ການຮ່ວມມືລາວ-ຫວຽດໃນໄລຍະໃໝ່ນັບມື້ຂະຫຍາຍຕົວ

17/09/2024 00:11
Email Print 83
KPL - Asean 2024 ການຮ່ວມມືດ້ານເສດຖະກິດ,ການຄ້າ ແລະ ການລົງທຶນສືບຕໍ່ໄດ້ຮັບການຊຸກຍູ້,ສອງຝ່າຍໄດ້ຜັນຂະຫຍາຍຢ່າງຕັ້ງໜ້າບັນດາສັນຍາລະຫວ່າງສອງລັດຖະບານ,ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືຂອງກອງປະຊຸມຄັ້ງທີ 46 ຄະນະກຳມະການຮ່ວມມືທະວິພາຄີລະຫວ່າງລັດຖະບານ

     *ການຮ່ວມມືດ້ານເສດຖະກິດ,ການຄ້າ ແລະ ການລົງທຶນສືບຕໍ່ໄດ້ຮັບການຊຸກຍູ້,ສອງຝ່າຍໄດ້ຜັນຂະຫຍາຍຢ່າງຕັ້ງໜ້າບັນດາສັນຍາລະຫວ່າງສອງລັດຖະບານ,ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມືຂອງກອງປະຊຸມຄັ້ງທີ 46 ຄະນະກຳມະການຮ່ວມມືທະວິພາຄີລະຫວ່າງລັດຖະບານແລະບັນດາໝາກຜົນການຢ້ຽມຢາມຂອງການນຳຂັ້ນສູງ; ຄ່ອຍໆແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງ, ສ້າງເງື່ອນໄຂສະດວກດ້ານກົນໄກ, ນະໂຍບາຍເພື່ອຊຸກຍູ້ວິສາຫະກິດຂອງຫວຽດ ນາມລົງທຶນໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ທ່າແຮງແລະ ສອດຄ່ອງກັບທິດທາງບຸລິມະສິດຂອງລັດຖະ ບານລາວເຊັ່ນ: ພະລັງງານສະອາດ, ພະລັງງານທົດແທນ, ກະສິກຳ, ແຮ່ທາດ, ການທ່ອງທ່ຽວ. ການຮ່ວມມືດ້ານວັດທະ ນະທຳ, ການສຶກສາ, ສາທາລະນະສຸກແລະວິທະຍາສາດ - ເຕັກໂນໂລຊີໄດ້ມີການພັດທະນາເປັນບາດກ້າວໃໝ່ແລະບັນລຸໄດ້ໝາກຜົນ, ສອງຝ່າຍໄດ້ຜັນຂະຫຍາຍຢ່າງຕັ້ງໜ້າແຜນຮ່າງການຍົກສູງຄຸນນະພາບແລະປະສິດທິຜົນການຮ່ວມມືຫວຽດນາມ-ລາວໃນຂົງເຂດການສຶກສາພັດທະນາແຫລ່ງຊັບພະຍາກອນມະນຸດໄລຍະ2021-2030”; ສືບຕໍ່ຮ່ວມມືໃນຂົງເຂດວັດທະນະທຳ-ສັງຄົມ, ກິລາ,ທ່ອງທ່ຽວ, ຂ່າວສານ, ສື່ສານ,ວິທະຍາສາດແລະເຕັກໂນໂລຊີ,ປະກອບສ່ວນເພີ່ມທະ ວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ.

