ກອງປະຊຸມປັນຍາປະດິດໂລກ 2026 ຈະວາງສະແດງ ຜະລິດຕະພັນທີ່ ກ່ຽວຂ້ອງ 3.000 ກວ່າລາຍການ

14/07/2026 15:49
Email Print 83
KPL - Asean 2024 ກອງ​ປະ​ຊຸມ​ ປັນ​ຍາ​ປະ​ດິດ​ໂລກ​ 2026 ​ຈະ​ສຸມ​ໃສ່​ ການ​ພັດ​ທະ​ນາ ແລະ ບໍ​ລິ​ການ​ປັນ​ຍາ​ປະ​ດິດ ທີ່​ເປັນ​ຫົວ​ຂໍ້​ຈຸດ​ສຸມ​ທົ່ວ​ໂລກ ໂດຍ​ໄດ້​ຈັດ​ສັນ​ໃຫ້​ມີ 6 ພາກ​ສ່ວນ​ໃຫຍ່

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ທ່ານ​ ທາງ​ເວີນ​ຄານ ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ ແລະ ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວ​ສານ​ນະ​ຄອນ​ຊຽງ​ໄຮ້ ​ໃຫ້​ຮູ້​ວ່າ: ກອງ​ປະ​ຊຸມ​ ປັນ​ຍາ​ປະ​ດິດ​ໂລກ​ 2026 ​ຈະ​ສຸມ​ໃສ່​ ການ​ພັດ​ທະ​ນາ ແລະ ບໍ​ລິ​ການ​ປັນ​ຍາ​ປະ​ດິດ ທີ່​ເປັນ​ຫົວ​ຂໍ້​ຈຸດ​ສຸມ​ທົ່ວ​ໂລກ ໂດຍ​ໄດ້​ຈັດ​ສັນ​ໃຫ້​ມີ 6 ພາກ​ສ່ວນ​ໃຫຍ່ ຄື: ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື, ງານ​ວາງ​ສະ​ແດງ, ງານ​ແຂ່ງ​ຂັນ​ປະ​ກວດ, ການ​ປະ​ຍຸກ​ໃຊ້, ການ​ບົ່ມ​ເພາະ​ການ​ປະ​ດິດ​ສ້າງ​ໃໝ່ ແລະ ການ​ດຶງ​ດູດ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ ແລະ ຄວາມ​ຄິດ​ສ້າງ​ສັນທີ່​ດີ.ກອງ​ປະ​ຊຸມ​ກຽມ​ ຈະ​ຈັດ​ກອງ​ປະ​ຊຸມ​ ເວ​ທີ​ປຶກ​ສາ​ຫາ​ລື​ ສະ​ເພາະ 140 ຫົວ​ຂໍ້ ແລະ ​ເຊື້ອ​ເຊີນ​ແຂກ​ສາ​ກົນ 1.400 ກວ່າ​ທ່ານ​ເຂົ້າ​ຮ່ວມ. ເນື້ອ​ທີ່​ວາງ​ສະ​ແດງ​ ມີຫລາຍກວ່າ 100.000 ຕາ​ແມັດ ແລະ ມີ​ວິ​ສາ​ຫະ​ກິດ 1.100 ກວ່າ​ແຫ່ງ ​ເຂົ້າ​ຮ່ວມ​ການ​ວາງ​ສະ​ແດງ ໂດຍ​ຈະ​ວາງ​ສະ​ແດງ ​ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ 3.000 ກວ່າ​ລາຍ​ການ ເຊິ່​ງ​ພາຍ​ໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ​ຈະ​ເຮັດ​ໃຫ້​ລະ​ດັບ​ວິ​ຊາ​ການ ແລະ ​ບົດ​ບາດ​ໃນ​ຂະ​ແໜງ​ການ​​ອຸດ​ສາ​ຫະ​ກຳ ບັນ​ລຸ​ເຖິງ​ລະ​ດັບ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ.ນອ​ກ​ນີ້, ກອງ​ປະ​ຊຸມ​ໃຫຍ່ ​ຍັງ​ຈະ​ຈັດ​ກອງ​ປະ​ຊຸມ​ວິ​ຊາ​ການ ​ດ້າ​ນ​ປັນ​ຍາ​ປະ​ດິດ ​ເປັນ​ຄັ້ງ​ທຳ​ອິດ. ນັບ​ມາ​ຮອດ ​ປັດ​ຈຸ​ບັນ, ໄດ້​ຮັບ​ບົດ​​ສະ​ເໜີ​ ສົນ​ໃຈ​ເຂົ້າ​ຮ່ວມ 284 ບົດ​ຈາກຫຼາຍ​ປະ​ເທດ ແລະ ເຂດ​ແຄວ້ນທົ່ວ​ໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL