ບາງຄຳ ອັກສອນສູງ ແລະ ຕ່ຳທີ່ຄວນເອົາໃຈໃສ່
*ບົດຜ່ານມາ ໄດ້ນໍາເອົາຄໍາສັບທີ່ມີຕົວແກນ ເປັນອັກສອນສູງ ແລະ ຕໍ່າ ມາທົບທວນນໍາກັນ ເພື່ອເຮັດໃຫ້ການຂຽນກໍ່ຄືການສະກົດຄໍາ ຖືກຕ້ອງຕາມຫລັກໄວຍາກອນປັດຈຸບັນ. ທັງນີ້ກໍ່ເພາະວ່າບັນດາຄໍາເຫັນທີ່ເກັບກໍາມາ ພົບວ່າການສະກົດທີ່ບໍ່ຖືກຕ້ອງມີຫລາຍຢູ່ ທັງໃນສື່ສັງຄົມອອນລາຍທົ່ວໄປ ແລະ ບາງເອກະສານທາງການ ເຊິ່ງອາດເກີດຈາກຫລາຍປັດໄຈ. ສະນັ້ນ, ບົດນີ້ ຈຶ່ງນໍາມາທົບທວນນໍາກັນບາງຄໍາສັບມີລັກສະນະສົມທຽບຄືດັ່ງລຸ່ມນີ້:
ຄໍາສັບທີ່ມີຕົວແກນເປັນອັກສອນສູງ ແລະ ອັກສອນຕໍ່າ
ຫລຸກ : ອຸກຂະຫລຸກ ລຸກ : ລຸກຂຶ້ນ, ປຸກລຸກ
ຫລຸດ : ຫລຸດພົ້ນ, ຫລຸດລົງ ລຸດ : ໄຫລລຸດໆ, ລຸດໆລ້າຍໆ
ຫລຸບ : ຫລຸບລົງ, ຫລຸບທຶນ ລຸບ : ມະລຸບປຸບປັບ
ຫລູດ : ຫລູດມື ລູດ : ຊູດລູດ
ຫລູບ : ຫລູບໃສ່, ຫູຫລູບ ລູບ : ລູບຄໍາ
ຫລືບ : ຫລືບໄມ້ ລືບ : ລືບໜັງ, ລືບຕອກ
ເຫລັກ : ເຫລັກກ້າ, ເຫລັກໄນ ເລັກ : ເລັກນ້ອຍ,
ເຫລດ : ສະເຫລດ ເລດ : ເຄດເລດ, ເລດໄນ
ແຫລະ : ນັ້ນແຫລະ ແລະ : ອັນນີ້ ແລະ ອັນນັ້ນ
ແຫລັກ : ອາແຫລັກ ແລັກ : ລັອກແລັກ
ແຫລັດ : ກະແຫລັດ ແລັດ : ແດງແປັດແລັດ
ແຫລກ : ຫຍໍ້າແຫລກ, ແຫລກແຫລວ ແລກ : ແລກປ່ຽນ
ແຫລດ : ແດງແຈດແລດ ແລດ : ແລດໃສ່
ແຫລບ : ແຫລບໃບພູ, ແຫລບເງິນ ແລບ : ເສັ້ນແລບ, ແລບລີ້ນ
ໂຫລະ : ຕະໂຫລະ (ຊີ້ນໝັກ) ໂລະ : ໂລະປ່າ
ຫລົກ : ຫລົກຫຍ້າ, ຕະຫລົກ ລົກ : ລົກໄກ່
ຫລົດ : ປາຫລົດ, ສະຫລົດໃຈ ລົດ : ລົດຂີ່, ແຂນລົດ
ຫລົບ : ຫລົບຫລີກ ລົບ : ລົບລ້າງ, ເລກລົບ
ໂຫລບ : ເຂົ້າໂຫລບ(ເຂົ້າຫລອບ) ລົບ : ໂລບມາກ
ຫລອກ : ຫລອກລວງ ລອກ : ລອກໜັງ, ປອກລອກ
ຫລອດ : ໝາກຫລອດ, ຫລອດຢາ ລອດ : ລອດປ່ອງ, ໜີລອດ
ດັ່ງນັ້ນ ຈຶ່ງນໍາມາເພື່ອສຶກສາຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ໃນບົດຕໍ່ໄປ.
ໂດຍ: ພະກາ