ກຳປູເຈຍ ກູ້ຢືມເງິນ 119 ລ້ານໂດລາສະຫະລັດ ຈາກຍີ່ປຸ່ນ

14/07/2026 16:15
Email Print 83
KPL - Asean 2024 ກຳປູເຈຍ ແລະ ຍີ່ປຸ່ນ ໄດ້ລົງນາມໃນສັນຍາກູ້ຢືມເງິນ ມູນຄ່າ ຈຳນວນ 119 ລ້ານໂດລາສະຫະລັດ ເພື່ອສະໜັບ ສະໜູນໂຄງການ ພັດທະນາ ສະຖານີ ຕູ້ຄອນເທນເນີ ແຫ່ງໃໝ່ ຂອງທ່າເຮືອນ້ຳເລິກ ສີຫານຸວີວ ໄລຍະທີ 2

ຂປລ.ສຳນັກຂ່າວຕ່າງປະເທດ ຈາກນະຄອນຫລວງ ພະນົມເປັນ, ກຳປູເຈຍ ແລະ ຍີ່ປຸ່ນ ໄດ້ລົງນາມໃນສັນຍາກູ້ຢືມເງິນ ມູນຄ່າຈຳນວນ 119 ລ້ານໂດລາສະຫະລັດ ເພື່ອສະໜັບ ສະໜູນໂຄງການ ພັດທະນາ ສະຖານີ ຕູ້ຄອນເທນເນີ ແຫ່ງໃໝ່ ຂອງທ່າເຮືອນ້ຳເລິກ ສີຫານຸວີວ ໄລຍະທີ 2 ຊຶ່ງເປັນທ່າເຮືອ ນ້ຳເລິກ ສາກົນ ແຫ່ງດຽວ ຂອງກຳປູເຈຍ ແລະ ການພັດທະນາ ພື້ນຖານໂຄງລ່າງທີ່ກ່ຽວ ຂ້ອງ.ພິທີລົງນາມໃນສັນຍາກູ້ຢືມເງິນ ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ໂດຍມີ ທ່ານ ປຣັກ ໂສຄົນ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ ແລະ ທ່ານ ອູເອໂນະ ອັດຊູຊິ ເອກອັກ ຄະລັດຖະທູດ ຍີ່ປຸ່ນ ປະຈຳ ກຳປູເຈຍ ໄດ້ຮ່ວມກັນ ລົງນາມ ໃນຂໍ້ຕົກລົງດັ່ງກ່າວ ເມື່ອບໍ່ດົນມານີ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL