ກຸ່ມຜິະລິດໄຄແຜ່ນ ບ້ານບວມຫວານ ມີລາຍຮັບ 1,1ຕື້ກີບ

04/02/2025 11:19
Email Print 83
KPL - Asean 2024 ບ້ານບວມຫວານ ເມືອງວຽງຄຳ ແຂວງຫລວງພະບາງ ກໍ່ແມ່ນອີກໜຶ່ງໃນຫລາຍບ້ານທີ່ມີຄວາມໂດດເດັ່ນດ້ານການຜະລິດໄຄແຜ່ນເປັນສິນຄ້າ ເຊິ່ງໃນແຕ່ລະປີສາມາດຜະລິດໄຄແຜ່ນ ສ້າງລາຍໄດ້ໃຫ້ແກ່ປະຊາຊົນບ້ານນີ້ຫລາຍຮ້ອຍລ້ານກີບ.

     *ບ້ານບວມຫວານ ເມືອງວຽງຄຳ ແຂວງຫລວງພະບາງ ກໍ່ແມ່ນອີກໜຶ່ງໃນຫລາຍບ້ານທີ່ມີຄວາມໂດດເດັ່ນດ້ານການຜະລິດໄຄແຜ່ນເປັນສິນຄ້າ ເຊິ່ງໃນແຕ່ລະປີສາມາດຜະລິດໄຄແຜ່ນ ສ້າງລາຍໄດ້ໃຫ້ແກ່ປະຊາຊົນບ້ານນີ້ຫລາຍຮ້ອຍລ້ານກີບ ເຊິ່ງລາຍຮັບດັ່ງກ່າວໄດ້ເຮັດໃຫ້ປະຊາຊົນມີການພັດທະນາກ້າວສູ່ການຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

    ອີງຕາມ ທ່ານ ນາງ ສີ ຕ່າງໜ້າກຸ່ມຜະລິດໄຄແຜ່ນບ້ານບວມຫວານ ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ອົງຄະນະພັກເມືອງ ຄັ້ງທີ VIII ວ່າ:  ສົກປີ 2020-2021 ການຜະລິດໄຄແຜ່ນບ້ານບວມຫວານໄດ້ 1.700 ຖົງ. ໃນນັ້ນສ້າງລາຍຮັບໄດ້ໃຫ້ກຸ່ມໄດ້ 68 ລ້ານກີບ, ມາໃນປີ 2022- 2023 ໄດ້ຜະລິດໄດ້ 2.120 ຖົງ ສ້າງລາຍໄດ້ 84 ລ້ານກວ່າກີບ. ຂະນະໃນ ປີ 2023-2024 ສະ ມາຊິກພາຍໃນກຸ່ມສາມາດຜະລິດ ໄດ້ 5.539 ຖົງ ແລະ ສ້າງລາຍໄດ້ 320 ລ້ານກວ່າກີບ ແລະ ໃນໄລຍະເວລາ 2 ເດືອນ ຂອງສົກປີ 2024- 2025 ຜະລິດໄດ້ 3.600 ຖົງ ມູນຄ່າ 216 ລ້ານກີບ.

    ແນວໃດກໍ່ຕາມ ເປັນເວລາ 5 ປີຜ່ານມານີ້, ກຸ່ມຜະລິດບ້ານບວມຫວານ ສາມາດສ້າງລາຍຮັບໃຫ້ກຸ່ມຜະລິດໄຄແຜ່ນໄດ້ຫລາຍກວ່າ 1,1 ຕ້ືກີບ ໂດຍລາຍຮັບດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກຂອງສະມາຊິກພາຍໃນກຸ່ມນັບມື້ຫລຸດລົງ ທັງເຮັດໃຫ້ຊີວິດການເປັນຢູ່ມີການພັດທະນາດີຂ້ຶນເປັນກ້າວໆ. ທ່ານ ສີ ກ່າວ.

ໂດຍ: ລູກສາວຫລ້າ

KPL