ສປ ຈີນ ມີການນຳເຂົ້າ-ສົ່ງອອກສິນຄ້າເພີ່ມຂຶ້ນ 16,9%

14/07/2026 15:37
Email Print 83
KPL - Asean 2024 ໃນ 6 ເດືອນ​ຕົ້​ນ​ປີນີ້, ການ​ນຳ​ເຂົ້າ-​ສົ່ງ​ອອກ​​ສິນ​ຄ້າຂອງ ສປ ຈີນ ເພີ່ມຂຶ້ນ 16,9% ເມື່ອທຽບໃສ່ ໄລຍະດຽວກັນຂອງ ປີກາຍ, ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ ສປ ຈີນ ໄດ້ຮັກສາທ່າອຽງ ການພັດທະນາທີ່ດີ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ໃນກອງປະຊຸມ ຖະແຫລງຂ່າວ ທີ່ຫ້ອງການຖະແຫລງຂ່າວ ລັດຖະບານຈີນ ຈັດຂຶ້ນ ໃນວັນທີ 14 ກໍລະກົດນີ້, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງ ຈາກອົງ​ການ​ພາ​ສີແຫ່ງຊາດ​ຈີນ ແຈ້ງໃຫ້ຮູ້ວ່າ: ໃນ 6 ເດືອນ​ຕົ້​ນ​ປີນີ້, ການ​ນຳ​ເຂົ້າ-​ສົ່ງ​ອອກ​​ສິນ​ຄ້າຂອງ ສປ ຈີນ ເພີ່ມຂຶ້ນ 16,9% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ, ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ ສປ ຈີນ ໄດ້ຮັກສາທ່າອຽງ ການພັດທະນາທີ່ດີ. ຂໍ້ມູນສະຖິຕິ ຈາກອົງການພາ​ສີ​ແຫ່ງຊາດຈີນ ສະແດງໃຫ້ເຫັນວ່າ: ໃນ 6 ເດືອນ​ຕົ້​ນ​ປີນີ້, ຍອດມູນຄ່າ ການ​ນຳ​ເຂົ້າ-​ສົ່ງ​ອອກ​​ສິນ​ຄ້າຂອງ ສປ ຈີນ ມີເຖິງ 25.470 ຕື້ຢວນ. ໃນນັ້ນການສົ່ງອອກມີເຖິງ 14.730 ຕື້ຢວນ, ເພີ່ມຂຶ້ນ 13,4%, ຂະນະທີ່ ການນໍາເຂົ້າມີ 10.740 ຕື້ຢວນ, ເພີ່ມຂຶ້ນ 22,1%. ເມື່ອເບິ່ງໃນດ້ານການສົ່ງອອກແລ້ວ, ໂຄງປະກອບ ຜະລິດ ຕະພັນ ຂອງ ສປ ຈີນ ໄດ້ຮັບການປັບປຸງດີຂຶ້ນຕື່ມອີກ, ສັງເກດໄດ້ຈາກໃນ 6 ເດືອນ​ຕົ້​ນ​ປີນີ້, ການສົ່ງອອກກົນຈັກ ແລະ ຜະລິດຕະພັນໄຟຟ້າຂອງຈີນມີເຖິງ 9.360 ຕື້ຢວນ, ເພີ່ມຂຶ້ນ 20,1%. ຂະນະທີ່ ການສົ່ງ ອອກຜະລິດຕະພັນ ເຕັກໂນໂລຊີ ທັນສະໄໝມີ 3.260 ຕື້ຢວນ, ເພີ່ມຂຶ້ນ 39%. ເມື່ອເບິ່ງໃນດ້ານຄູ່ການຄ້າແລ້ວ, ຕະຫລາດແບບຫລາຍເຄົ້າຂອງ ສປ ຈີນ ໄດ້ຮັບ ການປັບ ປຸງຢ່າງຕໍ່ເນື່ອງ. ໃນ 6 ເດືອນ​ຕົ້​ນ​ປີນີ້, ຍອດມູນຄ່າການນໍາເຂົ້າ-ສົ່ງອອກ ລະຫວ່າງ ສປ ຈີນ ກັບປະເທດຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ມີເຖິງ 12.970 ຕື້ຢວນ, ເພີ່ມຂຶ້ນ 14,8%, ກວມເອົາ 50,9% ຂອງຍອດມູນ ຄ່າການ ຄ້າ ກັບຕ່າງປະເທດຂອງ ສປ ຈີນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL