂອງສະຫະລັດອາເມລະກາຈັດໃຫ້ເມືອງມໍລະດົກໂລກຫລວງພະບາງຕິດ 1 ໃນ 50 ສະຖານ ທີ່ປາຍທາງການທ່ອງທ່ຽວດີທີ່ສຸດໃນໂລກ World’s Greatest Placesເຊິ່ງວາລະສານ ດັ່ງກ່າວໄດ້ລະບຸວ່າເຫດທີ່ເລືອກເມືອງມໍລະດົກໂລກຫລວງພະບາງ ຕິດອັນທີ 11 ນັ້ນ ເພາະມີແຫລ່ງທ່ອງທ່ຽວທໍາມະຊາດມີ (ນໍ້າຕົກຕາດກວາງຊີເປັນນໍ້າສີມໍລະກົດໃນກາງປ່າ, ມີນໍ້າຂອງ ແລະ ນໍ້າຄານໂອບອ້ອມເອົາເມືອງ, ມີພູຜ່າປ່າດົງທີ່ຂຽວງາມ; ປະຫວັດສາດ(ພະລາຊະວັງເກົ່າທີ່ສຸດຂອງເຈົ້າຊີວິດ), ວັດທະນະທໍາ ( ມີວັດວາອາຮາມເກົ່າແກ່ ຢັ່ງຢາຍໄປຕາມບ້ານຕ່າງໆ ຫລາຍຮ້ອຍແຫ່ງ, ການຕັກບາດຕອນເຊົ້າ ທີ່ມີຄົນເຂົ້າຮ່ວມຫລາຍທີ່ສຸດໃນໂລກ; ອາຄານເຮືອນຊານ ແລະ ວິຖີຊີວິດຂອງຊາວຫລວງພະບາງ (ອາຄານ ແລະ ເຮືອນຍັງຮັກສາຮູບຊົງເກົ່າແກ່, ນຸ່ງສິນ, ຫາປາຕາມລໍາແມ່ນໍ້າ ແລະ ປູກຜັກລຽບຕາມແຄມນໍ້າ) ຍິ່ງໄປກວ່ານັ້ນ ຍັງມີພື້ນຖານໂຄງລ່າງ ທີ່ທັນສະ   ໄໝ ສາມາດຮອງຮັບນັກທ່ອງທ່ຽວ ໃຫ້ມີຄວາມປອດໄພສູງເຊັ່ນ: ເສັ້ນທາງລົດໄຟ, ສະໜາມບິນທີ່ປັບປຸງໃໝ່ ແລະ ອື່ນໆ.

ໂດຍ: ເກີດຂວັນໃຈ.

KPL