ລາຄານ້ຳມັນດິບ ໃນຕະຫລາດໂລກເພີ່ມຂຶ້ນຫລາຍກວ່າ9%

14/07/2026 15:40
Email Print 83
KPL - Asean 2024 ການ​ປະ​ທະ​ກັນ ​ລະ​ຫວ່າງ ສ.​ອາ​ເມ​ລິ​ກາ ​ແລະ ​ອີ​ຣານ ດຸ​ເດືອດ​ຂຶ້ນ ແລະ ອາ​ເມ​ລິ​ກາ ​ປະ​ກາດ​ ຈະ​ຟື້ນ​ຄືນ​ການ​ປິດ​ລ້ອມ ທາງ​ທະ​ເລ​ຕໍ່​ອີ​ຣານ, ວັນ​ທີ 13 ກໍ​ລະ​ກົດ​ນີ້, ລາ​ຄາ​ນ້ຳ​ມັນ​ດິບ​ຕະຫລາດ​ໂລກ​ທີ່​ຊື້-ຂາຍ​ລ່ວງ​ໜ້າ​ ໄດ້​ເພີ່ມ​ຂຶ້ນ​ຢ່າງຫລວງ ຫລາຍ ໂດຍ​ເພີ່ມ​ຂຶ້ນກວ່າ 9% ໃນ​ເວ​ລາ​ປິດ​ຕະຫລາດ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ​ການ​ປະ​ທະ​ກັນ ​ລະ​ຫວ່າງ ສ.​ອາ​ເມ​ລິ​ກາ ​ແລະ ​ອີ​ຣານ ດຸ​ເດືອດ​ຂຶ້ນ ແລະ ອາ​ເມ​ລິ​ກາ ​ປະ​ກາດ​ ຈະ​ຟື້ນ​ຄືນ​ການ​ປິດ​ລ້ອມ ທາງ​ທະ​ເລ​ຕໍ່​ອີ​ຣານ, ວັນ​ທີ 13 ກໍ​ລະ​ກົດ​ນີ້, ລາ​ຄາ​ນ້ຳ​ມັນ​ດິບ​ຕະຫລາດ​ໂລກ​ທີ່​ຊື້-ຂາຍ​ລ່ວງ​ໜ້າ​ ໄດ້​ເພີ່ມ​ຂຶ້ນ​ຢ່າງຫລວງຫລາຍ ໂດຍ​ເພີ່ມ​ຂຶ້ນກວ່າ 9% ໃນ​ເວ​ລາ​ປິດ​ຕະຫລາດ, ​ການ​ເຄື່ອນ​ໄຫວ​ເພີ່ມ​ຂຶ້ນ​ໃນ​ມື້​​ດຽວ ຂອງ​ນ້ຳ​ມັນ​ດິບ ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່ ນັບ​ແຕ່ ​ເດືອນ​ພຶດ​ສະ​ພາ​ປີ 2020 ເປັນ​ຕົ້ນ​ມາ.ໃນ​ເວ​ລາ​ປິດ​ຕະຫລາດ​ໃນ​ວັນ​ທີ 13 ກໍ​ລະ​ກົດ​ນີ້, ລາ​ຄາ​ນ້ຳ​ມັນ​ດິບ​ທາດ​ເບົາ ​ທີ່​ຈະ​ມອບ​ສົ່ງໃນ​ເດືອນ​ສິງ​ຫາ​ຂອງ​ຕະຫລາດ​ນິວຢອກ​ ໄດ້​ເພີ່ມ​ຂຶ້ນ 6,73 ໂດ​ລາສະຫະລັດ ແລະ ໄດ້​ບັນ​ລຸ​ເຖິງ 78,14 ໂດ​ລາສະຫະລັດ​ຕໍ່ຖັງ(​ບາ​ເຣວ); ລາ​ຄາ​ນ້ຳ​ມັນ​ດິບ​ແບ​ຣນ​ ຂອງ​ຕະຫລາດ​ລອນ​ດອນ ​ທີ່​ຈະ​ມອບ​ສົ່ງໃນ​ເດືອນ​ກັນ​ຍາ​ໄດ້​ເພີ່ມ​ຂຶ້ນ 7,29 ໂດ​ລາ ແລະ ບັນ​ລຸ​ເຖິງ 83,30 ໂດ​ລາ. ນັກ​ວິ​ເຄາະ​ຕະຫລາດ​ກ່າວ​ວ່າ: ທ່າ​ອຽງ​ໃນ​ປັດ​ຈຸ​ບັນ​ ຂອງ​ຕະຫລາດ​ພະ​ລັງ​ງານ​ບໍ່​ພຽງ ​ແຕ່​ເປັນ​ກາ​ນ​ຟື້ນ​ຟູ​ລັກ​ສະ​ນະ​ເຕັກ​ໂນ​ໂລ​ຊີ​ ໄລ​ຍະ​ສັ້ນ​ເທົ່າ​ນັ້ນ, ຍິ່ງ​ແມ່ນ​ຕະຫລາດ​ ໄດ້​ກຳ​ນົດ​ລາ​ຄາ​ຄືນ​ໃໝ່ ​​ຍ້ອນ​ຜົນ​ກະ​ທົບ​ຈາກຄວາມ​ສ່ຽງ​ການ​ເມືອງ​ພູ​ມີ​ພາກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL