ສີເຂົ້າທັນສະໄໝ ສ້າງລາຍຮັບ 500 ລ້ານກີບຕໍ່ປີ

04/02/2025 10:55
Email Print 83
KPL - Asean 2024 ໄລຍະຜ່ານມາພັກ-ລັດຖະບານ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ປະຊາຊົນລາວບັນດາເຜົ່າປະກອບອາຊີບ, ສ້າງເສດຖະກິດດ້ວຍການຜະລິດກະສິກໍາທີ່ທັນສະໄໝ ເຊິ່ງໃນການຜະລິດກະສິກໍານັ້ນກໍກວມລວມຫລາຍຢ່າງ ໃນນັ້ນ, ແມ່ນການຜະລິດເຂົ້າເປັນສິນຄ້າ, ເມື່ອກ່ອນຈະອອກ ມາເປັນສິນຄ້າໄດ້ຕ້ອງມີການແປຮູບຜ່ານໂຮງສີເຂົ້າ.

     *ໄລຍະຜ່ານມາພັກ-ລັດຖະບານ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ປະຊາຊົນລາວ ບັນດາເຜົ່າປະກອບອາຊີບ, ສ້າງເສດຖະກິດດ້ວຍການຜະລິດກະສິກໍາທີ່ທັນສະໄໝ ເຊິ່ງໃນການຜະລິດກະສິກໍານັ້ນກໍກວມລວມຫລາຍຢ່າງ ໃນນັ້ນ, ແມ່ນການຜະລິດເຂົ້າເປັນສິນຄ້າ,  ເມື່ອກ່ອນຈະອອກມາເປັນສິນຄ້າໄດ້ຕ້ອງມີການແປຮູບຜ່ານໂຮງສີເຂົ້າ. ສະນັ້ນ,ຈຸດນີ້ ຈຶ່ງເປັນທ່າແຮງ ແລະ ເງື່ອນໄຂທີ່ຜູ້ປະກອນການຫລາຍໆທ່ານ ຫັນມາຍຶດຖືອາຊີບສີເຂົ້າຂາຍເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວໄດ້ເປັນກອບເປັນກໍາ ເໝືອນດັ່ງ ຄອບຄົວ ທ່ານ ຊຽງປັນ ຍົດເຕັມ  ເຈົ້າຂອງໂຮງສີເຂົ້າທັນສະໄໝຢູ່ ບ້ານນາຊີງ ເມືອງພຽງ ແຂວງໄຊຍະບູລີ.

