ລາວ-ໄທ ຮັດແໜ້ນການຮ່ວມມື ຕ້ານອາ ຊະຍາກຳຂ້າມຊາດ ຕິດພັນກັບບັນຫາຢາເສບຕິດ
ຂປລ. ກອງປະຊຸມໄອຍະການ ລາວ-ໄທ ຄັ້ງທີ 1 ກ່ຽວກັບການຮ່ວມມື ຕ້ານອາຊະຍາກຳຂ້າມຊາດ ທີ່ຕິດພັນກັບບັນຫາຢາເສບຕິດ ຈັດຂຶ້ນໃນວັນທີ 31 ມັງກອນ 2024 ຢູ່ນະຄອນຫລວງວຽງຈັນ ສປປ ລາວ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ທ່ານ ຈູມພົນ ພັນສໍາລິດ ຮອງຫົວໜ້າອົງການໄອຍະການສູງສຸດ ແຫ່ງ ຣາຊະອານາຈັກໄທ, ມີຫົວໜ້າອົງການໄອຍະການບັນດາແຂວງທີ່ມີຊາຍແດນຕິດຈອດກັບ ສປປ ລາວ ແລະ ຣາຊະອານາຈັກໄທ, ມີເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ, ເອກອັກຄະລັດຖະທູດ ແຫ່ງ ລຸກຊໍາບວກ, ປະທານສະຖາບັນຊ່ວຍເຫລືອທາງດ້ານກົດໝາຍ ແລະ ວິຊາການ ແຫ່ງ ຣາຊະອານາຈັກລຸກຊໍາບວກ ປະຈໍາ ສປປ ລາວ ເຂົ້າຮ່ວມ.
ເພື່ອຕ້ານອາຊະຍາກຳດັ່ງກ່າວ, ສປປ ລາວ ແລະ ຣາຊະອານາຈັກໄທ ຕ້ອງຮ່ວມມືກັນຢ່າງໃກ້ຊິດ ທາງດ້ານນະໂຍບາຍ, ສົນທິສັນຍາ, ກົດໝາຍ ແລະ ການຮ່ວມມືທາງການ ແລະ ບໍ່ເປັນທາງການ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະ ການຮ່ວມມື ລະຫວ່າງ ອົງການໄອຍະການປະຊາຊົນ ແຂວງ ທີ່ມີຊາຍແດນຕິດຈອດກັນ ຂອງສອງປະເທດ; ການຮ່ວມມືກັນທາງ ດ້ານກົດໝາຍໃນບັນຫາອາຍາ, ການຮ່ວມມືລະຫວ່າງປະເທດທາງອາຍາ, ການສົ່ງຜູ້ຮ້າຍຂ້າມແດນ ໄດ້ເປັນວິທີປະຕິບັດທາງການ ເພື່ອໃຫ້ການຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ໃນການຕ້ານບັນຫາຢາເສບຕິດ ແລະ ອາຊະຍາກຳຂ້າມຊາດອື່ນໆ ຂອງສອງປະເທດ ກໍຄື ໃນພາກພື້ນ ຢ່າງມີປະສິດທິຜົນ. ພ້ອມກັນນັ້ນ ກອງປະຊຸມກໍເຫັນວ່າ ການແລກປ່ຽນຂໍ້ມູນຂ່າວສານ ທີ່ບໍ່ເປັນທາງການ ຂອງຄະນະກຳມະການ ຮັກສາຄວາມເປັນລະບຽບ ຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ໄທ-ລາວ ຂັ້ນແຂວງ ກໍມີຄວາມສຳຄັນ ແລະ ຈຳເປັນ, ຄຽງຄູ່ກັບການຊ່ວຍເຫລືອ ທາງດ້ານກົດໝາຍ ໃນບັນຫາ ອາຍາທາງການ, ປະກອບສ່ວນສຳຄັນ ເຂົ້າໃນການຕ້ານອາຊະຍາກຳຂ້າມຊາດ ທີ່ຕິດພັນກັບບັນຫາຢາເສບຕິດ ທີ່ກໍ່ຂຶ້ນໃນ ສປປ ລາວ ແລະ ຣາຊະອານາຈັກໄທ ໂດຍສະເພາະ ໃນບໍລິເວນຊາຍແດນ ຂອງສອງປະເທດ, ຍົກສູງປະສິດທິພາບ ຂອງການດຳເນີນ ຄະດີຢາເສບຕິດຂອງ ສປປ ລາວ, ນຳເອົາຜູ້ກະທຳຜິດ ມາລົງໂທດຕາມກົດໝາຍ, ເພີ່ມທະວີການຮ່ວມມື ວຽກງານໄອຍະການ ລາວ-ໄທ, ເຮັດໃຫ້ສັງຄົມ ມີຄວາມເປັັນລະ ບຽບຮຽບຮ້ອຍ ຢ່າງບໍ່ຢຸດຢັ້ງ.
ກອງປະຊຸມຄັ້ງນີ້, ໄດ້ຮັບການສະໜັບສະໜູນ ຂອງລັດຖະບານ ແລະ ຊ່ວຍເຫລືອ ຈາກລັດຖະ ບານ ແລະ ປະຊາຊົນລຸກຊຳບວກ ໂດຍຜ່ານ ສະຖາບັນຊ່ວຍເຫລືອ ທາງດ້ານກົດໝາຍ ແລະ ວິຊາການ ແຫ່ງ ຣາຊະອານາຈັກລຸກຊໍາບວກ ປະຈໍາ ສປປ ລາວ (ILSTA).
ຂ່າວ: ສຸກພາວະດີ ນັນຕະວົງ