ການເດີນທາງໃນໄລຍະ ພັກວັນຊາດຈີນ ຄຶກຄື້ນຫລາຍ ເຮັດໃຫ້ແຮງຂັບເຄື່ອນ ແຫ່ງການພັດທະນາ ສືບຕໍ່ປ່ອຍອອກມາ

08/10/2026 16:54
Email Print 83
KPL - Asean 2024 ໃນໄລຍະພັກວັນຊາດຈີນ 7 ວັນ, ຄາດວ່າ ​ຈຳ​ນວນການ ທ່ອງ​ທ່ຽວ ຂ້າມເຂດແຄວ້ນ ໃນທົ່ວສັງຄົມ​ຈີນ ຈະບັນລຸ 2.144 ຕື້ເທື່ອຄົນ, ເພີ່ມຂຶ້ນ 0,7% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ຂໍ້ມູນຫລ້າສຸດ ທີ່ກະຊວງ ຄົມມະນາຄົມ ຂົນສົ່ງຈີນ ​ເປີດເຜີຍ ໃນວັນທີ 7 ຕຸລານີ້ ສະແດງໃຫ້ເຫັນວ່າ: ໃນໄລຍະພັກວັນຊາດຈີນ 7 ວັນ, ຄາດວ່າ ​ຈຳ​ນວນການ ທ່ອງ​ທ່ຽວ ຂ້າມເຂດແຄວ້ນ ໃນທົ່ວສັງຄົມ​ຈີນ ຈະບັນລຸ 2.144 ຕື້ເທື່ອຄົນ, ເພີ່ມຂຶ້ນ 0,7% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກາຍ. ​ຄຽງ​ຄູ່​ກັບລະບົບການຂົນສົ່ງ​​ຄົບ​ວົງ​ຈອນ ໄດ້ຮັບການປັບປຸງ ໃຫ້ສົມ ບູນ​ຂຶ້ນ ຢ່າງ​ຕໍ່​ເນື່ອງ, ຄວາມຕ້ອງການ ​ອອກເດີນທາງທ່ອງ​ທ່ຽວ​ທີ່ຄຶກ​ຄື້ນ ໄດ້ຮັບການສະໜັບສະໜູນ ຢ່າງແຂງແຮງ, ແຮງ​ຂັບ​ເຄື່ອນ ​ແຫ່ງການພັດທະນາຂອງ ສປ ຈີນ ​ສືບ​ຕໍ່ປ່ອຍອອກມາ ຢ່າງ​ຕໍ່​ເນື່ອງ. ໃນໄລຍະພັກ ວັນຊາດ​ຈີນ, ຈຳ​ວນຜູ້ໂດຍສານທາງລົດໄຟ​ ຍັງ​ຄົງ​ຮັກ​ສາຂະໜາດໃຫຍ່ ​ຢ່າງ​ຕໍ່​ເນື່ອງ ໂດຍ​ມີຈຳນວນຜູ້ໂດຍສານ​ ຫລາຍກວ່າ 20 ລ້ານເທື່ອຄົນ​ ເປັນ​ເວ​ລາ 3 ວັນລຽນຕິດ; ມີຫລາຍ ກວ່າ 1,96 ຕື້ເທື່ອຄົນ ເລືອກເດີນທາງ ຕາມ​ທາງ​ຫລວງ. ໃນນັ້ນ, ຕະຫລາດເຊົ່າລົດ ມີຄວາມຄຶກຄື້ນທີ່ສຸດ, ອັດຕາການເຊົ່າລົດສະເລ່ຍຕໍ່ວັນ ໄດ້ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັນຂອງປີ​ກາຍ; ການຂົນສົ່ງ ຜູ້ໂດຍສານ ທາງອາ​ກາດ ສະເລ່ຍ ປະມານ 2,4 ລ້ານເທື່ອຄົນຕໍ່ມື້, ເຮັດໃຫ້ການ​ເດີນ​ທາງ ​ຂອງ​ຜູ້​ໂດຍ​ສານ​ໄປ​ຍັງ ບັນດາ​ຕົວ​ເມືອງ​ທ່ອງ​ທ່ຽວ ທີ່ມີເອກະລັກ ແລະ ​ໄດ້​ຮັບ​ຄວາມ​ນິ​ຍົມເພີ່ມ​ຂຶ້ນ ຢ່າງ​ວ່ອງໄວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL