ສສຍລ ຈັດສຳມະນາສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການເພດຍິງ ໃນຂົງເຂດທຸລະກິດ

14/07/2026 09:48
Email Print 83
KPL - Asean 2024 ສູນກາງສະຫະພັນແມ່ ຍ ິ ງລາວ (ສສຍລ) ເປີດເວທີສໍາມະ ນາວິຊາການໃນຫົວຂໍ້ “ການສ້າງ ຄວາມເຂັ ້ມແຂງໃຫ້ຜູ້ປະກອບການ ເພດຍິງ ໃນຂົງເຂດທຸລະກິດ” ໃນໂອ ກາດສະເຫລີມສະຫລອງວັນສ້າງ ຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026)

 ຈັດຂຶ້ນໃນວັນທີ 10 ກໍລະກົດ 2026 ທີ່ນະຄອນ ຫລວງວຽງຈັນ ໂດຍການເປັນປະ ທານຂອງ ທ່ານ ນາງ ອາລີ ວົງໜໍ່ ບຸນທຳ ກຳມະການສູນກາງພັກ, ປະທານສູນກາງສະຫະພັນແມ່ຍິງ ລາວ, ມີຜູ້ຕາງໜ້າຈາກກະຊວງ, ພາກທຸລະກິດ ແລະ ພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ໄດ້ໃຫ້ຮູ້ວ່າ: ການຈັດ ເວທີສໍາມະນາໃນຄັ້ງນີ້ ແມ່ນຄວາມ ພະຍາຍາມຂອງສະຫະພັນແມ່ຍິງ ລາວ ແລະ ສະມາຄົມນັກທຸລະກິດ ຍິງ ເພື່ອບັນລຸຈຸດປະສົງ, ເປົ້າໝາຍ ຂອງແຜນພັດທະນາແມ່ຍິງ ໂດຍສະ ເພາະນອນໃນເປົ້າໝາຍທີ 3 ທີ່ລະບຸ ເຖິງແມ່ຍິງລາວບັນດາເຜົ ່າມີວິຊາ ຊີບ, ມີວຽກເຮັດງານທຳ, ສາມາດ ເຂົ້າເຖິງແຫລ່ງທຶນທີ່ຖືກກົດໝາຍ, ສ້າງເສດຖະກິດຄອບຄົວ, ເປັນຜູ້ປະກອບການທຸລະກິດຂະໜາດ ນ້ອຍ-ຂະໜາດກາງ ຕາມທິດເສດ ຖະກິດເອກະລາດ ເປັນເຈົ້າຕົນເອງ. ດັ່ງນັ້ນໃນໄລຍະ 2 ວັນຂອງການ ສໍາມະນາ ແມ່ນຈະເນັ້ນໃສ່ການຍົກ ລະດັບຄວາມຮູ້ ແລະ ທັກສະຂອງ ສະມາຊິກສະຫະພັນແມ່ຍິງ, ພະນັກ ງານ ແລະ ຜູ້ປະກອບການກ່ຽວກັບ ການຂຽນໂຄງການພັດທະນາແມ່ ຍິງ, ການບໍລິຫານຈັດການທຸລະກິດ ແລະ ການເຂົ້າເຖິງແຫລ່ງທຶນຢ່າງ ມີປະສິດທິຜົນ ແລະ ສ້າງຄວາມເຂັ້ມ ແຂງໃຫ້ຜູ້ປະກອບເພດຍິງ, ເຜີຍແຜ່ຄວາມຮູ ້ກ່ຽວກັບການຈົດທະບຽນ ຊັບສິນທາງປັນຍາ, ການສ້າງອາ ຊີບ, ການພັດທະນາທຸລະກິດຄອບ ຄົວ ແລະ ການນໍາໃຊ້ພູມປັນຍາທ້ອງ ຖິ່ນເພື່ອສ້າງລາຍຮັບ; ພ້ອມກັນ ນີ້ກໍ່ເພື່ອເປັນເວທີໃຫ້ຜູ້ເຂົ້າຮ່ວມ ໄດ້ແລກປ່ຽນບົດຮຽນ, ສ້າງເຄືອ ຂ່າຍຄວາມຮ່ວມມືລະຫວ່າງພາກ ລັດ, ພາກທຸລະກິດ, ສະມາຄົມ ແລະ ພາກສ່ວນທີ ່ກ່ຽວຂ້ອງ ເພື່ອສົ ່ງເສີມ ການພັດທະນາທຸລະກິດຂອງແມ່ຍິງ ໃຫ້ຍືນຍົງ. ນອກຈາກນີ້, ພາຍໃນ ງານຍັງໄດ້ຈັດວາງສະແດງສິນຄ້າ ສົ່ງເສີມຜະລິດຕະພັນລາວ, ກິດຈະ ກຳທີ່ເປັນການສົ່ງເສີມວັດທະນະ ທຳສົ່ງເສີມຄວາມຮູ້, ການພັດທະ ນາແມ່ຍິງ, ການປົກປ້ອງແມ່ຍິງ ເດັກນ້ອຍ ແລະ ການຮັກສາສິ່ງ ແວດລ້ອມຕາມເງື່ອນໄຂຕົວຈິງ. ທັງໝົດນັ້ນ, ລ້ວນແຕ່ເປັນກິດຈະ ກຳທີ່ມີຄວາມໝາຍສໍາຄັນໃນການ ປະຕິບັດມະຕິການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ ກໍຄື ການປະກອບສ່ວນເຂົ້າໃນພາລະ ກິດປົກປັກຮັກສາ ແລະ ສ້າງສາປະ ເທດຊາດ ໃນໄລຍະໃໝ່. ພ້ອມນີ້, ສະຫະພັນແມ່ຍິງລາວ ຍັງໄດ້ສຸມ ໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຜູ້ແທນແມ່ຍິງລາວທົ ່ວປະເທດ ຄັ້ງທີ IX, ແຜນພັດທະນາແມ່ຍິງ ລາວ, ຂະບວນການຈັດຕັ້ງປະຕິບັດ ຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຕິດ ພັນກັບຂະບວນການແຂ່ງຂັນຮັກ ຊາດ ແລະ ພັດທະນາຢ່າງເປັນຂະ ບວນຟົດຟື້ນ. ເພື່ອປຸກລະດົມສະມາ ຊິກສະຫະພັນແມ່ຍິງ ແລະ ແມ່ຍິງ ລາວບັນດາເຜົ່າ ເປັນເຈົ້າການພັດ ທະນາຕົນເອງຢ່າງຮອບດ້ານ ໂດຍ ສະເພາະໃນໄລຍະໃໝ່ນີ້ ທົ່ວໂລກ ກໍຄື ສປປ ລາວ ປະສົບກັບຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ ຊຶ່ງມີຫລາຍສາເຫດທີ່ກະທົບໃສ່. ສະນັ້ນ, ການສົ່ງເສີມບົດບາດຂອງ ແມ່ຍິງເຂົ ້າໃນການພັດທະນາເສດ ຖະກິດ-ສັງຄົມ ຈຶ່ງເປັນວຽກງານທີ່ ສໍາຄັນ ແລະ ຈໍາເປັນເພື່ອພັດທະນາ ຄອບຄົວ, ຊຸມຊົນ ແລະ ສັງຄົມ, ທັງ ເປັນການປະກອບສ່ວນໃນການຈັດ ຕັ້ງປະຕິບັດນະໂຍບາຍການສົ່ງ ເສີມເສດຖະກິດເອກະລາດ ເປັນ ເຈົ້າຕົນເອງ ຕາມແນວທາງຂອງ ພັກ-ລັດວາງອອກ.

KPL