ສະຫວັດນະເຂດ ກຽມສະເໜີພະທາດໂຜ່ນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ
*ແຂວງສະຫວັນນະເຂດ ກຽມສະເໜີພະທາດໂຜ່ນເປັນມໍລະດົກ ປະຈໍາທ້ອງຖິ່ນໃນທ້າຍປີ 2025 ເພື່ອເປັນການສົ່ງເສີມສະຖານທ່ີທ່ອງທ່ຽວປະຫວັດສາດຂອງແຂວງ ແລະ ເປັນການປົກປັກຮັກສາປູຊະນີຍະສະຖານທີ່ເກົ່າແກ່ແຫ່ງນີ້ ໃຫ້ຢູ່ຄຽງຄູ່ກັບແຂວງສະຫວັນນະເຂດຕະຫລອດໄປ. ທ່ານ ລໍາຄູນ ວໍລະວົງ, ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ແຂວງສະຫວັນນະເຂດ ໃຫ້ສໍາພາດຕໍ່ສື່ມວນຊົນ ລາວ-ໄທ ທີ່ໄປຮ່ວມກິດຈະກໍາຢູ່ແຂວງສະຫວັນນະເຂດ ເມື່ອບໍ່ດົນມານີ້ວ່າ: ແຂວງສະຫວັນນະເຂດ ກໍາລັງກະກຽມເອກະສານຕາມຂັ້ນຕອນຕ່າງໆ ເພື່ອສະເໜີຕໍ່ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວຮັບຮອງເອົາພະທາດໂຜ່ນ, ຕັ້ງຢູ່ບ້ານໂພນທາດ, ເມືອງ ໄຊພູທອງ ເປັນມໍລະດົກແຫ່ງຊາດໃນທ້າຍປີ 2025 ນີ້. ທັງນີ້, ເນື່ອງຈາກພະທາດແຫ່ງນີ້ມີຄວາມສໍາຄັນ ແລະ ສ້າງຂຶ້ນພ້ອມໆກັບພະທາດອີງຮັງ ເຊິ່ງນອກຈາກມີຕຳນານທີ່ເລົ່າຂານມາແຕ່ບູຮານນະການວ່າເປັນອົງພະທາດສັກສິດ, ຍັງເປັນແຫລ່ງທ່ອງທ່ຽວທີ່ສຳຄັນຂອງຊາວເມືອງໄຊພູທອງ ກໍຄື ຂອງຊາວແຂວງສະຫວັນນະເຂດ ສາມາດດຶງດູດນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດໄດ້ເຂົ້າມາທ່ຽວເປັນຈໍານວນຫລາຍ ແລະ ສ້າງລາຍຮັບໄດ້ 200 ລ້ານກີບຕື້ເດືອນ.
ພະທາດອົງນີ້ສ້າງຂຶ້ນໃນຕອນ ຄ່ຳຂອງວັນພຸດເດືອນ 12 ພສ 236. ສ້າງດ້ວຍຫີນເຂົ້າຈີ່ ຫລື ເອີ້ນວ່າ (ຫີນໜາມໜໍ່) ກໍເປັນທາດອຸມົງ (ຮູບໂອຂວ້ຳ) ກວ້າງດ້ານລະ 12 ວາສ້າງມື້ໜຶ່ງກັບຄືນໜຶ່ງກໍສຳເລັດມາເຖິງປັດຈຸບັນນີ້ມອາຍຸເຖິງ 2.500 ປີ, ໂດຍມີສົມ ເດັດພະພຸດທະວົງສາເປັນລາຊະອຸປະຖຳສືບຕໍ່ມາ ແລະ ເພີ່ນຈະຈັດງານບຸຸນສະເຫລີມສະຫລອງພະທາດນີ້ຂຶ້ນ 15 ຄໍ່າ ເດືອນສາມ (ເດືອນສາມເພັງ) ຂອງທຸກໆປີ.
ສະນັ້ນ, ສະຖານທີ່ແຫ່ງນີ້ຈຶ່ງຖືວ່າເປັນມໍລະດົກຕົກທອດ, ເປັນຊັບສົມບັດມິ່ງເມືອງທີ່ມີຄ່າສູງ, ໂດດເດັ່ນທາງດ້ານວັດທະນະທຳອັນລ້ຳຄ່າ ແລະ ເປັນປະຫວັດສາດຊຶ່ງຕິດພັນກັບແບບແຜນດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ມາແຕ່ດຶກດຳບັນ ແລະ ຍັງເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳທີ່ສຳຄັນ ແລະ ມີຊື່ສຽງອີກແຫ່ງໜຶ່ງຂອງ ແຂວງສະຫວັນນະເຂດ. ເຊື່ອກັນວ່າໃຜທີ່ມາຂໍພອນ ແລະ ບົນບະກໍມັກຈະໄດ້ດັ່ງຄວາມມຸ່ງມາດປາຖະໜາຢ່າງອັດສະຈັນ, ແຕ່ລະມື້ກໍຈະມີທັງຄົນລາວ ແລະ ຄົນໄທມາກາບໄຫວ້ຂໍພອນຖືວ່າເປັນພະທາດທີ່ສັກສິດ ແລະ ມີປະຫວັດຄວາມເປັນມາອັນຍາວນານ. ພະທາດໂຜ່ນ ຕັ້ງຢູ່ວັດເຈຕິຍາຣາມ ບ້ານໂພນທາດ, ເມືອງໄຊພູທອງ, ແຂວງສະຫວັນນະເຂດ, ຕັ້ງຢູ່ຫ່າງຈາກເທສະບານເມືອງໄຊພູທອງ ປະມານ 22 ກິໂລແມັດ ຕາມ ເສັ້ນທາງເລກທີ 13 ໃຕ້ ມຸ່ງໜ້າສູ່ ແຂວງຈໍາປາສັກ ແລະ ຫ່າງຈາກເທສະບານນະຄອນໄກສອນ ພົມວິຫານ ປະມານ 65 ກິໂລແມັດ.