ສິງກະໂປ ສະເໜີ 2 ໂຄງການ ຍົກລະດັບຮັບມື ແກ້ງສະແກມເມີອອນລາຍ
Email
Print
83
KPL - Asean 2024
ທ່ານ ເຄ ຊານມູກຳ ລັດຖະມົນຕີ ອາວຸໂສ ຂອງ ສິງກະໂປ ເປີດເຜີຍ ໃນວັນທີ 6 ຕຸລາວ່າ: ສິງກະໂປ ໄດ້ສະເໜີ 2 ໂຄງການ ເພື່ອຍົກລະດັບ ການຕອບໂຕ້ ໄພຂົ່ມຂູ່ ຈາກການຫລອກລວງ ທາງອອນລາຍ ໃນອາຊຽນ, ກ່ອນທີ່ ສິງກະໂປ ຈະເຂົ້າຮັບຕຳແໜ່ງ ປະທານ ອາຊຽນ ໃນປີໜ້າ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທ່ານ ເຄ ຊານມູກຳ ລັດຖະມົນຕີ ອາວຸໂສ ຂອງ ສິງກະໂປ ເປີດເຜີຍ ໃນວັນທີ 6 ຕຸລາວ່າ: ສິງກະໂປ ໄດ້ສະເໜີ 2 ໂຄງການ ເພື່ອຍົກລະດັບ ການຕອບໂຕ້ ໄພຂົ່ມຂູ່ ຈາກການຫລອກລວງ ທາງອອນລາຍ ໃນອາຊຽນ, ກ່ອນທີ່ ສິງກະໂປ ຈະເຂົ້າຮັບຕຳແໜ່ງ ປະທານ ອາຊຽນ ໃນປີໜ້າ.
ໃນຖານະປະເທດ ຜູ້ປະສານງານຫລັກ ແບບສະໝັກໃຈ ຂອງ ອາຊຽນ ດ້ານອາຊະຍາກຳ ທາງໄຊເບີ ແລະ ການຫລອກລວງ ທາງອອນລາຍ (ASEAN Voluntary Lead Shepherd for Cybercrime and Online Scams), ສິງກະໂປ ໄດ້ສະເໜີ “ແນວປະຕິບັດອາຊຽນ ວ່າດ້ວຍການຕ້ານ ການຫລອກລວງ ເທິງແພລດຟອມອອນລາຍ” (ASEAN Code of Practice to Combat Scams on Online Platforms) ເຊິ່ງຈະກຳນົດມາດຕະການ ຄຸ້ມຄອງ ຂັ້ນພື້ນຖານ ແບບສະໝັກໃຈ ເພື່ອໃຫ້ ບັນດາປະເທດ ສະມາຊິກນຳໄປປັບໃຊ້ ກັບແພລດຟອມອອນລາຍ ໃນການກວດຈັບ, ປ້ອງກັນ ແລະ ສະກັດກັ້ນ ການຫລອກລວງ.
ມາດຕະການ ທີ່ສະເໜີ ດັ່ງກ່າວ ຄວບຄຸມເຖິງ ການສົ່ງຕໍ່ຂໍ້ມູນ ກ່ຽວກັບ ກິດຈະກຳ ການຫລອກລວງ ທີ່ກວດພົບ ໄປຍັງ ຫົວໜ່ວຍງານ ຫລື ອົງການ ທີ່ກ່ຽວຂ້ອງ ຢ່າງວ່ອງໄວ, ລວມທັງ ການໃຊ້ ມາດຕະການ ກວດສອບທີ່ເໝາະສົມ ເພື່ອປ້ອງກັນ ບໍ່ໃຫ້ບັນຊີ ທີ່ບໍ່ແມ່ນ ບັນຊີແທ້ ຖືກນຳໄປໃຊ້ ໃນການ ຫລອກລວງ./
