ພັກນຳພາພາລະກິດປ່ຽນແປງໃໝ່ຢ່າງຣອບດ້ານ(ໃນໄລຍະປີ 1986 ເຖິງປັດຈຸບັນ

04/02/2025 11:04
Email Print 83
KPL - Asean 2024 ນັບແຕ່ປີ 1979 ເປັນຕົ້ນມາໂດຍເລີ່ມຈາກພຶດຕິກຳຕົວຈິງຂອງປະເທດເຮົາ ແລະ ມີການສະດຸ້ງໄວ້ຕໍ່ທ່າອ່ຽງຂອງຍຸກສະໄໝ.

   *ນັບແຕ່ປີ 1979 ເປັນຕົ້ນມາໂດຍເລີ່ມຈາກພຶດຕິກຳຕົວຈິງຂອງປະເທດເຮົາ ແລະ ມີການສະດຸ້ງໄວ້ຕໍ່ທ່າອ່ຽງຂອງຍຸກສະໄໝ. ພັກເຮົາ ຈຶ່ງໄດ້ເລີ່ມການປ່ຽນແປງໃໝ່, ໃນວັນ 13 ພະຈິກ 1986 ກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ ໄດ້ວາງແນວທາງປ່ຽນແປງໃໝ່ອອກພ້ອມທັງໄດ້ຜັນຂະຫຍາຍການປະຕິວັດເຂົ້າໃນຫລາຍຂົງເຂດ ແລະ ຖອດຖອນໄດ້ບົດຮຽນຈາກພຶດຕິກຳນຳພາຢ່າງເປັນປົກກະຕິ, ບູລະນະແນວທາງໃຫ້ເປັນອັນລະອຽດ ແລະ ສົມບູນເລື້້ອຍໆ.

   ກອງປະຊຸມໃຫຍ່ໄດ້ເລືອກຕັ້ງ ຄະນະບໍລິຫານງານສູນກາງພັກ ສະໄໝທີ IV  ປະກອບມີ 60 ສະຫາຍ, ໃນນັ້ນ ກຳມະການສົມບູນ 51 ສະຫາຍ ແລະ ກຳມະການສຳຮອງ 9  ສະຫາຍ. ກອງປະຊຸມຄົບຄະນະຄັ້ງທີໜຶ່ງ ຂອງຄະນະບໍລິຫານງານສູນກາງພັກ (ສະໄໝທີ IV) ໄດ້ເລືອກຕັ້ງກຳມະການກົມການເມືອງສົມບູນ 11 ສະຫາຍ.

    ສະຫາຍ ໄກສອນ ພົມວິຫານ ເລຂາທິການໃຫຍ່ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກ ໄດ້ສະເໜີຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່. ລາຍງານການເມືອງໄດ້ສະຫລຸບສັງລວມ ແລະ ຕີລາຄາສະພາບການຮອບດ້ານ, ລາຍງານການເມືອງໄດ້ຂະຫຍາຍ ເພີ່ມເຕີມແນວທາງການປະຕິວັດທີ່ກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກວາງອອກ ແລະ ເຮັດໃຫ້ເປັນອັນລະອຽດຕື່ມອີກກ້າວໜຶ່ງ, ເປັນຕົ້ນໄດ້ເນັ້ນເຖິງການປ່ຽນແປງໃໝ່ດ້ານຈິນຕະນາການ, ດັດແປງກົນໄກຄຸ້ມຄອງເສດຖະກິດ ແລະ ແບບແຜນວິທີເຮັດວຽກ.