    ການຮ່ວມມືລະຫວ່າງບັນດາຄະນະພັກ, ບັນດາກະຊວງ, ຂະແໜງການຂອງລັດຖະບານ, ບັນດາອົງການຂອງສະພາແຫ່ງຊາດ, ແນວໂຮມ, ອົງການຈັດຕັ້ງປະຊາຊົນ, ບັນດາທ້ອງຖິ່ນສືບຕໍ່ໄດ້ຮັບການຮັກສາ ແລະເພີ່ມທະວີຢ່າງມີປະສິດທິຜົນສູງກວ່າ; ຍູ້ແຮງການຮ່ວມມື, ແຮກສ່ຽວ, ການຊ່ວຍເຫລືອເຊິ່ງກັນແລະ ກັນລະຫວ່າງບັນດາຫົວໜ່ວຍ, ທ້ອງຖິ່ນ, ໄດບສະເພາະແມ່ນບັນດາທ້ອງຖິ່ນທີ່ມີຊາຍແດນຕິດກັນ.ໃນສະພາບການຫັນປ່ຽນຢ່າງວ່ອງໄວທີ່ບໍ່ເຄີຍມີມາກ່ອນ, ສັບສົນແລະບໍ່ສາມາດຄາດຄະເນໄດ້, ໄດ້ສ້າງກາລະໂອກາດແລະສິ່ງທ້າທາຍທີ່ສະຫລັບກັນໃຫ້ແກ່ທັງຫວຽດນາມແລະລາວ. ເພື່ອປົກປັກຮັກສາ, ເພີ່ມພູນຄຸນສ້າງແລະພັດທະນາສາຍພົວພັນແບບພິເສດຫວຽດນາມ - ລາວໃຫ້ປະກົດຜົນເປັນຮູບປະທຳ, ນຳເອົາຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນທັງສອງປະເທດ, ຂ້າພະເຈົ້າເຊື່ອໝັ້ນວ່າ 2 ປະເທດພວກເຮົາຕ້ອງສືບຕໍ່ຄຽງບ່າຄຽງໄລ່, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນປະສົບການແລະຮ່ວມມືໃນທຸກຂົງເຂດ. ໃນໄລ ຍະມໍ່ໆນີ້, 2 ປະເທດຄວນສຸມໃສ່ບັນດາຂົງເຂດບຸລິມະສິດຄື: ທີໜຶ່ງ, ສືບຕໍ່ນຳເອົາການພົວພັນດ້ານການເມືອງເຂົ້າສູ່ລົງເລິກ, ປະຕິບັດບັນດາຂໍ້ຕົກລົງຂັ້ນສູງເປັນຢ່າງດີ, ພິເສດແມ່ນຕ້ອງສືບຕໍ່ຮັກສາແລະ ຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມືລະຫວ່າງການນຳຂັ້ນສູງຂອງສອງປະເທດ; ເຊື່ອມຊຶມແລະ ຍົກສູງຄວາມຮັບຮູ້ຮ່ວມກັນກ່ຽວກັບຄວາມສຳຄັນຂອງການພົວພັນແບບພິເສດຫວຽດນາມ - ລາວໃຫ້ແກ່ປະຊາຊົນທຸກຊັ້ນຄົນທັງສອງປະເທດ.

