ເຮັດຫລາຍຢ່າງ ມີລາຍຮັບກວ່າ 720 ລ້ານກີບ
*ການປະກອບອາຊີບ ຖ້າເຮັດຫລາຍຢ່າງປະສົມປະສານກັນ ທັງເຮັດໃຫ້ຫລາຍຈົນກາຍເປັນສິນຄ້າ ກໍ່ຈະເຮັດໃຫ້ຄອບຄົວເຮົາມີລາຍໄດ້ເປັນກອບເປັນກຳຕໍ່ເນື່ອງ. ມື້ນ້ີ “ຄໍລຳລຶບລ້າງຄວາມທຸກຍາກ” ໜັງສືພິມປະເທດລາວ ຂໍພາທ່ານຜູ້ອ່ານໄປຮູ້ກັບຄອບຄົວໜຶ່ງ ເຊິ່ງໄດ້ທຳການຜະລິດປູກ-ລ້ຽງສັດ ທັງເກັບຊື້ເຄື່ອງປ່າຂອງດົງສາມາດ ສ້າງລາຍໄດ້ປີໜຶ່ງຫລາຍກວ່າ 720 ລ້ານກີບຕໍ່ປີ. ຄອບຄົວຕົວແບບທີ່ວ່ານີ້ ກໍ່ແມ່ນຄອບຄົວຂອງທ່ານ ພັນແກ້ວ ມິດລະແສນ ອາຍຸ 54 ປີ ຢູ່ບ້ານລ້ອງມູນຈອມແກ້ວ ເມືອງນາແລ ແຂວງຫລວງນໍ້າທາ ໂດຍທ່ານຊີ້ໃຫ້ເຫັນວ່າ: ຍ້ອນມີແນວທາງນະໂຍບາຍຂອງພັກກໍ່ຄືການເອົາໃຈໃສ່ຂອງຄະນະພັກ-ອໍານາດການປົກຄອງໄດ້ລົງໃກ້ສິດຕິດແທດຊີ້ນໍາ-ນໍາພາປະຊາຊົນ ສ້າງສາພັດທະນາຍົກລະດັບຊີວິດການເປັນຢູ່ໄປຕາມທິດທາງ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງບວກໃສ່ປະສົບການທີ່ຂັ້ນເທິງນຳພາໄປຖອດຖອນ ແລະ ຂໍ້ມູນທີ່ໄດ້ມາຕຸລາ, ສື່ຕ່າງໆ ເພື່ອພັດທະນາຄອບຄົວກ້າວໄປສູ່ການຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ດ້ວຍທິດທາງດັ່ງກ່າວບວກ ໃສ່ຈຸດພິເສດຂອງທ້ອງຖິ່ນ ແລະ ເງື່ອນໄຂທີ່ເອື້ອອໍານວຍທີ່ເໝາະສົມໃຫ້ແກ່ການລ້ຽງສັດໄດ້ເລີ່ມຕົ້ນລ້ຽງງົວ-ຄວາຍແຕ່ປີ 2005 ໂດຍໃນເບື້ອງຕົ້ນມີງົວ 15 ໂຕ, ຄວາຍ 11 ໂຕ, ນຳໃຊ້ທຶນທັງໝົດ 22.400.000 ກີບ, ເຊິ່ງລ້ຽງ ແບບປະຖົມປະຖານໄປພ້ອມໆກັບການເກັບຊື້ເຄື່ອງປ່າຂອງດົງ. ໃນ 3 ປີຕໍ່ມາ (ປີ 2008) ຈໍານວນ ງົວ-ຄວາຍ ໄດ້ເພີ່ມຂຶ້ນເປັນ 46 ໂຕ ແລະ ເພື່ອສະດວກໃນການລ້ຽງ, ເບິ່ງແຍງ ແລະ ບໍ່ສິ້ນເປືອງ ເວລາໄດ້ຫັນມາລ້ຽງແບບເປັນຄອກ, ພ້ອມທັງໄດ້ປູກຫຍ້າເຂົ້າໃນການລ້ຽງ. ຈາກນັ້ນ, ໄດ້ເອົາເງິນທີ່ສະສົມໄວ້ໃນແຕ່ລະປີໄປຊື້ງົວ- ຄວາຍຕື່ມອີກຈໍານວນໜຶ່ງ. ຂະນະທີ່ມາຮອດປີ 2015 ມີງົວ-ຄວາຍ ເພີ່ມຂຶ້ນເປັນ 85 ໂຕ ແລະ ແຍກງົວ-ຄວາຍລ້ຽງເປັນ 2 ຈຸດ, ເຮັດໃຫ້ງົວ-ຄວາຍ ເພີ່ມຂຶ້ນໃນແຕ່ລະປີ ແລະ ຂາຍອອກ ໂດຍສະເລ່ຍ 15 ໂຕຕໍ່ປີ. ນັບແຕ່ປີ 2015 ເປັນຕົ້ນ ມາຍອດຂາຍໄດ້ມີການເພີ່ມຂຶ້ນ ແລະ ສາມາດສ້າງລາຍຮັບຈາກການຂາຍງົວ-ຄວາຍປີໜຶ່ງປະມານ 127 ລ້ານກີບ. ນອກນີ້, ຍັງໄດ້ເກັບ ຊື່ເຄື່ອງປ່າຂອງດົງສ້າງລາຍໄດ້ ປະມານ 400 ລ້ານກີບຕໍ່ປີ, ເກັບຊື່ຢາງພາລາ 170 ລ້ານກີບຕໍ່ປີ ແລະ ຂີດຢາງພາລາຂອງຕົນຂາຍສ້າງໄດ້ 25 ລ້ານກີບຕໍ່ປີ, ເຊິ່ງເປັນການສ້າງລາຍຮັບໄດ້ດີພໍສົມຄວນ. ທ່ານ ພັນແກ້ວ ກ່າວ.
ທ່ານກ່າວຕື່ມອີກວ່າ: ເຖິງວ່າການລ້ຽງສັດໄດ້ສ້າງລາຍຮັບດີແຕ່ຍັງມີຫລາຍດ້ານທີ່ເຮັດບໍ່ທັນໄດ້ດີເປັນຕົ້ນແມ່ນ ການສັກຢາປ້ອງກັນພະຍາດ, ການຮັກສາສຸຂະພາບຂອງສັດ, ວິທີການຮັກສາ, ຕິດຕາມອາການສັດ ແລະ ການຈັດວາງແຜນຜັງຂອງຄອກຍັງເຮັດບໍ່ທັນຖືກຕ້ອງຕາມຫລັກວິຊາການ. ປັດຈຸບັນ ຕົນມີງົວ-ຄວາຍ ທັງໝົດ 165 ໂຕ. ແນວໃດກໍ່ດີຈາກການປະກອບອາຊີບມານັ້ນ, ໃນ 1 ປີ ຄອບຄົວທ່ານ ພັນແກ້ວ ມີລາຍຮັບ ຫລາຍກວ່າ 720 ລ້ານກີບ, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 120 ລ້ານກີບ/ປີ (6 ຄົນ) ເຮັດໃຫ້ພື້ນຖານຊີວິດການເປັນຢູ່ຂອງຄອບຄົວນັບມື້ນັບດີຂຶ້ນເລື້ອຍໆ. ຜ່ານການສະສົມລາຍໄດ້ໃນແຕ່ລະປີ ສາມາດສ້າງເຮືອນຢູ່ຖາວອນໄດ້ 5 ຫລັງ ມີລົດໃຫຍ່ 3 ຄັນ, ລົດຈັກ 3 ຄັນ.