     ກອງປະຊຸມຖອດຖອນ 5 ບົດ ຮຽນສຳຄັນຈາກພຶດຕິກຳ 10 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດດັ່ງນີ້: ໜຶ່ງ: ເພີ່ມທະວີການນຳພາຮອບດ້ານຂອງພັກ, ວາງແນວທາງອອກຢ່າງທັນການ ແລະ ບູລະນະຢ່າງບໍ່ຢຸດຢັ້ງ, ທັງ ຍຶດໝັ້ນການຈັດຕັ້ງປະຕິບັດແນວທາງນັ້ນໃຫ້ປາກົດຜົນເປັນຈິງ; ສອງ: ເພີ່ມທະວີຄວາມສາມັກຄີເປັນເອກະພາບໃນທົ່ວພັກ, ທົ່ວປວງຊົນ ເປັນສາເຫດອັນສຳຄັນຍິ່ງແຫ່ງໄຊຊະນະທຸກຢ່າງຂອງການປະຕິວັດປະເທດເຮົາ; ສາມ: ຕ້ອງຕິດແໜ້ນກັບຮາກຖານ, ສຸມໃສ່ກ່ໍສ້າງຮາກຖານໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ ເພື່ອປະຕິບັດສອງໜ້າທີ່ຍຸດທະສາດເປັນຢ່າງດີ ແລະ ດຳເນີນການປະຕິວັດສາມປະການໄປພ້ອມໆກັນ; ສີ່: ໃນທຸກການເຄື່ອນໄຫວດ້ານເສດຖະກິດ ຕ້ອງຮູ້ໝູນໃຊ້ບັນດາເກນພາວະວິໄສ ແລະ ຄິດໄລ່ເຖິງປະສິດທິຜົນທາງເສດຖະ ກິດ-ສັງຄົມ ແລະ ຫ້າ: ການຮ່ວມມືຮອບດ້ານກັບບັນດາປະເທດສັງຄົມນິຍົມ ເປັນປັດໄຈທີ່ຂາດບໍ່ໄດ້. ກ່ອນອື່ນໝົດແມ່ນສະຫະພາບໂຊວຽດ, ກໍ່ສ້າງກ້ອນກຳລັງຮ່ວມສຳພັນພິເສດລະຫວ່າງ ປະເທດເຮົາກັບຫວຽດນາມ ແລະ ກຳປູເຈຍ, ນຳໃຊ້ບັນດາເງື່ອນໄຂອັນສະດວກ ຂອງຍຸກສະໄໝເປັນປັດໄຈທີ່ຂາດບໍ່ໄດ້ໃນການກໍ່ສ້າງສັງຄົມນິຍົມຢູ່ປະເທດເຮົາ.

    ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ເທື່ອທີ 5,6,7,8 (ສະໄໝທີ IV) ໄດ້ວາງແຜນນະໂຍບາຍປ່ຽນແປງໃໝ່ ດ້ານຈິນຕະນາການ ເປັນຕົ້ນແມ່ນຈິນຕະນາການດ້ານເສດຖະກິດ, ຫັນເອົາເສດຖະກິດທຳມະຊາດ ໄປສູ່ເສດຖະກິດຜະລິດສິນຄ້າ, ກຳນົດລັກສະນະຂອງການປະຕິວັດລາວຄືນໃໝ່ ແລະ ກຳນົດ 6 ຫລັກການແຫ່ງການປ່ຽນແປງໃໝ່ ຄື:

ຫລັກການທີ 1: ຍຶດໝັ້ນຈຸດ ໝາຍສັງຄົມນິຍົມ, ກຳແໜ້ນລັກສະນະຂອງການປະຕິວັດ ຢູ່ປະເທດເຮົາໃນໄລຍະໃໝ່.

ຫລັກການທີ 2: ຍຶດໝັ້ນລັດທິ ມາກ-ເລນິນ ເປັນພື້ນຖານແນວຄິດຂອງພັກເຮົາ ແລະ ໝູນໃຊ້ຢ່າງປະດິດສ້າງ, ສອດຄ່ອງກັບຈຸດພິເສດຂອງປະເທດເຮົາ.

ຫລັກການທີ 3: ຍຶດໝັ້ນໃນການນຳພາຂອງພັກ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກບົນພື້ນຖານຫລັກການລວມສູນປະຊາທິປະໄຕ ແລະ ແນວທາງຂອງພັກ.

ຫລັກການທີ 4: ເຊີດຊູ ແລະ ເສີມຂະຫຍາຍປະຊາທິປະໄຕ ບົນພື້ນຖານຫລັກການລວມສູນປະຊາທິປະໄຕ ເອົາປະຊາຊົນເປັນກົກ ພາຍໃຕ້ການນຳພາຂອງພັກ.

ຫລັກການທີ 5:ເພີ່ມທະວີກຳລັງ ແຮງ ແລະ ຄວາມສັກສິດ ຂອງລະບົບອຳນາດປະຊາທິປະໄຕ ປະຊາຊົນ ອີງໃສ່ກຳລັງແຮງຂອງປະຊາຊົນ ແລະ ເພື່ອປະຊາຊົນ, ຕ້ານປາກົດການພະຍາດອາຍາສິດທຸກຮູບແບບ.

ຫລັກການທີ 6: ເຊີດຊູຈິດໃຈເອກະລາດເປັນເຈົ້າຕົນເອງ, ສົມທົບກຳລັງແຮງຂອງຍຸກສະໄໝ.

    ແນວທາງ ແລະ ແຜນນະໂຍບາຍຕ່າງໆທ່ີພັກວາງອອກໃນແຕ່ລະໄລຍະດັ່ງກ່າວ ໄດ້ຄ່ອຍໆຊຶມເຂົ້າສູ່ຊີວິດຕົວຈິງຂອງປະຊາຊົນບັນດາເຜົ່າ, ໄດ້ຮັບການສະໜັບສະໜູນ ແລະ ສະໜອງຕອບຢ່າງສຸດອົກສຸດໃຈ ຈາກປະຊາຊົນພາຍໃນ ແລະ ຕ່າງປະເທດ.

KPL