     ທ່ານ ຊຽງປັນ ຍົດເຕັມ  ໄດ້ໃຫ້ຮູ້ວ່າ: ກ່ອນຈະມາເຮັດທຸລະກິດໂຮງສີເຂົ້ານີ້ ຍ້ອນເມ່ືອກ່ອນລູກເຂີຍໄດ້ໄປຮັບເໝົາ-ຮັບຈ້າງສີເຂົ້າ, ເກັບຊື້ເຂົ້າໄປປ່ອນໂຮງສີ ແລະ ສີເອົາເຂົ້າສານໄປຂາຍເຫັນວ່າມີຂ້ໍສະດວກ ແລະ ລາຍຮັບດີ. ສະນັ້ນ ຕົນເອງເຫັນໂອກາດຊ່ອງທາງການດໍາເນີນທຸລະກິດ ຈ່ຶງໄດ້ປຶກສາກັບຄອບຄົວ ຊື້ໂຮງສີເຂົ້າມາຕັ້ງ ໃນປີ 2011 ໂດຍມີກໍາລັງການສີເຂົ້າ 600 ກິໂລເຂົ້າສານຕໍ່1 ຊົ່ວໂມງ, ສີໄດ້ 2 ປີກວ່າເຫັນວ່າໄດ້ຮັບຜົນດີ ແລະ ເປັນທີ່ນິຍົມໃນຫລາຍ ແລະ ຍັງບໍ່ພຽງພໍກັບຄວາມຕ້ອງການຂອງສັງຄົມ ຈຶ່ງໄດ້ຊ້ືໂຮງສີເຂົ້າມາຕັ້ງຕື່ມອີກ, ສີເຂົ້າ 1 ໂຕນເຂົ້າສານຕໍ່ 1 ຊົ່ວໂມງ ເມື່ອດຳເນີນທຸລະກິດໄດ້ປະມານ 3 ປີ ກໍ່ເຫັນວ່າຍັງບໍ່ພໍກັບຄວາມຕ້ອງຂອງຕະຫລາດ. ສະນັ້ນ,ຈຶ່ງໄດ້ຊ້ືມາຕັ້ງຕື່ມອີກເຄື່ອງໜຶ່ງ ສີເຂົ້າໄດ້ 1 ຊ່ົວໂມງຕໍ່ 2 ໂຕນເຂົ້າສານ. ຫລັງຈາກນັ້ນ, ກໍໄດ້ມອບໂຮງສີເຂົ້າໃຫ້ລູກເປັນຜູ້ຮັບຜິດຊອບຕ່ໍເມື່ອດຳເນີນທຸລະກິດໄປໄດ້ໄລຍະໜຶ່ງເຫັນວ່າຄວາມຕ້ອງການຂອງຕະຫລາດກໍ່ຍັງສູງເມື່ອເປັນແນວນັ້ນກໍ່ໄປຊື້ໂຮງສີເຂົ້າທີ່ສີໄດ້ 2 ໂຕນຕໍ່ຊົ່ວໂມງອີກ 1 ເຄື່ອງ ແລະ ມາຮອດປັດຈຸບັນນີ້ສາມາດສີເຂົ້າສານໄດ້ 20 ກວ່າໂຕນຕໍ່ມື້. ພ້ອມກັນນີ້, ກໍ່ໄດ້ຂະຫຍາຍເຕົາອົບສາມາດອົບເຂົ້າ 9-10 ໂຕນຕໍ່ຄັ້ງ, ອົບໄດ້ມື້ລະສອງຄັ້ງເຫັນວ່າບາງ ມື້ກໍພຽງພໍບາງມື້ກໍຍັງບໍ່ພຽງພໍກັບລູກຄ້າຕາມທ້ອງຕະຫລາດ. ສຳລັບການສົ່ງອອກເຂົ້າສານ, ຮໍາ, ເຂົ້າປຽນ ມີແມ່ຄ້າຄົນກາງມາຮັບຊ້ືເອົາຢູ່ໂຮງສີໄປຂາຍ ຫລັງຈາກຂາຍແລ້ວຈຶ່ງເອົາທຶນມາສົ່ງທາງໂຮງສີ. ນອກຈາກມີແມ່ຄ້າຄົນກາງມາເອົາໄປຂາຍແລ້ວ ຍັງໄດ້ໄປສົ່ງຕາມທ້ອງຕະຫລາດຕື່ມອີກ. ສ່ວນບ່ອນຈຳໜ່າຍມີ 2 ຕະຫລາດ ຄື: ຕະຫລາດເຊັນສັນຍາ ແລະ ຕະຫລາດທົ່ວໄປຄື: ຕະຫລາດເມືອງ ໄຊຍະບູລີ, ຫລວງພະບາງ ແລະ ອຸດົມໄຊ; ສ່ວນການຮັບຊື້ເຂົ້າ ຢູ່ໂຮງສີສ່ວນໃຫຍ່ແມ່ນແມ່ຄ້າເອົາມາສົ່ງ ໂດຍເກັບຊື້ຈາກເມືອງພຽງ, ໄຊຍະບູລີ, ປາກລາຍ, ບໍ່ແຕນ  ແລະ ຊະນະຄາມ ແຂວງວຽງຈັນ, ເຊິ່ງລາຄາເຂົ້າເປືອກທີ່ຮັບຊື້ຕໍ່າສຸດ ແມ່ນ 7.500 ກີບຕໍ່ກິໂລ, ສູງສຸດ 8.000 ກີບຕໍ່ກິໂລ, ການຂາຍເຂົ້າສານລາຄາຕໍ່າແມ່ນ 14.000 ກີບ ຕໍ່ກິໂລ, ສູງແມ່ນ 15.000 ກີບຕໍ່ ກິໂລ, ຮໍາແມ່ນ 2.000 ກີບຕໍ່ກິໂລ, ເຂົ້າປຽນ 10.000 ກີບຕໍ່ກິໂລ.

   ທ່ານ ຊຽງປັນ ຍົດເຕັມ ໃຫ້ຮູ້ຕ່ືມວ່າ: ໃນປີໜຶ່ງລົງທຶນຊື້ເຂົ້າເປືອກ 3 ຕື້ກີບ, ຫັກຄ່າສິນເປືອງອື່ນໆອອກຈະເຫລືອກໍາໄລປະມານ 500 ລ້ານກີບ. ພ້ອມດຽວກັນນີ້, ຍັງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການສີເຂົ້າຫລັກໆ ແມ່ນການແຍກຊະນິດຂອງເຂົ້າ, ເຂົ້າບໍ່ແຫ້ງເຮັດໃຫ້ການສີພົບຄວາມຫຍຸ້ງຍາກ ບໍ່ຄືເຂົ້າທີ່ຜ່ານເຕົາອົບມັນຈະສີງ່າຍ ແລະ ໄດ້ເຂົ້າງາມ. ສ່ວນແຜນການໃນຕໍ່ໜ້າ ເພື່ອຕອບສະໜອງຄວາມຕ້ອງກາຂອງຕະຫລາດ ແມ່ນຈະໄດ້ຊອກຫາແຫລ່ງທຶນມາຂະຫຍາຍເຄື່ອງແຍກເກດຕື່ມເປັນ 2 ຫົວ ເພື່ອຈະເຮັດໂລໂກ ແລະ ບັນຈຸໃສ່ເປົາ,ໃສ່ຖົງແຕ່ລະຂະໜາດຕາມຄວາມຕ້ອງການຂອງຜູ້ບໍລິໂພກ.

ໂດຍ: ມາລີດາໂດຍ: ມາລີດາ

KPL