    ຍູ້ແຮງການໂຄສະນາເຜີຍແຜ່ແລະສຶກສາກ່ຽວກັບມູນເຊື້ອການພົວພັນຫວຽດນາມ - ລາວ; ຈັດຕັ້ງການສະ ເຫລີມສະຫລອງບັນດາວັນສະເຫລີມສະຫລອງ ແລະເຫດການທີ່ສໍາຄັນຂອງສອງພັກ, ສອງປະເທດໃນປີ 2024 ໂດຍສະເພາະແມ່ນປີ2025. ທີ່ສອງ, ສືບຕໍ່ປະສານສົມທົບຈັດຕັ້ງປະຕິບັດຢ່າງມີປະສິດທິຜົນບັນດາແຜນການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດແລະສອງກະຊວງປ້ອງກັນຄວາມສະຫງົບ, ຮັບປະກັນສະຖຽນລະພາບດ້ານການເມືອງ,ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງແຕ່ລະປະເທດ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ຜັນຂະຫຍາຍບັນດາກົນໄກເຈລະຈາກ່ຽວກັບນະໂຍບາຍປ້ອງກັນປະເທດແລະການຮ່ວມມືດ້ານຄວາມໝັ້ນຄົງໃຫ້ມີປະສິດທິຜົນສູງ. ທີສາມ, ປະຕິບັດບັນດາຂໍ້ຕົກລົງ, ສັນຍາການຮ່ວມມືລະຫວ່າງລັດຖະບານເປັນຢ່າງດີ, ບັນດາໂຄງການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການແລະ ທ້ອງຖິ່ນເພື່ອຍົກລະດັບການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດໂດຍຜ່ານການເປີດກວ້າງແລະ ຍົກລະດັບການເຊື່ອມຕໍ່ໄຄົມມະນາຄົມສາຍຕາເວັນອອກ - ຕາເວັນຕົກ; ສ້າງກົນໄກຮ່ວມມືທີ່ເປັນເອກະພາບ ແລະນະໂຍບາຍພິເສດ ເພື່ອປົດປ່ອຍແຫລ່ງກຳລັງແລະສ້າງເງື່ອນໄຂສະດວກທີ່ສຸດໃຫ້ບັນດາວິສາຫະກິດ ແລະປະຊາຊົນສອງປະເທດລົງທຶນ ແລະດຳເນີນທຸລະກິດ; ແກ້ໄຂຂໍ້ຄົງຄ້າງດ້ວຍວິທີທີ່ມີລັກສະນະບຸກທະລຸ; ເສີມຂະ ຫຍາຍບັນດາຮູບແບບການຮ່ວມມືໃໝ່ (ການຮ່ວມມືກັບຝ່າຍທີສາມ) ເພື່ອໝູນໃຊ້ໄດ້ຄວາມສາມາດບົ່ມຊ້ອນ, ທ່າແຮງຂອງ 2 ປະເທດ, ຍາດເອົາຄວາມສາມາດດ້ານແຫລ່ງທຶນ, ປະສົບການແລະ ເຕັກໂນໂລຢີຂອງຄູ່ຮ່ວມມື; ໝູນໃຊ້ບັນດາຂໍ້ຕົກລົງການຄ້າເສລີເພື່ອຍົກສູງປະສິດທິຜົນດ້ານການຄ້າ, ເປີດກວ້າງຕະຫລາດແລະດຶງດູດການລົງທຶນ. ສືບຕໍ່ຍົກສູງຄຸນນະພາບ ແລະປະສິດທິຜົນການຮ່ວມມືລົງທຶນ, ສຸມໃສ່ແກ້ໄຂບັນດາບັນຫາທີ່ຄົງຄ້າງໃນບາງໂຄງການຮ່ວມມືລະຫວ່າງ 2 ປະເທດຈຳນວນໜຶ່ງ, ຍູ້ແຮງການບັນດາເຊື່ອມຕໍ່ດ້ານພື້ນຖານໂຄງລ່າງຍຸດທະສາດທີສີ່, ເອົາໃຈໃສ່ແລະເພີ່ມທະວີການຮ່ວມມືໃນດ້ານການສຶກສາ, ກໍ່ສ້າງແລະພັດທະນາຊັບພະຍາກອນມະນຸດໂດຍສະເພາະແມ່ນການກໍ່ສ້າງແຫລ່ງຊັບພະຍາ ກອນມະນຸດທີ່ມີຄຸນນະພາບສູງ, ໃຫ້ບຸລິມະສິດແກ່ການກໍ່ສ້າງ ແລະບຳລຸງສ້າງພະນັກງານຮຸ່ນໜຸ່ມ, ພະນັກງານສຶບທອດແລະພະນັກງານນຳພາ, ຄຸ້ມຄອງໃຫ້ແກ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງຂອງການພັດທະນາຂອງແຕ່ລະປະເທດ, ພ້ອມດຽວກັນນັ້ນ, ປະກອບສ່ວນຮັດແໜ້ນນ້ຳໃຈມິດຕະພາບຢ່າງສະໜິດຕິດແໜ້ນ, ຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດ.

KPL